ບໍ່ເຊື່ອກະຕ້ອງເຊື່ອ 7 ຄຸນປະໂຫຍດ ຂອງເຄື່ອງອົບຫຼືອົບເຊີຍ ເປັນຢາສະໝຸນໄພພື້ນເມືອງຊັ້ນເລີດ ບໍ່ຄວນເບິ່ງຂ້າມ

* ເຄື່ອງອົບຫຼືອົບເຊີຍ ຢາສະໝຸນໄພທີ່ມີສັບພະຄຸນຢ່າງຫຼວງຫຼາຍ

1. ຕ້ານແບັດທີເຣຍແລະໄວຣັດ

ຜົນການວິໄຈໄດ້ບອກວ່າ ເຄື່ອງອົບຫຼືອົບເຊີຍ ສາມາດຢັບຢັ່ງການຈະເລີຍເຕີບໂຕຂອງແບັດທີເຣຍແລະເຊື່ອລາແລະສານ cinnamaldehyde ກໍ່ຍັງຖືກເປັນສ່ວນປະກອບຫຼັກທີ່ມີສັບພະຄຸນຕ້ານເຊື່ອໂລກຕ່າງໆ ເຊີ່ງຈະຊ່ວຍປ້ອງກັນບໍ່ໃຫ້ໄວຣັດເຂົ້າສູ້ເຊວ໌

2. ຊ່ວຍລຸດການອັກເສບ

ມີສັບພະຄຸນແກ້ອາການປວດຫົວປວດຄໍ້ ແລະອາການອັກເສບຕ່າງໆ ໃນຮ່າງກາຍໄດ້ດີເພາະສ່ວນປະກອບສຳຄັນທີ່ຊື່ cinnamyl alcohol ມີຄຸນສົມບັດໃນການປ່ອຍວິຕາມີນເຂົ້າສູ້ຮ່າງກາຍ

3. ສຳລັບຜູ້ຍີງທີ່ປວດປະຈຳເດືອນ

ຈະຊ່ວຍບັນເທົາອາການປວດທ້ອງໃຫ້ລຸດລົງໄດ້ ແລະຊ່ວຍອາການຕົກເລືອດໃນລະຫ່ວາງທີ່ເປັນປະຈຳເດືອນ ຖ້າເອົາຜົງເຄື່ອງອົບຊົງກັບນ້ຳອຸ່ນເຊັ່ນ ໂກໂກ້ຮ້ອນ ກໍ່ດື່ມໄດ້ເຊັ່ນກັນ ຈະຊ່ວຍໃຫ້ອາການປວດດີຂື້ນ

4. ກະຕຸ້ນການເຮັດວຽກຂອງສະໝອງ

ຢາກໃຫ້ສະໝອງກະຕຸ້ນໃນການເຮັດວຽກທີ່ເປັນໄປຢ່າງມີປະສິດຕິພາບເຮັດໄດ້ບໍ່ຍາກ ໂດຍສະເພາະຜູ້ປວຍທີ່ເປັນໂລກອັນໄຊ໌ເມີ່ ຈະຊ່ວຍບຳລຸງສະໝອງໂດຍຈະເຮັດໜ້າທີ່ກະຕຸ້ນປະໂປຼຕີນຈະຊ່ວຍປ້ອງກັນບໍ່ໃຫ້ເຊວ໌ສະໝອງເກີດອາການຄາຍສະໝອງຈະແຂງແຮງແລະລຸດຄວາມຄຽດໄດ້ດີ

5. ຮັກສາລະດັບນ້ຳຕານໃນເລືອດ

ມີສັບພະຄຸນຊ່ວຍຮັກສາແລະລຸດລະດັບນ້ຳຕານໃນເລືອດ ເປັນອາຫານຊັ້ນເລີດ ໂດຍໜ້າທີ່ຂອງມັນເຂົ້າໄປປິດກັ້ນເອນໄຊ໌ບາງຊະນິດທີ່ເອີ່ນວ່າ ອະຣານິນ ເຊີ່ງມັນຈະດູດເຂົ້າໄປສູ້ເລືອດຖ້າຫາກໃຜທີ່ກີນອາຫານທີ່ມີນ້ຳຕານສູງເກີນໄປເຄື່ອງອົບນີ້ແຫຼະຈະຊ່ວຍໄດ້

6. ຊ່ວຍລຸດກີ່ນປາກ

ຈາກຜົນກາວິໄຈວ່າເຄື່ອງອົບຫຼືອົບເຊີຍ ພົບວ່າ ເປັນຢາສະໝູນໄພທີ່ມີຄຸນສົມບັດໃນການກຳຈັດ ແບັດທີເຣຍພາຍໃນຊ່ອງປາກແລະຊ່ວຍລຸດກີ່ນປາກໄດ້ຢ່າງເປັນທຳມະຊາດ ເພາະສະນັ້ນການກີນອາຫານທີ່ມີເຄື່ອງອົບຢູ່ຮັບຮອງມີສຸຂະພາບແຂງແຮງແລະບໍ່ມີກີ່ນປາກແນ່ນອນ

7. ອຸດົມໄປດ້ວຍສານອານຸມູນອິດສະຫຼະ

ນັບວ່າມີຄວາມຈຳເປັນຕໍ່ຮ່າງກາຍຢ່າງຫຼວງຫຼາຍ ເພາະຈະຊ່ວຍຊະລໍຄວາມເສືອມສະພາບຂອງຮ່າງກາຍຊ່ວຍປ້ອງກັນໃຫ້ເຊວ໌ບໍ່ໃຫ້ມີຄວາມຜິດປົກະຕິໂດຍສະເພາະຊ່ວຍປ້ອງກັນມະເຮັງ

ທີ່ມາ : http://www.sanook.com/women/62611/

ความคิดเห็น