ໄອເດຍການປູກຜັກບົ້ງແນວໃຫມ່!! ໃຊ້ພື້ນທີ່ເພັງພື້ນທີ່ ໂອ່ງ 1 ໃບ ປູກງ່າຍ ໃຫຍ່ໄວ!!!!

ໄອເດຍການປູກຜັກບົ້ງແນວໃຫມ່!! ໃຊ້ພື້ນທີ່ເພັງພື້ນທີ່ ໂອ່ງ 1 ໃບ ປູກງ່າຍ ໃຫຍ່ໄວ!!!!

ມື້ນີ້ເຮົານຳອີກໜຶ່ງແນວທາງການປຸກຜັກໄວ້ກີນເອງໃນຄົວເຮືອນ ຫລື ການປຸກຜັກຫາລາຍໄດ້ເສີມ ກັບໄອເດຍການປຸກຜັກແນວໃໝ່ໃຊ້ພື້ນທີ່ເພັງແຕ່ໂອ່ງ 1 ໃບເພື່ອນໆ ກໍສາມາດປຸກຜັກບົ້ງໄວ້ກີນໄດ້ແລ້ວ ມື້ນີ້ເຮົາຈະພາເພື່ອນໆ ໄປຮູ້ຈັກກັບການປຸກຜັກບົ້ງໃນໂອ່ງ ປຸກງ່າຍ ໃຫຍ່ໄວ ເກັບໄດ້ຫຼາຍເທື່ອ ນອກຈາກນີ້ຢັງເຮັດໃຫ້ຢອດຜັກບົ້ງງາມຂຶ້ ນແລະອ່ອນໜ້າຮັບປະທານແບບງ່າຍໆ ອີກດ້ວຍ

ອຸປະກອນສຳລັບການປຸກຜັກບົ້ງໃນໂອ່ງ

- ໂອ່ງ ບໍ່ຈຳກັດຂະໜາດ ບໍ່ຕ້ອງເຈາະກົ້ນໂອ່ງກໍໄດ້

- ກະຕ້າ ໄວ້ສຳລັບເຮັດບອນປຸກ ໃຫ້ນ້ອຍກວ່າກົ້ນໂອ່ງນ້ອຍໆ ຫລືບໍ່ມີກໍໄດ້ຖ້າກົ້ນໂອ່ງບໍ່ຮົວ

- ດິນ ໃຊ້ດິນປຸກຜັກທົວໄປ

- ຖົງ,ເປົາ,ເຈ້ຍ ໄວ້ສຳລັບປົກປາກໂອ່ງ

ວິທີປຸກ

- ນຳດິນປຸກທີ່ປະສົມແລ້ວໃສ່ກະຕ້າທີ່ກຽມໄວ້ ຫລືນຳດິນທີ່ປະສົມແລ້ວໃສ່ລົງໃນກົ້ນໂອ່ງ ໃຫ້ມີຄວາມສູງຈາກກົ້ນໂອ່ງປະມານ 3-5 ນິ້ວ ຖ້າກົ້ນໂອ່ງບໍ່ມີຮອຍຮົວບໍ່ໄດ້ເຈາະ ກໍໃຫ້ດິນສູງນ້ອຍໜຶ່ງເພື່ອການລະບາຍນ້ຳ ເມື່ອເວລາຫົດນ້ຳຜັກບົ້ງ

- ໃຊ້ເມັດຜັກບົ້ງແກ້ວ ຫຍອດລົງໄປໃນດິນ ແຕ່ບໍ່ຄວນແໜ້ນຈົນເກີນໄປ ຫົດນ້ຳພໍຊຸ່ມ ທີ່ໃຊ້ເມັດຜັກບົ້ງແກ້ວ ເພາະເໝາະສົມ ໃຫຍ່ໄວ

- ເມື່ອຜັກບົ້ງແທງຢອດອ່ອນ ແລ້ວເລີມໃຊ້ ເປົາເກົ່າ ຫລື ຕາຂ່າຍ ປິດບັງແສງ ແຕ່ໃຫ້ອາກາດຜ່ານໄດ້

- ຢອດຜັກບົ້ງສູງເກືອບເຖິງປາກໂອ່ງ ຈຶ່ງສາມາດຕັດຍອດໄປກີນໄດ້ ກໍລະນີບໍ່ມີເມັດ ຜັກບົ້ງແກ້ວສາມາດນຳກິ່ງມາປັກຊຳໄດ້ເລຍ

ສູດ:ນ້ຳໝັກຊີວະພາບສຳລັບບຳລຸງດິນ

1. ນ້ຳ

2. ຜັກບົ້ງ 2 ກິໂລ

3. ຫຍວກກ້ວຍອ່ອນ 3 ກິໂລ

4 . ກາກນ້ຳຕານ 2 ກິໂລ

ນຳຜັກບົ້ງກັບຫຍວກກ້ວຍມັດທັງຫມົດຮ່ວມກັນ ເອົານ້ຳແລະກາກນ້ຳຕານປະສົມທັງຫມົດເຂົ້າກັນ ຖິ້ມໄວ້ປະມານ 1 ເດືອນກ່ອນນຳໄປໃຊ້ ເມື່ອຄົບກຳນົດໃຊ້ນ້ຳໝັກ 3 ຊ້ອນແກງ ປະສົມກັບນ້ຳ 20 ລີດ ໃຊ້ສີດພົ່ນທາງໃບ ການໃສ່ນ້ຳໝັກຊີວະພາບລົງໄປໃນແປງ ຈະເປັນການຊ່ວຍບໍ່ເຮັດໃຫ້ນ້ຳໃນເນົ່າເສຍ

CR: www.sanook.com

ความคิดเห็น