10 ຂໍ້ຫ້າມຂອງການຢູ່ໄຟ

10 ຂໍ້ຫ້າມຂອງການຢູ່ໄຟ

1.ຫຼັງເກີດລູກ ຫ້າມສະຜົມເປັນເວລາ 45 ມື້ ຊຶ່ງຈຳນວນມື້ເທົ່ານີ້ຈະເປັນຜົນດີີຕໍ່ແມ່ໃນໄລຍະຍາວ ຫລືຫຼີກລ້ຽງການສະຜົມເທົ່າທີ່ຈະທົນໃຫ້ ຫາກທົນບໍ່ໄດ້ໃຫ້ສະຜົມໂດຍໃຊ້ນ້ຳອຸ່ນ

2.ຫ້າມອາບນ້ຳເຢັນແລະໃຫ້ໃຊ້ນ້ຳອຸ່ນອາບເປັນເວລາ 45 ມື້

3.ຫ້າມໃຊ້ສາຍຕາເຮັດວຽກໜັກ ບໍ່ວ່າຈະເປັນການອ່ານຫນັງສື ໃຊ້ຄອມພິວເຕີ ຫລືເຮັດຫຍັງກ່ຽວກັບການໃຊ້ສາຍຕາດົນ ໆ ເປັນເວລາ 45 ມື້

4.ຫ້າມຖືກຝົນ ເພາະໃນໄລຍະຢາວເມື່ອແກ່ຕົວໄປ ຫາກເຈີນ້ຳຝົນຈະເຮັດໃຫ້ເຮົາຮູ້ສຶກໜາວເຂົ້າກະດູກ

5.ຫ້າມຂັບລົດເປັນເວລາ 45 ມື້ ເພາະຈະເຮັດໃຫ້ຮູ້ສຶກໜ້າມືດໄດ້

6.ສຳລັບແມ່ທີ່ຜ່າເກີດໃໝ່ ໆ ຫ້າມນັ່ງຢອງ ໆ ເພາະຈະເຮັດໃຫ້ມົດລູກເຂົ້າອູ່ຊ້າ

7.ບໍ່ຄວນກິນຂອງສຳແດງທີ່ເຮັດໃຫ້ແຜບໍ່ຫາຍຫລືຫາຍຊ້າ ເຊັ່ນ ຂອງດອງ ເປັນຕົ້ນ

8.ຫ້າມກີນນ້ຳເຢັນ ເພາະຈະເຮັດໃຫ້ໄຂມັນອິ່ມຕົວບໍ່ສະລາຍ ນ້ຳນົມບໍ່ຄ່ອຍອອກ ເປັນຕົ້ນ

9.ຫ້າມຫວີຜົມ ເນື່ອງຈາກເຮັດໃຫ້ເລືອດຂຶ້ນໜ້າ ໃຫ້ເກີນ 45 ມື້ເຖິງຫວີຜົມໄດ້

10.ຫ້າມກິນພວກຂອງເຢັນຕ່າງ ໆ ເຊັ່ນ ນ້ຳເຢັນ ນ້ຳແຂງ ນ້ຳເຕົ້າຫູ້ ເພາະຈະເຮັດໃຫ້ມົດລູກບໍ່ເຂົ້າອູ່ຫລືເຂົ້າອູ່ຊ້າ ບໍ່ສາມາດທີ່ຈະຂັບນ້ຳຄາວປາອອກໄດ້ໝົດ

ໂດຍທັ່ວໄປແລ້ວການຢູ່ໄຟບໍ່ມີຂໍ້ເສຍຫລືອັນຕະລາຍໃດ ໆ ຫາກເຮັດດ້ວຍຄວາມລະມັດລະວັງ ການຕັດສິນໃຈ ວ່າຈະຢູ່ໄຟຫລືບໍ່ນັ້ນ ຂຶ້ນຢູ່ກັບຄວາມສະບາຍໃຈທີ່ຈະເຮັດ

CR: th.theasianparent.com

ความคิดเห็น