ເຊື່ອບໍ? ຫາກເຈົ້າປະຕິບັດ 10 ຢ່າງນີ້ ຈະເຮັດໃຫ້ເຈົ້າສະຫລາດຂຶ້ນ

ເຊື່ອບໍ? ຫາກເຈົ້າປະຕິບັດ 10 ຢ່າງນີ້ ຈະເຮັດໃຫ້ເຈົ້າສະຫລາດຂຶ້ນ

ເຖິງແມ່ນວ່າຫຼາຍໆ ຄົນ ຈະເຊື່ອວ່າຄວາມສະຫລາດນັ້ນຖືກຈຳກັດໂດຍຕົວເລກ I.Q. ສູງສຸດຂອງແຕ່ລະຄົນ ແຕ່ເຖິງຢ່າງນັ້ນກໍຍັງມີອີກຫຼາຍໆ ວິທີ ທີ່ຈະສາມາດຊ່ວຍເພີ່ມອົງຄວາມຮູ້ແລະຄວາມສາມາດຂອງແຕ່ລະຄົນໃຫ້ມີປະສິດທິພາບຫລາຍຍິ່ງຂຶ້ນໄດ້ ບໍ່ວ່າຈະເປັນແຮງຈູງໃຈ ຄວາມມຸ້ງມັ່ນ ແລະຍັງງທັງຫມົດເຖິງການເບິ່ງແຍງສຸກຂະພາບຂອງຕົນເອງອີກ ທີ່ຈະຊ່ວຍເຮັດໃຫ້ເຮົາກາຍເປັນຄົົນທີ່ສະຫລາດຂຶ້ນກວ່າເກົ່າໄດ້ ຊຶ່ງວິທີການເຮັດໃຫ້ຕົນເອງສະຫລາດຂຶ້ນໄດ້ກໍງ່າຍໆ ເຮັດໄດ້ບໍ່ຍາກເລີຍກໍຄື ການປ່ຽນວິທີການໃຊ້ຊີວິດໃນແຕ່ລະມື້ຂອງຕົວເອງເສຍໃໝ່ນັ້ນເອງ

10 ເຄັດລັບງ່າຍໆ ທີ່ເຮົາເຮັດເປັນປະຈຳ ຈະເຮັດໃຫ້ເຮົາສະຫລາດຍິ່ງຂຶ້ນ

ແລະໃນເທື່ອນີ້ເຮົາຈະພາເພື່ອນໆ ໄປເບິ່ງ 10 ສິ່ງທີ່ຈະຊ່ວຍໃຫ້ສະຫລາດຂຶ້ນໄດ້ ຫາກເຮັດເປັນປະຈຳທຸກມື້ ຊຶ່ງສິ່ງເຫລົ້ານີ້ເປັນສິ່ງທີ່ສາມາດເຮັດໄດ້ຢ່າງງ່າຍໆ ແລະເຮົາເຊື່ອວ່າມີຫລາຍຂໍ້ທີ່ເພື່ອນໆ ເຮັດຢູ່ແລ້ວເປັນປະຈຳ ຈະມີຫຍັງດ້ວຍເຮົາໄປເບິ່ງກັນເລີຍ….

1. ກິນອາຫານທີ່ມີປະໂຫຍດແລະຕ້ອງກິນໃຫ້ຕາມເວລາ (ຄົບທັງມື້ເຊົ້າ ກາງບາຍ ແລງ) ຈະຊ່ວຍໃນເລື່ອງການບຳລຸງແລະພັດທະນາສະຫມອງຂອງເຮົາໄດ້

2. ລອງໄປໃນສະຖານທີ່ໃໝ່ໆ ເຊັ່ນ ກິນເຂົ້າທີ່ຮ້ານໃໝ່ໆ ໄປທ່ຽວທີ່ໃໝ່ໆ ເປັນຕົ້ນ ກໍຈະຊ່ວຍເຮັດໃຫ້ເຮົາມີຈິນຕນາການແລະມີອາລົມທີ່ດີຂຶ້ນ

3. ຕິດຕາມຂ່າວສາລະຢູ່ສະເໝີ ບໍ່ວ່າຈະເປັນທາງຫນັງສືພິມ ອິນເທີເນັດ ຫລືໂທລະທັດ

4. ອ່ານຫນັງສືໃຫ້ຕິດເປັນນິໄສ ຈະເປັນຫນັງສືຫຍັງກໍໄດ້ ເຊັ່ນ ກາຕູນ ສາລະຄວາມຮູ້ ເປັນຕົ້ນ

5. ຫາກິດຈະກຳຝຶກສະຫມອງເຮັດ ເຊັ່ນ ຫລິ້ນໝາກລຸກ ຫລິ້ນເກມທາຍຄຳສັບ ເຮັດໂຈດຄະນິດສາດງ່າຍໆ ເປັນຕົ້ນ

6. ຟັງເພງ ສຽງດົນຕີຈະຊ່ວຍກະຕຸ້ນການເຮັດວຽກງານຂອງສະຫມອງຊີກຂວາ ຕົວໂນ້ດ ທຳນອງ ແລະຈັງຫວະ ກະຕຸ້ນການເຮັດວຽກງານຂອງສະຫມອງຊີກຊ້າຍ

7. ຫຼີກລ້ຽງການໃຊ້ເທກໂນໂລຍິອຳນວຍຄວາມສະດວກຖ້າບໍ່ຈຳເປັນ ເຊັ່ນ ເຄື່ອງຄິດເລກ ເປັນຕົ້ນ ໃຫ້ເຮົາລອງຄິດເອງຈະດີກວ່າ

8. ແຕ້ມຮູບ ເຖິງແມ່ນວ່າຈະແຕ້ມບໍ່ງາມກໍຕາມ ການແຕ້ມຮູບຈະເປັນການພັດທະນາລະບົບການເຮັດວຽກງານຂອງສະຫມອງແລະຊ່ວຍໃນການຈົດຈຳຂອງເຮົາໃຫ້ໄດ້ງ່າຍຍິ່ງຂຶ້ນ

9. ລະບາຍສີ ການລະບາຍສີຈະຊ່ວຍໃນເລື່ອງຂອງການກະຕຸ້ນການເຮັດວຽກງານຂອງສະຫມອງແລະພັດທະນາດ້ານຄວາມຄິດສ້າງສັນໃນຕົວເພື່ອນໆ ໃຫ້ອອກມາ

10. ຖາມຄຳຖາມ “5 Whys” ກັບຕົວເອງເມື່ອເຈີບັນຫາຕ່າງໆ ວ່າເປັນຫຍັງບັນຫາມັນເຖິງເກີດຂຶ້ນໄດ້ ມັນຈະຊ່ວຍໃຫ້ເຮົາພົບທາງອອກຂອງບັນຫາໄດ້ງ່າຍຍິ່ງງຂຶ້ນ

ທີ່ມາ : http://www.lifehack.org/

ความคิดเห็น