10 ຄວາມເຊື່ອ ຂອງຄົນລາວບູຮານ ທີ່ເຈົ້າອາດຍັງບໍ່ເຄີຍຮູ້ມາກ່ອນ

10 ຄວາມເຊື່ອ ຂອງຄົນລາວບູຮານ ທີ່ເຈົ້າອາດຍັງງບໍ່ເຄີຍຮູ້ມາກ່ອນ

ຕາມຄວາມເຊື່ອຂອງຄົນບູຮານ ມັກຈະມີເລື່ອງລາວທີ່ກ່ຽວກັບພູດຜີວິນຍານ ແລະຄວາມຕາຍ ຊຶ່ງແນ່ນອນວ່າ ເດັກສະໄໝໃໝ່ກໍ່ອາດຈະບໍ່ໄດ້ເຊື່ອກັນແລ້ວ ແຕ່ລອງມາເບິ່ງກັນເປັນຄວາມຮູ້ເອົາໄວ້ວ່າ ໃນສະໄໝກ່ອນ ຄົນບູຮານພວກເພີ່ນມີຄວາມເຊື່ອກ່ຽວກັບເລື່ອງລ້ຽນລັບຢ່າງໃດ

1. ນົກເຂົາເກາະຫຼັງຄາເຮືອນ ຈະເກີດລາງຮ້າຍ ເພາະນົກເຂົາເປັນນົກທີ່ຖືວ່າໃຫ້ຄວາມອັບມົງຄົນ ເນື່ອງຈາກໂດຍທຳມະຊາດນົກເຂົາມັກຈະບໍ່ມາປະປົນຢູ່ຕາມທີ່ຢູ່ອາໄສຂອງຄົນ

2. ກາງຄືນຖ້າໄດ້ຍິນສຽງຮ້ອງທັກຫ້າມຂານຮັບ ເພາະເຊື່ອວ່າເປັນສຽງຂອງດວງວິນຍານອາດຈະມາຫຼອນມາຫຼອກຫລືເປັນການເຊີນວິນຍານເຂົ້າເຮືອນ

3. ຕອນກາງຄືນຖ້າໄດ້ກິ່ນທູບ ຄົນບູຮານເຊື່ອກັນວ່າ ເປັນວິນຍານຂອງຍາດສະນິດພາຍໃນະຄອບອົບຄົວມາຫາ

4. ຢ່າເຄາະຈານເຂົ້າ ເພາະເຊື່ອວ່າຈະເປັນການເອີ່ນວິນຍານທີ່ພະເນຈອນ ເມື່ອໄດ້ຍິນສຽງເຮົາເຄາະຈານ ກໍຈະພາກັນມາກິນເຂົ້າ (ບາງຄົນກິນເຂົ້າຈະຮູ້ສຶກວ່າກິນບໍ່ອິ່ມ)

5. ຫ້າມແມ່ມານໄປງານສົບ ເພາະຢ້ານວ່າວິນຍານຈະສາມາດເຂົ້າໄປລົບກວນເດັກນ້ອຍໃນທ້ອງ ເຮັດໃຫ້ເກີດອັນຕະລາຍໄດ້

6. ຫ້າມທັກເດັກແລກເກີດທີ່ຍັງນ້ອຍວ່າໜ້າຮັກ ເພາະອາດເຮັດໃຫ້ວິນຍານອິດສາ ລັກພາຕົວໄປ

7. ຫ້າມຕັດເລັບກາງຄືນ ວິນຍານບັນພະບຸລຸດຈະຢູ່ບໍ່ເປັນສຸກ

8. ຝັນເຫັນຄົນຕາຍຫລືສົບ ທຳນາຍວ່າຈະໄດ້ລາບຈາກສ່ຽງໂຊກ

9. ຫ້າມສະຫລອງກ່ອນມື້ເກີດ ເພາະອາດໝາຍເຖິງການຮີບເລັ່ງໄປສູ່ຄວາມຕາຍ

10. ພາຍໃນເຮືອນບໍ່ຄວນມີປະຕູ 3 ບານ ຊື່ກັນ ເພາະເປັນສັນຍະລັກຂອງປະຕູຈາກ 3 ໂລກ ເຮັດໃຫ້ວິນຍານຢ່າງຜ່ານມາໄດ້

CR: http://petmaya.com

ความคิดเห็น