ນິໄສ 10 ຢ່າງ ທີ່ເຮັດໃຫ້ສະຫມອງພັງ
ຕົ້ນເຫດຂອງສະຫມອງເສື່ອມ ຄວາມຈຳສັ້ນ ອັນໄຊເມີຣ໌ ສະຫມອງ ຄືອະໄວຍະວະສຳຄັນ ມີຫນ້າທີ່ຄວບຄຸມແລະສັ່ງການການເຄື່ອນໄຫວ, ພຶດຕິກຳ ແລະຮັກສາສົມດຸນພາຍໃນຮ່າງກາຍ ເຊັ່ນ ການເຕັ້ນຂອງຫັວໃຈ, ຄວາມດັນເລືອດ, ສົມດຸນຂອງຫລຽວໃນຮ່າງກາຍ ແລະອຸນຫະພູມ ເປັນຕົ້ນ ຫນ້າທີ່ຂອງສະຫມອງຍັງມີກ່ຽວຂ້ອງກັບການຮັບຮູ້ ອາລົມ ຄວາມຈຳ ການຮຽນຮູ້ການເຄື່ອນໄຫວ ແລະຄວາມສາມາດອື່ນ ໆ ທີ່ກ່ຽວກັບການຮຽນຮູ້
ຮູ້ໄວ້ກໍດີວ່ານີ້ຄື ນິໄສ 10 ຢ່າງ ທີ່ເຮັດໃຫ້ສະຫມອງພັງ
ແຕ່ຄົນເຮົາມັກບໍ່ຮູ້ຕົວເອງວ່າພຶດຕິກຳບາງຢ່າງທີ່ກະທຳລົງໄປ ນອກຈາກຈະເປັນການທຳຮ້າຍຮ່າງກາຍອີກ
1.ບໍ່ກີນອາຫານເຊົ້າ
ຫຼາຍຄົນຄິດວ່າບໍ່ກີນອາຫານເຊົ້າ ແລ້ວຈະເຮັດໃຫ້ລະດັບນ້ຳຕານໃນເລືອດຕ່ຳ ແຕ່ນີ້ຈະເປັນສາເຫດໃຫ້ສານອາຫານໄປລ້ຽງສະຫມອງບໍ່ພຽງພໍ ເຮັດໃຫ້ສະຫມອງເສື່ອມ
2. ກິນອາຫານຫລາຍເກີນໄປ
ການກິນຫລາຍເກີນໄປຈະເຮັດໃຫ້ຫຼອດເລືອດແດງໃນສະຫມອງແຂງຕົວ ເປັນສາເຫດໃຫ້ເກີດພະຍາດຄວາມຈຳສັ້ນ
3. ການສູບຢາສູບ
ເປັນສາເຫດໃຫ້ເປັນພະຍາດສະຫມອງຝໍ່ແລະເປັນສາເຫດຂອງພະຍາດອັນໄຊເມີຣ໌
4. ກີນຂອງຫວານຫລາຍເກີນໄປ
ການກິນຂອງຫວານຫລາຍ ຈະໄປຂັດຂວາງການດູດກືນໂປຣຕີນແລະສານອາຫານທີ່ເປັນປະໂຫຍດ ເປັນສາເຫດຂອງການຂາດສານອາຫານແລະຂັດຂວາງການພັດທະນາສະຫມອງ
5. ມົນລະພິດ
ສະຫມອງເປັນສ່ວນທີ່ໃຊ້ພະລັງງານຫລາຍທີ່ສຸດໃນຮ່າງກາຍການສູບເອົາອາກາດທີ່ເປັນມົນລະພິດເຂົ້າໄປຈະເຮັດໃຫ້ອອກຊິເຈນໃນສະຫມອງມີນ້ອຍສົ່ງຜົນໃຫ້ປະສິດທິພາບຂອງສະຫມອງລຸດລົງ
6. ການອົດນອນ
ການນອນຫຼັບຈະເຮັດໃຫ້ສະຫມອງໄດ້ພັກຜ່ອນການອົດນອນເປັນເວລາດົນຈະເຮັດໃຫ້ຊຽວສະຫມອງຕາຍໄດ້
7. ຫົມຜ້າຫົມຄຸມຫົວ
ການນອນຫົມຜ້າຫົມຄຸມຫົວ ຈະເປັນການເພີ່ມຄາບອນໄດອອກໄຊໃຫ້ຫລາຍຂຶ້ນແລະຫຼຸດອອກຊິເຈນໃຫ້ນ້ອຍລົງສົ່ງຜົນຕໍ່ປະສິດທິພາບການເຮັດວຽກງານຂອງສະຫມອງ
8. ໃຊ້ສະຫມອງໃນຂະນະທີ່ບໍ່ສະບາຍ
ການເຮັດວຽກງານຫລືຮຽນຂະນະທີ່ກຳລັງປ່ວຍ ຈະເຮັດໃຫ້ປະສິດທິພາບການເຮັດວຽກງານຂອງສະຫມອງລຸດລົງເໝືອນກັບການທຳຮ້າຍສະຫມອງໄປໃນຕົວ
9. ຂາດການໃຊ້ຄວາມຄິດ
ການຄິດເປັນສິ່ງທີ່ດີທີ່ສຸດໃນການຝຶກສະຫມອງການຂາດການໃຊ້ຄວາມຄິດຈະເຮັດໃຫ້ສະຫມອງຝໍ່
10. ເປັນຄົນບໍ່ຄ່ອຍເວົ້າ
ທັກສະທາງການເວົ້າຈະເປັນຕົວສະແດງເຖິງປະສິດທິພາບຂອງສະຫມອງ
ຮູ້ຫລືຍັງ ວ່າສະຫມອງມີຄວາມສຳຄັນຫລາຍເທົ່າໃດ ດັ່ງນັ້ນເຮົາຄວນທີ່ຈະຫັນມາບຳລຸງສະຫມອງແທນການເຮັດທຳສະຫມອງກັນດີກວ່າ
ความคิดเห็น
แสดงความคิดเห็น