11 ເມືອງດັ່ງຈາກທັ່ວໂລກທີ່ຖືກ “ຈີນ” ກັອບມາໄວ້ທີ່ບ້ານຕັວເອງໝົດເແລ້ວ

11 ເມືອງດັ່ງຈາກທັ່ວໂລກທີ່ຖືກ “ຈີນ” ກັອບມາໄວ້ທີ່ບ້ານຕັວເອງໝົດເແລ້ວ

ຄົງຕ້ອງຍອມຮັບວ່າຈີນເປັນປະເທດທີ່ເກັ່ງກາດຊ່ຽວຊານໃນການຜະລິດສິນຄ້າລອກຮຽນແບບ ຂ່າວການເຮັດຂອງປອມທີ່ ໃຫ້ເຮົາໄດ້ເຫັນກັນເປັນຕະຫຼອດ ບໍ່ວ່າຈະໄຂ່ປອມ ນົມປອມ

ແຕ່ກໍຕ້ອງຍອມຮັບວ່າຂອງບາງຢ່າງນັ້ນກໍມີຄຸນນະພາບໃນລະດັບໜຶ່ງແຖມຍັງມີຮູບລັກສທີ່ເໝືອນຂອງແທ້

ພົບກັບ 11 ເມືອງສວຍງາມ ຈາກທັ່ວໂລກ ທີ່ສາມາດໄປທ່ຽວຊົມໄດ້ໃນປະເທດຈີນ

ຖ້າຂັບລົດອອກຈາກຕົວເມືອງຊ່ຽງໄຮ້ໄປເກືອບ 1 ຊັ່ວໂມງ ກໍຈະພົບກັບ Tianducheng ຫລືແຝດຄົນລະຝາຂອງປາຣີດ ໂດຍມີຫໍໄອຟຽວປອມຕັ້ງຢູ່ຢ່າງໂດດເດັ່ນເປັນສັນຍະລັກ ແລະລ້ອມອ້ອມໄປດ້ວຍອາຄານບ້ານເຮືອນຫລວງຫລາຍທີ່ບໍ່ມີຜູ້ຄົອາໄສຢູ່ເລີຍ

ເມືອງຮັນລ໌ທັດທ໌ (Hallstatt) ຄືເມືອງແຄມທະເລສາບທີ່ງາມທີ່ສຸດໃນໂລກຊຶ່ງຕັ້ງຢູ່ໃນປະເທດອອດເຕເຣຍ ນອກຈາກຄວາມສວຍງາມຢ່າງມີເອກລັກແລ້ວ ເມືອງນີ້ຢັງຖືກຈັດໃຫ້ເປັນມໍລະດົກໂລກໂດຍ UNESCO ອີກດ້ວຍ ແລະນີ້ຄືພາບຈາກມົນຖົນກວາງຕຸ້ງ ທີ່ຈີນໃຊ້ເງີນໄປກວ່າ 33,000 ລ້ານບາດເພື່ອສ້າງເມືອງຮຽນແບບນີ້ຂຶ້ນມາ

ນີ້ຄືທ່າເຮືອທຽນຈິນ ຊຶ່ງສ້າງຮຽນແບບອາຄານບ້ານເຮືອນຂອງເມືອງຟໍເຣນຊ໌ໃນປະເທດອິຕາລີ ໂດຍລາຍລະອຽດທຸກຢ່າງຖືກຢົກມາໄວ້ໃນເມືອງແຫ່ງນີ້ແມ່ນແຕ່ຮ້ານຄ້າທ້ອງຖິ່ນສຸດຫຼູຫຼາທີ່ໂດ່ງດັ່ງຢ່າງ Prada ຫລື Gucci ອີກດ້ວຍ

Overseas Chinese Town East (OCT) ຄືແຫຼ່ງທ່ອງທ່ຽວທາງເສດຖະກິດແຫ່ງໜຶ່ງຂອງຈີນ ທີ່ມີສະພາບແວດລ້ອແບບກັບເມືອງອິນເທີຣ໌ລາເກັນ (Interlaken) ໃນປະເທດສະວິດເຊີຣ໌ແລນດ໌ ຊຶ່ງເປັນເມືອງຕາກອາກາດນ້ອຍໆ ແສນສວຍງາມ ເໝືອນກັບເທບນິແມ່ເຖົ້າທີ່ມີດຖາປັດຢະກຳອັນໂດດເດັ່ນແລະທິວທັດອັນສົດຊື່ນແຄມທະເລສາບ

ໃນໃຈກລາງຂອງກຸງປັກກິ່ງ ມີດນົນ Tonghui Town International Bar Street ຫລື ເມືອງກອບປີ້ຂອງອິນເທີຣ໌ລາເກັນອີກແຫ່ງໜຶ່ງ ແຕ່ຖະໜົນແຫ່ງນີ້ເນັ້ນໄປທີ່ຮ້ານອາຫານແລະບາເພື່ອໃຊ້ເປັນສະຖານທີ່ຜ່ອນຄາຍຈິດໃຈຂອງນັກທ່ອງທ່ຽວ

ເມືອງປະມົງເກົ່າແກ່ໃນທຽນຈິນ ມີສະຖານທີ່ນກວາງຊຶ່ງເທື່ອໜຶ່ງເຄີຍເປັນທີ່ຕັ້ງຂອງໂຄງການໃຫຍ່ ໂດຍຫວັງທີ່ຈະໃຫ້ “ແມນຮັດຕັນ” ນ້ອຍແຫ່ງນີ້ເປັນສູນກາງທາງເສດຖະກິດເໝືອນກັບແມນຮັດຕັນຂອງແທ້ໃນນິວຢອກ ໂດຍຕາມແຜນການເດີມນັ້ນຈະແລ້ວສຳເລັດໃນ ປີ 2019 ແຕ່ໂຄງການກໍ່ສ້າງກໍເກິດຊະງັກແລະຖືກຖິ້ມຮ້າງໄປເສຍກ່ອນ

Cobbled streets ຄືຖະໜົນທີ່ຖືກປູລຽງດ້ວຍຫິນກ້ອນໃຫຍ່ ມັກພົບເຫັນໄດ້ຕາມເມືອງເກົ່າໃນຢຸໂຣບເພື່ອສະແດງເຖິງຄວາມຈະເລີນຂອງເມືອງ ແລະນີ້ຄື Thames Town ໃນ Songjiang ເຂດຊ່ຽງໄຮ້ ທີ່ປະກອບໄປດ້ວຍຖະໜົນປູພື້ນຫິນ ອາຄານສະໄຕຣ໌ ວິກຕໍຮຽນ ແລະຮ້ານຕາມແບບສະບັບ “ອັງກີດ” ແທ້ເພື່ອສ້າງເມືອງສະໄຕລ໌ ຢຸໂຣບໃນໃຈກາງເມືອງໃຫຍ່ຂອງຈີນ

Anting ຄືເມືອງສະໄຕລ໌ເຢລະມັນທີ່ຖືກກໍ່ສ້າງຂຶ້ນໃນຊ່ຽງໄຮ້ ທີ່ຮຽນແບບສະຖາປັດຕະຢະກຳແຂງແຮງແບບເຢລະມັນມາໄດ້ຢ່າງຄົບຖ້ວນສົມບູນ ແຕ່ອາຄານບ້ານເຮືອນສ່ວນໃຫຍ່ໃນເມືອງນີ້ຢັງວ່າງເປົ້າ ມີອະພາດເມນພຽງ 1 ໃນ 5 ເທົ່ານັ້ນທີ່ມີປະຊາຊົນອາໄສຢູ່

ເມືອງແຫ່ງນີ້ຄື ເນເທີແລນດ໌ຜູ່ຕົງ ສະຖານທີ່ຊຶ່ງເກັບລາຍລະອຽດເອກະລັກ ທີ່ສຳຄັນຂອງປະເທດເນເທີຣ໌ແລນດ໌ມາທັງໝົດ ບໍ່ວ່າຈະເປັນກັງຫັນ ຄອງ ຫລືດອກໄມ້ນານາຊະນິດ ຊຶ່ງລອກຮຽນແບບມາຈາກເມືອງສຳຄັນໆ ທີ່່ສວຍງາມຢ່າງອຳສະເຕີຣ໌ດຳ

ສະຖານທີ່ແຫ່ງນີ້ຄືເມືອງຮ້າງອີກແຫ່ງໃນຊ່ຽງໄຮ້ທີ່ເຄີຍມີໂປເຈັກສຳຄັນໃນການລອກຮຽນແບບເມືອງທີ່ສວຍງາມຈາກປະເທດສະວີເດນ ໂດຍໄດ້ແຮງບັນດານໃຈມາຈາກເມືອງ Sigtuna ທັງຫມົດທັງສະຖາປັດຕະຍະກຳແລະແຫຼ່ງທ່ອງທ່ຽວທາງທຳມະຊາດແບບສະແກນດິເນເວີຍ ເຊັ່ນ ທະເລສາບ Malaren ໃນສະວີເດນ ຫລືອາຄານລັດສະພາຂອງໄອຊ໌ແລນດ໌

Breeza Citta di Pujiang ເປັນເມືອງຮຽນແບບອີກແຫ່ງທີ່ຕັ້ງຢູ່ໃນຊ່ຽງໄຮ້ (ສ່ວນໃຫຍ່ຢູ່ໃນຊ່ຽງໄຮ້ເນື່ອງຈາກມີໂປເຈັກສ້າງເມືອງສະຕາຍ “ຢຸໂຣບ” ຫຼາຍໂຄງການເກີດຂຶ້ນ) ສິ່ງກໍ່ສ້າງແລະສະພາບແວດລ້ອມທັງໝົດຖືກສ້າງຂຶ້ນມາໃນສະຕາຍອິຕາລ່ຽນບໍ່ວ່າຈະເປັນອາຄານບ້ານເຮືອນຮ້ານຄ້າຫລືການຕົກແຕ່ງງາມທີ່ຂຽວຂະຈີ

ແລະທັງໝົດຄືເມືອງສະຕາຍຢຸໂຣບຫຼາຍແຫ່ງທີ່ຖືກສ້າງທັງຫມົດກັນໄວ້ໃນປະເທດດຽວ ຖ້າຫາກໃຜບໍ່ມີໂອກາດໄປເຢືອນສະຖານທີ່ໃນຝັນຂອງແທ້ໄດ້ຄົບລະກໍ ສາມາດໄປທ່ຽວປະເທດຈີນໄດ້ເລຍ

ແຕ່ເມືອງເຫຼົ່ານີ້ອາດເປັນພຽງການລອກຮຽນແບບ ເທົ່ານັ້ນ ຢ່າລືມວ່າການສະໜັບສະໜູນ “ສິນຄ້າ” ຮຽນແບບເປັນສິ່ງບໍ່ຖືກຕ້ອງ ໂດຍສະເພາະເລື່ອງລິຄະສິດແລະຄວາມຄິດທີ່ຜູ້ລິເລີມອຸດສ່າຫາເລີມຕົ້ນມາຢ່າງຍາກລຳບາກ

CR: www.talokla.com

ความคิดเห็น