11 ອາຊີບສຸດແປກ ທີ່ມີຢູ່ແທ້ເທິງໂລກນີ້
ປະຈຸບັນ ມີອາຊີບເກີດຂຶ້ນຫລວງຫລາຍ ເຮັດໃຫ້ເດັກນ້ອຍ ຫລືນັກຮຽນນັກສຶກສາ ສາມາດເລືອກທີ່ຈະປະກອບອາຊີບທີ່ຕົນເອງມັກໃນອະນາຄົດໄດ້ ຊຶ່ງໃນບັນດາອາຊີບທີ່ເກິດຂື້ນ ມີອາຊີບສຸດແປກ ທີ່ບໍ່ຄິດວ່າຈະມີຢູ່ແທ້ເທິງໂລກນີ້
ອາຊີບນີ້ ກໍມີບໍ່!
ມື້ນີ້ເຮົາ ຈະພາໄປເບິ່ງ 11 ອາຊີບສຸດແປກ ທີ່ບໍ່ຄິດວ່າຈະມີຢູ່ແທ້ເທິງໂລກນີ້ ຈະມີອາຊີບຫຍັງນັ້ນ ໄປເບິ່ງກັນເລີຍ
1.ອາຊີບ ທົດສອບອະໂວຄາໂດ
ຮ້ານອາຫານ ໃນເມືອງຊິດນີຢ໌, ອອດເຕນເລຍ ຕ້ອງການຈ້າງຄົນເປັນ “ຫົວໜ້າຄວບຄຸມແລະທົດສອບອະໂວຄາໂດ” ໂດຍຫນ້າທີ່ນີ້ຈະຕ້ອງກວດສອບລົດຊາດທັງໝົດ 20 ເມນູ ເພື່ອທົດສອບຫາຄວາມສຸກທີ່ພໍດີຂອງອະໂວຄາໂດ ຊຶ່ງຜູ້ສະໝັກຈະຕ້ອງມີຄວາມຮູ້ແລະປະສົບການກ່ຽວກັບອະໂວຄາໂດ ຢ່າງນ້ອຍສອງປີ
2.ອາຊີບ ນັກທົດສອບກິ່ນ
ບໍລິສັດ ດ້ານສຸຂະອະນາໄມ ເຊັ່ນ ບໍລິສັດ Procter & Gamble ຈ້າງຄົນ ເພື່ອຕັດສິນກິ່ນຂອງ ສະບູ່ ແຊມພູ ນ້ຳຢາບ້ວນປາກ ສະເປ ສຸຂະອະນາໄມຂອງຜູ້ຍິງ ແລະສິ່ງທີ່ໃຊ້ຊຳລະຮ່າງກາຍຕ່າງໆ ວ່າມີຜົນຕໍ່ຮ່າງກາຍມະນຸດຫລືບໍ່? ໂດຍໃຊ້ເກນຕັດສິນເປັນລະດັບ ຕັ້ງແຕ່ 1 ເຖິງ 10
3.ອາຊີບ ເພື່ອນເຈົ້າສາວ
ບໍລິສັດ Bridesmaid for Hire ເປັນບໍລິສັດທີ່ໃຫ້ບໍລິການຊ່ວຍເຫລືອເລື່ອງການແຕ່ງງານ ແລະມີບໍລິການເພື່ອນເຈົ້າສາວ ຫາກເພື່ອນເຈົ້າສາວຕົວຈິງປ່ວຍຫລືບໍ່ສາມາດ ມາໃນມື້ແຕ່ງງານໄດ້
4.ອາຊີບ ບໍລິການຂໍໂທດ
ການເວົ້າຄຳວ່າ ຂໍໂທດຢ່າງຈິງໃຈອາດເປັນເລື່ອງຫຍຸ້ງຍາກ ຈຶ່ງເກີດອາຊີບ ບໍລິການຂໍໂທດຢ່າງມືອາຊີບຂຶ້ນ ຊຶ່ງການຂໍໂທດຈະໃຊ້ຄຳເວົ້າລຽບໆ ເຊັ່ນ ສາຍການບິນ Southwest Airlines ມີພະນັກງານທີ່ສາມາດຂໍໂທດໄດ້ຢ່າງມືອາຊີບ ໂດຍຈະເວົ້າກັບຜູ້ໂດຍສານທີ່ກຳລັງໂມໂຫ ກັບຄວາມລ່າຊ້າຫລືເຫດການທ່ຽວບິນຖືກຍົກເລີກ
5.ອາຊີບ ທົດສອບເຄື່ອງຫລິ້ນໃນສວນນ້ຳ
ສວນນ້ຳຕ່າງໆ ຈຳເປັນຕ້ອງທົດສອບຄວາມປອດໄພຂອງເຄື່ອງຫລິ້ນ ກ່ອນເປີດໃຫ້ບໍລິການແກ່ບຸກຄົນທັ່ວໄປ ໂດຍງານນີ້ເຮັດວຽກຫົກເດືອນຕໍ່ປີ ຊຶ່ງສວນນ້ຳຈະຕ້ອງແຕ່ຈະຈ່າຍເງີນໃນສ່ວນຂອງການທົດສອບນີ້ປີລະ 34,000 ຫລຽນ (ປະມານ 1 ລ້ານບາດ)
6.ອາຊີບ ກະໂດດເທິງບ່ອນນອນ
ຕອນຍັງນ້ອຍ ເຮົາອາດຈະໂດນຜູ້ໃຫຍ່ຕຳໜິເມື່ອກະໂດດເທິງບອນນອນ ແຕ່ຕອນນີ້ ການກະໂດດເທິງບ່ອນນອນສາມາດເປັນອາຊີບໄດ້ ເພາະບໍລິສັດຜູ້ຜະລິດຟູກບ່ອນນອນ ຈ້າງຄົນກະໂດດເທິງບ່ອນນອນທີ່ຜະລິດອອກມາໃໝ່ ເພື່ອກວດສອບຄຸນນະພາບກ່ອນອອກຈຳໜ່າຍ
7.ອາຊີບ ຟັງສຽງຊີດ
ຊີດ ທີ່ເຮົາຮັບປະທານກັນຢູ່ທຸກມື້ນີ້ ບໍ່ໄດ້ມີພຽງແຕ່ລົດຊາດ ແຕ່ຍັງມີສຽງອີກດ້ວຍ ຊຶ່ງສຽງຂອງຊີດ ສາມາດບອກຂໍ້ບົກຜ່ອງຂອງໂຄງສ້າງຊີດ ໃນຂັ້ນຕອນການຜະລິດໄດ້ ຊຶ່ງຫາກຕ້ອງການຈະເຮັດອາຊີບນີ້ ຈະຕ້ອງໄດ້ຮັບການຝຶກອົບຮົມກ່ຽວກັບການໄດ້ຍິນໂດຍສະເພາະ
8.ອາຊີບ ນັກຊິມຜົນການຄົ້ນຫາໄອສະຄີມ
ຈອນ ແຮຣ໌ຣິສັນ ຜູ້ທົດສອບລົດຊາດຂອງໄອສະຄີມ Dreyer ໄດ້ສຸ່ມຕັວຢ່າງໄອສະຄີມ 60 ລົດຊາດຕໍ່ມື້ ເພື່ອຫາສົມດຸນຄວາມສົມດຸນແລະຄວາມແນ່ນອນຂອງລົດຊາດ ຊຶ່ງການທົດສອບຂອງທ່ານ ໄດ້ຄ່າຕອບແທນ 1 ລ້ານຫລຽຍນ (ປະມານ 30 ລ້ານບາດ) ແຕ່ອຸປະສັກຂອງຜູ້ທົດສອບໄອສະຄີມຄື ການທີ່ຕ້ອງຊິມໄອສະຄີມທຸກມື້ຕະຫລອດການເຮັດອາຊີບນີ້ ແລະຕ້ອງຈົບການສຶກສາທີ່ກ່ຽວກັບຂ້ອງວິທະຍາສາດອາຫານ
9.ອາຊີບ ຜູ້ຊ່ຽວຊານການເບິ່ງທີວີ
ອາຊີບໃນຝັນຂອງຜູ້ທີ່ມັກເບິ່ງທີວີ ມີຜູ້ສົນໃຈຈະເຮັດວຽກນີ້ເປັນຈຳນວນຫລາຍ ແຕ່ອາຊີບນີ້ບໍ່ໄດ້ນັ່ງເບິ່ງທີວີເທິງໂຊຟາເສີຍໆ ແຕ່ຈະຕ້ອງເຝົ້າເບິ່ງລາຍການໂທລະທັດທັງໝົດ ເພື່ອຕາມຫາຄລິບທີ່ສາມາດນຳໄປໃຊ້ໄດ້
10.ອາຊີບ ຜູ້ຊ່ຽວຊານການກອດ
ເຖິງແມ່ນວ່າ ຈະບໍ່ມີກຄົນຮັກຫລືມີຄວາມສຳພັນກັບໃຜແບບເລິກລຶກ ແຕ່ເຈົ້າສາມາດໃຊ້ບໍລິການຂອງຜູ້ຊ່ຽວຊານການກອດ ມີຄ່າບໍລິການປະມານ 60 ເຖິງ 80 ຫລຽຍນຕໍ່ຊົ່ວໂມງ ຊຶ່ງບໍລິການກອດນີ້ ຈະຊ່ວຍເຮັດໃຫ້ຈິດໃຈແລະຈິດວິຍນຍານຂອງເຈົ້າກັບມາມີຊີວິດຊີວາອີກເທື່ອ
11.ອາຊີບ ຜູ້ຈັດການຄົນພາຍໃນລົດໄຟໃຕ້ດິນ
ເມືອງໂຕກຽວ ມີລະບົບຂົນສົ່ງທາງລົດໄຟທີ່ມີປະສິດທິພາບຫລາຍທີ່ສຸດແຫ່ງໜຶ່ງຂອງໂລກ ແລະມີຜູ້ໃຊ້ບໍລິການຫລາຍກວ່າແປດລ້ານຄົນ ຊຶ່ງໃນຊ່ວງຊົ່ວໂມງເລັ່ງດ່ວນ ລົດໄຟໃຕ້ດິນມີຄວາມຫນາແຫນ້ນຫລາຍ ເຮັດໃຫ້ເກີດອາຊີບຜູ້ຈັດການຄົນພາຍໃນລົດໄຟໃຕ້ດິນ ເພື່ອຜັກດັນຜູ້ຄົນ ເຂົ້າໄປໃນລົດໄຟໃຫ້ຫລາຍທີ່ສຸດເທົ່າທີ່ຈະເປັນໄປໄດ້
ความคิดเห็น
แสดงความคิดเห็น