11ເມນູອາຫານ ທີ່ຄົນຮັກສຸກຂະພາບ ບໍ່ມີມື້ກິນ!!
ແທ້ ໆ ອາຫານທຸກຢ່າງ ຖ້າກິນຫລາຍເກີນໄປມັນກໍບໍ່ດີ ແຕ່ເມນູທີ່ເຮົາຈະເວົ້າກັນຕໍ່ໄປນີ້ ຄືບໍ່ວ່າເຮົາຈະກິນຫລາຍຫລືກິນນ້ອຍ ມັນກໍບໍ່ດີຕໍ່ສຸກຂະພາບ ຖ້າເປັນໄປໄດ້ກໍລ້ຽງໆ ໄປ ເຖິງແມ່ນວ່າມັນຈະແຊບກໍຕາມ ມື້ນີ້ ຈະພາໄປເບິ່ງ 20 ເມນູອາຫານ ທີ່ຄົນຮັກສຸກຂະພາບ ບໍ່ມີມື້ກິນ!! ບາງທີທ່ານອາດຈະຮູ້ຢູ່ແລ້ວ ແຕ່ກໍຢັງກິນມັນຢູ່
ເມນູອາຫານທີ່ກຄົນຮັກສຸກຂະພາບບໍ່ມີມື້ກິນ…
1.ອາຫານແປຮູບ
ຖ້າຢາກມີສຸກຂະພາບທີ່ດີ ອາຫານສຳເລັດຮູບກໍບໍ່ແມ່ນຕົວເລືອກສຳລັບເຈົ້າ ມີງານວິໄຈເຜີຍອອກມາແລ້ວວ່າ ອາຫານສຳເລັດຮູບພວກນີ້ມີສານອັນຕະລາຍທີ່ສົ່ງຜົນຕໍ່ຮ່າງກາຍ ເອົາເປັນວ່າ ຖ້າບໍ່ເຖິງຄາວຈຳເປັນແທ້ ໆ ກໍຢ່າກິນກໍ່ແລ້ວກັນ
2.ນ້ຳອັດລົມ
ອັນນີ້ມັນຂອງຕາຍ! ເຮົາໄດ້ຍິນກັນມາຕັ້ງແຕ່ເດັກໆ ແລ້ວວ່າ ນ້ຳອັດລົມມັນບໍ່ດີ ກັດກະເພາະ ຊຶ່ງນັ້ນກໍແທ້ ແຕ່ຈັ່ງໃດກໍຊິດື່ມ ແຕ່ກໍຂໍໃຫ້ດື່ມໃຫ້ນ້ອຍທີ່ສຸດ ຫັນມາດື່ມນ້ຳຈະດີກວ່ານະ
3.ຂະໜົມປັງ
ເຖິງວ່າຂະໜົມປັງຈະເຮັດມາຈາກທັນຍະພືດກໍຕາມ ແຕ່ມັນກັ່ນເອົາຄຸນສົມບັດແລະສານອາຫານໃນທັນຍະພືດອອກຈົນໝົດ ເຊັ່ນ ວິຕາມິນບີ ໄຟເບີຣ໌ ແລະທາດເຫຼັກ ເມື່ອສານອາຫານໝົດໄປ ແລ້ວມັນຈະມີປະໂຫຍດໄດ້ຈັ່ງໃດ
4.ຊີລຽວ
ເມື່ອເຈົ້າກິນຊີລຽວເປັນອາຫານເຊົ້າ ລອງສັງເກດຕົວເອງເບິ່ງວ່າ ບໍ່ຊ້າເຈົ້າກໍຈະຫິວອີກ ມັນບໍ່ຢູ່ທ້ອງແລະເຕັມໄປດ້ວຍນ້ຳຕານຫລວງຫລາຍ ມີງານວິໄຈເຜີຍອອກມາວ່າ ຊີລຽວເປັນແຫຼ່ງແຄລໍລີ່ມະຫາສານ ຊຶ່ງນັ້ນບໍ່ແມ່ນສານອາຫານທີ່ຮ່າງກາຍຕ້ອງການ ດັ່ງນັ້ນກໍດົນໆ ກິນກໍດີ
5.ກິນຂະໜົມຫວານເປັນອາຫານເຊົ້າ
ອາຫານອື່ນໆ ບາງເທື່ອເຈົ້າອາດຈະກິນພວກ ໂດນັດ ບາວນີ້ ເປັນມື້ເຊົ້າ ຊຶ່ງນັ້ນກໍບໍ່ແມ່ນຕັວເລືອກທີ່ດີຄືກັນ ເນື່ອງຈາກ ຂະໜົມພວກນີ້ມີແຕ່ນ້ຳຕານ ຊຶ່ງໃຫ້ແຄລໍລີ່ທີ່ບໍ່ເປັນປະໂຫຍດຕໍ່ຮ່າງກາຍ
6.ເຄື່ອງດື່ມເພື່ອສຸກຂະພາບ
ມັນຈະເປັນໄປໄດ້ບໍ່ວ່າ ເຄື່ອງດື່ມທີ່ມີນ້ຳຕານຈະດີຕໍ່ສຸກຂະພາບ? ເມື່ອມີນ້ຳຕານແນ່ນອນວ່າ ສິ່ງທີ່ເຈົ້າຫຼີກລ້ຽງບໍ່ໄດ້ກໍຄື ແຄລໍລີ່ ຖ້າຢາກດື່ມເຄື່ອງດື່ມສຸກຂະພາບແທ້ ໆ ເຮົາກໍແນະນຳນ້ຳມະພ້າວ ອັນນີ້ແຫຼະເຄື່ອງດື່ມສຸກຂະພາບຕົວຈິງ
7.ຫມາກໄມ້ອົບແຫ້ງ
ມັນກໍເໝືອນກັບທີ່ເຈົ້າກິນຂະໜົມ ເຖິງແມ່ນວ່າຈະຂຶ້ນຊື່ວ່າຫມາກໄມ້ ແຕ່ມັນກໍຄືຂະໜົມ ທີ່ເຕັມໄປດ້ວຍນ້ຳຕານ ແລະແນ່ນອນວ່າ ມັນຈະເຮັດໃຫ້ລະດັບນ້ຳຕານໃນເລືອດຂອງເຈົ້າສູງຂຶ້ນ
8.ສານໃຫ້ຄວາມຫວານທຽມ
ນີ້ຄື ສານທີ່ຢູ່ໃນໄອເດດໂຊດາ ທີ່ເຈົ້າກໍຮູ້ດີຢູ່ແລ້ວວ່າ ມັນບໍ່ດີຕໍ່ຮ່າງກາຍ ທາງທີ່ດີກິນນ້ຳຕານທຳມະດາໆ ດີກວ່າ ຫລືໃຜລຸດນ້ຳໜັກແລ້ວຢາກກິນຫວານຂຶ້ນມາແດ່ ກໍກິນນ້ຳເຜິ້ງແທນກໍໄດ້
9.ປອບຄອນໄມໂຄເວັບ
ຕອນແລກນຶກວ່າປອບຄອນຈະເປັນຂະໜົມເພື່ອສຸກຂະພາບ ກໍເຫັນມັນເຮັດມາຈາກເຂົ້າໂພດ ໃຊ່ສຳລັບປອບຄອນທຳມະດາ ແຕ່ບໍ່ແມ່ນກັບປອບຄອນໄມໂຄເວັບ ຊຶ່ງເຕັມໄປດ້ວຍສານເຄມີຫລວງຫລາຍ ທັງເນີຍທຽມ ສານກັນບູດ
10.ໄອສະຄີມ
ນີ້ເປັຄືນຂອງໂປດຂອງໃຜຫຼາຍໆ ຄົນ ໃນໄອສະຄີມທົ່ວໄປມີສ່ວນປະກອບຂອງນ້ຳຕານແລະນົມ ຊຶ່ງນັ້ນເປັນຕົ້ນເຫດຂອງໄຂມັນສ່ວນເກີນ ແຕ່ດ່ຽວນີ້ກໍມີໄອສະຄີມເພື່ອສຸກຂະພາບຄືກັນ ກໍຖືເປັນອີກໜຶ່ງຕົວເລືອກດີໆ ສຳລັບຄົນຮັກສຸກຂະພາບ
11.ຄອກທຽວ
ຄອກທຽວເອົາແທ້ ໆ ມັນກໍຄື ນ້ຳຫມາກໄມ້ ປະສົມນ້ຳຕານ ປະສົມໂຊດານັ້ນແຫຼະ ເບິ່ງວັຕຖຸດິບແຕ່ລ່ະຢ່າງ ມັນດີຕໍ່ສຸກຂະພາບບໍ່!
ความคิดเห็น
แสดงความคิดเห็น