ຄົນ 2 ປະເພດນີ້ ຫາເຫັນແລ້ວ!! ຢ່າປ່ອຍເຂົາໄປ ຮັກສາເຂົາໄວ້ໃຫ້ດີໆ
ຄົນເຮົາໃນສັງຄົມປະຈຸບັນມີຫລວງຫລາຍຫຼາກຫຼາຍປະເພດ ປະປົນກັນຢູ່ ແຕ່ມີຄົນຢູ່ທີ່ 2 ປະເພດທີ່ເຈົ້າຄວນທຳຄວາມຮູ້ຈັກໃຫ້ດີ
ຈົ່ງຮັບຜິດຊອບຄົນ 2 ປະເພດນີ້
1. ຄົົນທີ່ໃຫ້ກຳເນີດເຈົ້າ
2. ຄົົນທີ່ເຈົ້າໃຫ້ກຳເນີດ
ຈົ່ງຄິດເຖິງຄົນ 2 ປະເພດນີ້
1. ຄົນຮັກທີ່ຮ່ວມທຸກຮ່ວມສຸກມານຳກັນ
2. ມິິດສະຫາຍທີ່ເກື້ອກູນບໍ່ທອດຖິ້ມກັນ
ຈົ່ງປະຕິເສດຄົນ 2 ປະເພດນີ້
1. ຄົນທີ່ເຮັດວຽກໂດຍປາດສະຈາກຄຸນນະທຳ
2. ຄົນຈັດການທີ່ປາດສະຈາກມະໂນທຳ
ຈົ່ງຖະໝອມຄົນ 2 ປະເພດນີ້
1. ຄົນທີ່ກ້າໃຫ້ເຈົ້າຢືມເງີນ
2. ຄົນທີ່ຫ່ວງໃຍເຈົ້າຢ່າງແທ້ຈິງ
ຈົ່ງຢູ່ໄກຈາກຄົນ 2 ປະເພດນີ້
1. ຄົົນທີ່ຍາມພົບກັບເລື່ອງດີໆ ກໍຮີບຢື່ນມືເຂົ້າມາຂໍມີສ່ວນຮ່ວມ
2. ຄົົນທີ່ຍາມພົບກັບຄວາມຍາກລຳບາກ ແຕ່ກັບຫຼົບລີ້ໜີ້ຫາຍບໍ່ຍອມໂຜ່ໜ້າ
ຈົ່ງເຄົາລົບແລະຢົກຍ້ອງຄົນ 2 ປະເພດນີ້
1. ສາວທີ່ຍອມກັດກ້ອນເກືອກິນກັບຊາຍໜຸ່ມເມື່ອທ່ານລຳບາກ
2. ຊາຍໜຸ່ມທີ່ຊື່ສັດຕໍ່ສາວເມື່ອວັນທີທ່ານຮຸ່ງເຮືອງ
ໂລກນີ້ເປັນຂອງຄູ່ກັນ ໃນຊີວິດຂອງຄົນເຮົາກໍເຊັ່ນກັນ ມີຄົນທີ່ຄອຍຖ້າເກື້ອກູນແລະອຸ້ມຊູເຮົາ ແລະມີຄົົນທີ່ເຮົາເຄືຍເກື້ອກູນແລະອຸ້ມຊູເຈົ້າ ຈົ່ງຈົດຈຳຄົນທີ່ເຄຍເກື້ອກູນເຈົ້າ ແລະລົມລືມວ່າເຈົ້າເຄືຍເກື້ອກູນໃຜ ຊີວິດແບບນີ້ ຈະເປັນສຸກຫລາຍກວ່າ
ความคิดเห็น
แสดงความคิดเห็น