ກິນຫຍັງແລ້ວລູກບໍ່ໂງ່ 5 ສຸດຍອດອາຫານບຳລຸງສະຫມອງກິນແລ້ວສະຫລາດ
1. ໄຂ່
ດີແບບໃດ: ໄຂ່ເປັນແຫຼ່ງຂອງສານອາຫານນານາຊະນິດ ທັງໂຄລີນ ກົດໄຂມັນໂອເມກ້າ 3 ສັງກະສີ ແລະລູທີນ ຊຶ່ງມີບທົດບາດໃນການເສີມສ້າງສະມາທິ ການພັດທະນາຂອງສະຫມອງແລະຄວາມຈຳຂອງເດັກ
2. ທັນຍະພືດບໍ່ຂັດສີ
ດີແບບໃດ: ເຈົ້າຄວນເລືອກຂະໜົມປັງທັນຍະພືດບໍ່ຂັດສີ ເຂົ້າກ້ອງ ຫລືຊີລຽນທັນຍະພືດບໍ່ຂັດສີ ມີປະໂຫຍດຫລວງຫລາຍ ທັງຫມົດທັງວິຕາມິນທີ່ຊ່ວຍໃນການໄຫຼວຽນເລືອດແລະເສີມຄວາມຈຳ ນ້ຳຕານກູໂຄດທີ່ຖືກປ່ອຍອອກມາຢ່າງຊ້າໆ ແລະສະໝຳສະເໝີຈາກການຍ່ອຍທັນຍະພືດບໍ່ຂັດສີຊ່ວຍໃຫ້ມີສະມາທິດີຂຶ້ນ ຕື່ນຕົວຫລາຍຂຶ້ນ ແລະມີຄວາມຈຳທີ່ສຽບຄົມຂຶ້ນ ໂດຍບໍ່ເຮັດໃຫ້ເກີດລະດັບນ້ຳຕານສູງຂຶ້ນແລະລຸດລົງແບບສັບພັນເໝືອນການຮັບປະທານຄາຣ໌ໂບໄຮເດນ ເຊັ່ນ ເຂົ້າຂາວ ຂະໜົມປັງຂາວ ນ້ຳຕານ ແລະ ອື່ນ ໆ
3. ປາແຊວມອນ
ດີແບບໃດ: ບໍ່ໜ້າແປກໃຈເລີຍທີ່ບປາຊະນິດນີ້ຕິດອັນດັບສຸດຍອດອາຫານ ແຊວມອນມີກົດໄຂມັນໂອເມກ້າ 3 ແລະໄຂມັນທີ່ຊ່ວຍເສີມສ້າງສະຫມອງຊຶ່ງຮູ້ຈັກກັນໃນນາມຂອງດີເອດເອ ສານອາຫານທັງສອງປະເພດນີ້ສຳຄັນຕໍ່ການພັດທະນາສະຫມອງ ເສັ້ນປະສາດ ແລະດວງຕາ ອັນທີ່ຈິງແລ້ວ ດີເອດເອຖືເປັນອາຫານສະຫມອງ ແລະເປັນສ່ວນປະກອບໃນໂຄງສ້າງພື້ນຖານຂອງເນື້ອເຢື່ອສະຫມອງດ້ວຍ ຊຽວສະຫມອງສື່ສານກັນໄດ້ ໂດຍປະເທດໃນທະວີບເອເຊຍເອງກໍມີການຮັບປະທານປາຊຶ່ງເປັນແຫຼ່ງຂອງດີເອດເອທີ່ຊ່ວຍບຳລຸງສະຫມອງ ຕົວຢ່າງເຊັ່ນ ຊາວຍີ່ປຸ່ນຖືວ່າດີເອດເອຄືສານອາຫານເພື່ອສຸກຂະພາບທີ່ເປັນສ່ວນສຳຄັນຂອງອາຫານຍີ່ປຸ່ນ
4. ນົມ
ດີແບບໃດ: ນອກຈາກແຄລຊຽມແລ້ວ ນົມໜຶ່ງແກ້ວຍັງມີວິຕາມິນແລະແຮ້ທາດຫລວງຫລາຍທີ່ຊ່ວຍບຳລຸງສະຫມອງຂອງລູກນ້ອຍ ເຖິງວ່າຫຼັງຈາກອາຍຸກ 1 ປີ ລູກຈະບໍ່ໄດ້ດື່ມນົມຢ່າງດຽວອີກຕໍ່ໄປແລ້ວ ແຕ່ກໍຍັງແນະນຳໃຫ້ເດັກໄວເຕາະແຕະດື່ມນົມສົດ ນົມຢູເອດທີ ຫລືນົມຜົງ ເພື່ອໃຫ້ໄດ້ຮັບສານອາຫານທີ່ຈຳເປັນຕ່າງໆ ໃນແຕ່ລະມື້ ເຊັ່ນ ດີເອດເອ ໂຄລີນ ລູທີນ ໂຟເລດ ເຫຼັກ ແລະ ອື່ນ ໆ ຊຶ່ງທັງໝົດນີ້ຈະຊ່ວຍໃຫ້ສະຫມອງເຕີບໂຕຢ່າງມີຄຸນນະພາບ ຊຶ່ງເປັນສິ່ງທີ່ຈຳເປັນຕໍ່ລູກໃນຊ່ວງໄວນີ້
5. ຜັກໃບຂຽວ
ດີແບບໃດ: ທາດເຫຼັກຈຳເປັນສຳລັບສະຫມອງແລະລະບົບປະສາດສ່ວນກາງ ເນື່ອງຈາກເປັນອົງປະກອບທີ່ສຳຄັນຂອງເຊວລ໌ເມັດເລືອດແດງຊຶ່ງມີຮີໂມໂກລບິນທີ່ຂົນສົ່ງອອກຊິເຈນໄປຢັງສະຫມອງແລະສ່ວນຕ່າງໆ ທົ່ວຮ່າງກາຍ ດັ່ງນັ້ນ ການຂາດທາດເຫຼັກຈະມີຜົນກະທົບຕໍ່ການຮຽນຮູ້ ຄວາມຈຳ ແລະສະມາທິ ສຳລັບເດັກໄວເຕາະແຕະທີ່ດື່ມນົມແມ່ ແນະນຳໃຫ້ແມ່ເສີມອາຫານທີ່ອຸດົມໄປດ້ວຍທາດເຫຼັກໃຫ້ລູກດ້ວຍ ແລະຜັກໃບຂຽວກໍເປັນແຫຼ່ງຊັ້ນຢ້ຽມຂອງທາດເຫຼັກ ໂຟເລດ ແລະວິຕາມິນຕ່າງໆ ທີ່ຈຳເປັນຕໍ່ການພັດທະນາສະຫມອງຂອງລູກ
ความคิดเห็น
แสดงความคิดเห็น