ທ່ານຮູ້ບໍ່ວ່າມີ 5 ວິທີອັນຕະລາຍທີ່ທຳຮ້າຍ ມືຖື ແສນຮັກຂອງທ່ານ
1. ພັດລົມ USB ມັນຈະດຶງພະລັງງານຈາກມືຖືເຮົາມາໃຊ້ ເຊິ່ງຈະເຮັດໃຫ້ວົງຈອນໄຟຟ້າເສຍຫາຍ
2. ສາຍສາກແບັດປອມ ເຮັດໃຫ້ໄຟຟ້າເຂົ້າທີ່ເຄື່ອງບໍ່ສະຖຽນຖ້າໃຊ້ດົນໆຈະເຮັດໃຫ້ແບັດເຕີຣີ່ເຊື່ອມ ແລະ ບອດມີປັນຫາໄດ້
3. ຊອງກັນນ້ຳ ຈະຊ່ວຍກັນໄດ້ບາງສ່ວນແຕ່ບໍ່ ຮ້ອຍເປິເຊັນ ຫາກເຮົາໃສ່ຫລີ້ນນ້ຳດົນໆ ໃສ່ລົງແຊ່ນ້ຳຈະເຮັດໃຫ້ເຄື່ອງເຮົາປຽກ ຊຸ່ມໄດ້
4. Power Bank ປອມ ແມ່ນມີການເກັບປະຈຸໄຟຟ້າທີ່ບໍ່ສະຖຽນມັກເຮັດໃຫ້ແບັດເຕີຣີ່ເຊື່ອມ ຂັ້ນຮ້າຍແຮງແມ່ອາດລະເບີດໄດ້
5. ເຄສທີ່ໜາໆ ເຄສທີ່ໜາຈະເຮັດໃຫ້ເຄື່ອງເກີດຄວາມຮ້ອນສູງ ຈະເຮັດໃຫ້ເຄື່ອງເຮົາເພໄວ
ความคิดเห็น
แสดงความคิดเห็น