5 ຂໍ້ເສຍ ຫາກລູກຕິດແທັບເລັດ ຕິດມືຖື
1.ຮ່າງກາຍບໍ່ພັດທະນາຕາມໄວ:
ຖ້າລູກຕິດແທັບເລັດລູກຈະນັ່ງເບິ່ງນິ່ງໆໃນທ່າເດີມບໍ່ຮູ້ຈັກເມື່ອຍຫລືຍ້າຍໄປເຮັດກິດຈະກຳອື່ນໆເລີຍ ຊຶ່ງເດັກໄວ 1-5 ປີເປັນໄວທີ່ຕ້ອງຢູ່ບໍ່ນິ່ງ ແຂນຂາຈະຂະຢັບສຳຫຼວດໂລກຕະຫລອດເວລາແຕ່ຖ້າຕ້ອງມານັ່ງເບິ່ງແທັບເລັດ ຈະມີບັນຫາເລື່ອງການຈະເລີນເຕີບໂຕຂອງຮ່າງກາຍແນ່ນອນ ເຊັ່ນ ຮ່າງກາຍບໍ່ແຂງແຮງ ເຄື່ອນໄຫວບໍ່ຄ່ອງແຄ່ວ ເໝື່ອຍງ່າຍ ປ່ວຍຕຫຼອດເປັນຕົ້ນ ດັ່ງນັ້ນບໍ່ຄວນໃຫ້ລູກນັ່ງໜ້າດຈໍເບິ່ງທີວີຫລືແທັບເລັດ ຄວນພາລູກເຮັດກິດຈະກຳອື່ນໆຈະດີກວ່າ
2.ຄວບຄຸມອາລົມບໍ່ໄດ້ ຫງຸດຫງິດງ່າຍ:
ເດັກທີ່ຕິດທີວີ ຫລື ແທັບເລັດຈະມີອາການລໍຖ້າບໍ່ໄດ້ ທົນບໍ່ໄຫວ ໃຈຮ້ອນ ຄວບຄຸມຕົວເອງບໍ່ຢູ່ ຫຸນຫັນພັນແລ່ນ ເປັນເດັກຂີ້ຫງຸດຫງິດ ເພາະໜ້າຈໍທີ່ລູກເບິ່ງເລື້ອຍ ໆເຄື່ອນໄຫວວ່ອງໄວ ເປັນດັ່ງໃຈຕາມທີ່ລູກຕ້ອງການ ຈຶ່ງເຮັດໃຫ້ລູກເປັນເດັກບໍ່ມີຄວາມອົດທົນ ລໍຄອຍຖ້າບໍ່ເປັນນັ້ນເອງ
3.ເຂົ້າສັງຄົມປົກກະຕິໄດ້ຍາກ:
ຖ້າລູກຕິດອິນເຕີເນັດຫລາຍໆຈະເຮັດໃຫ້ເຂົ້າສັງຄົມບໍ່ໄດ້ ເພາະບໍ່ຄ່ອຍໄດ້ພົບເຈີເພື່ອນບ້ານ ບໍ່ມີເພື່ອນໃນຫມູ່ບ້ານ ເຮັດໃຫ້ຂາດການປັບຕົວເມື່ອຕ້ອງເຂົ້າສູ່ສັງຄົມ ປັບຕົວເຂົ້າຫາຜູ້ໃຫຍ່ບໍ່ເປັນ ການໃຊ້ຊີວິດພື້ນຖານໃນການຢູ່ໃນສັງຄົມກໍຈະຮ້າຍກວ່າເກົ່າ ແລະຢູ່ກັບຄົນອື່ນບໍ່ໄດ້ໃນທີ່ສຸດ
4.ອາດເຮັດໃຫ້ເປັນເດັກຕຸ່ຍ
ເດັກທີ່ຕິດທີວີຫລືແທັບເລັດມັກຈະຕຸ່ຍເກີນໄປ ເວລາຈະກິນເຂົ້າກໍຈະນັ່ງເບິ່ງແທັບເລັດຫລືທີວີໄປນຳ ຈຶ່ງເຮັດໃຫ້ການກິນອາຫານເພີດເພີນກິນໄປໄດ້ເລື່ອຍໆ ມີພໍ່ແມ່ຄອຍຖ້າປ້ອນໃຫ້ກິນ ຫລືເດັກບາງຄົນກໍບໍ່ຍອມນັ່ງກິນເຂົ້າດີໆ ຈະກິນແຕ່ຂະໜົມທີ່ກິນໄດ້ງ່າຍໆບໍ່ເສຍເວລາໃນການເບິ່ງ ສິ່ງເຫລົ້ານີ້ຈຶ່ງເຮັດໃຫ້ເດັກຕຸ່ຍເກີນໄປນັ້ນເອງ
5.ຂາດສະມາທິ:
ເດັກຈະບໍ່ມີໃຈຈົດຈໍ່ກັບກິດຈະກຳຫຍັງເລີຍ ທີ່ຕ້ອງໃຊ້ສະມາທິຫລືສະຫມອງໃນການແກ້ບັນຫາ ເພາະເຄີຍເຈີແຕ່ໜ້າຈໍທີ່ສະແດງສີສັນສົດໃສ ເຄື່ອນໄຫວໄດ້ວ່ອງໄວທັນໃຈ ຖ້າຕ້ອງເຮັດກິດຈະກຳທີ່ຕ້ອງໃຊ້ເວລາຄິດເດັກຈະເປັນຫຍັງໄດ້ ແລະຈະຫງຸດຫງິດງ່າຍອີກດ້ວຍ
ການໃຊ້ອຸປະກອນເຫຼົ່ານີ້ກັບລູກມີທັງຂໍ້ດີແລະຂໍ້ເສຍ ພໍ່ແມ່ທີ່ຈຳເປັນຕ້ອງໃຊ້ສິ່ງເຫລົ້ານີ້ກັບລູກຄວນຈະຈຳກັດເວລາການຫລິ້ນຂອງລູກໃຫ້ຫລິ້ນໄດ້ບໍ່ເກີນ 2 ຊັ່ວໂມງຕໍ່ມື້ ແລະຕ້ອງໃຊ້ກັບເດັກທີ່ມີອາຍຸບໍ່ຕ່ຳກວ່າ 3 ປີຂຶ້ນໄປ ຫລື ຄວນຈະນັ່ງຫລິ້ນນັ່ງເບິ່ງດ້ວຍ ສອນ ແລະຊວນເວົ້າກັນໄປນຳ ໃຫ້ລູກໄດ້ສື່ສານ ໂຕ້ຕອບ ໄດ້ເຮັດກິດຈະກຳອື່ນໆຮ່ວມກັນກັບຄອບຄົວແລະຄົນໃນສັງຄົມ ຈຶ່ງຈະເປັນສິ່ງທີ່ດີຕໍ່ອະນາຄົດຂອງເດັກຫລາຍກວ່າ
ความคิดเห็น
แสดงความคิดเห็น