5 ສິ່ງທີ່ຄວນຫຼີກລ້ຽງ ຫຼັງຈາກກີນອາຫານແລ້ວ!!
ເຊື່ອວ່າຫຼາຍຄົນຄົງຈະເຄີຍເຮັດສິ່ງເຫລົ້ານີ້ຫຼັງຈາກກີນອາຫານ ໂດຍບໍ່ຮູ້ຕົວວ່າສົ່ງຜົນກະທົບຕໍ່ລະບົບຮ່າງກາຍ ເພາະໃນບາງເລື່ອງເບິ່ງເໝືອນຈະກາຍເປັນກິດຈະວັດປະຈຳວັນຂອງເຮົາໄປແລ້ວ ມື້ນີ້ ຈະມາບອກວ່າ ແມ່ນຫຍັງທີ່ເຮົາບໍ່ຄວນເຮັດຫຼັງຈາກຮັບປະທານອາຫານ ພ້ອມກັບເຫດຜົນວ່າເປັນຫຍັງຈຶ່ງເປັນເຊັ່ນນັ້ນ!
ເລື່ອງທີ່ບໍ່ຄວນເຮັດ ຫຼັງຈາກກີນອາຫານ…
1. ອາບນ້ຳ
ໃນຢາມທີ່ເຮົາອາບນ້ຳ ອຸນຫະພູມໃນຮ່າງກາຍຂອງຄົນເຮົາຈະສູງຂຶ້ນນ້ອຍໆ ດ້ວຍເຫດນີ້ໃນຮ່າງກາຍຈະສົ່ງເລືອດໄປລ້ຽງຜິວໜັງຫລາຍກວ່າປົກກະຕິ ຊຶ່ງສົ່ງຜົນໄປຍັງກະບວນການຍ່ອຍອາຫານເຮັດໃຫ້ລະບົບເຜົາຜານເຮັດວຽກຊ້າ
ຂໍ້ແນະນຳ : ທາງທີ່ດີຄື ຫຼັງຈາກຮັບປະທານອາຫານແລ້ວຮຽບຮ້ອຍ ໃຫ້ລໍຖ້າຊັກຄຶ່ງຊົ່ວໂມງແລ້ວຄ່ອຍໄປອາບນ້ຳ ເພື່ອໃຫ້ກະບວນການຍ່ອຍອາຫານໄດ້ເຮັດວຽກໄດ້ຢ່າງເຕັມປະສິດທິພາບຢ່າງເຕັມທີ່ກ່ອນ
2. ດື່ມຊາ
ສຳລັບບາງຄົນ ການດື່ມຊາລ້າງປາກຫຼັງກີນອາຫານກາຍເປັນນິໄສທີ່ເຄີຍຊິນໄປເສຍແລ້ວ ແຕ່ຫາຮູ້ບໍ່ວ່າ ຊາຈະດູດຊຶມທາດເຫຼັກ ຊຶ່ງເປັນແຮ້ທາດທີ່ມີຄວາມສຳຄັນຫລາຍຕໍ່ຮ່າງກາຍ ສະນັ້ນເຮົາບໍ່ຄວນຈະດື່ມຊາ ໂດຍສະເພາະຢ່າງຍິ່ງ ເດັກ ຜູ້ຕັ້ງຂັ້ນ ແລະຄົົນທີ່ຂາດທາດເຫຼັກ ຫລືຖ້າຢາກດື່ມແທ້ ໆ ຄວນດື່ມຫຼັງຮັບປະທານອາຫານໄປແລ້ວ
1 ຊົ່ວໂມງ
ຂໍ້ແນະນຳ : ຜູ້ໃຫຍ່ສາມາດດື່ມກາແຟຫຼັງກີນອາຫານໄດ້ ແຕ່ບໍ່ຄວນດື່ມຕອນທ້ອງວ່າງ ໂປດຈົ່ງຮູ້ໄວ້ວ່າ ນ້ຳ ເປັນຕົວເລືອກທີ່ດີທີ່ສຸດສຳລັບເຈົ້າ!
3. ນອນ
ທຸກຄົນຄົງຈະເຄີຍໄດ້ຍິນປະໂຫຍກທີ່ວ່າ “ກິນແລ້ວນອນ ຈະເຮັດໃຫ້ອ້ວນເປັນໝູຕອນ” ບອກໄດ້ເລຍວ່າປະໂຫຍກນີ້ເປັນຄວາມຈິງ! ເພຣາະເມື່ອເຈົ້ານອນຫຼັບໃນຂະນະທີ່ເຈົ້າອິ່ມຢູ່ນັ້ນ ເລືອດຈະເຂົ້າໄປລ້ຽງຫັວໃຈໄດ້ບໍ່ເຕັມທີ່ແລະຍັງເຮັດໃຫ້ເລືອດມີກົດສູງອີກດ້ວຍ ນອກຈາກນີ້ຢັງໄດ້ຮັບຄຳຍືນຍັນຈາກແພດແລ້ວວ່າ ການນອນຫຼັບຫຼັງຈາກກີນອາຫານກາງເວັນຫລືຕອງແລງ ຈະເພີ່ມຄວາມສ່ຽງໃນການເປັນພະຍາດຫຼອດເລືອດໃນສະຫມອງ!
ຂໍ້ແນະນຳ : ຄວນນອນຫຼັງຈາກກີນອາຫານໄປແລ້ວ 2 ຊັ່ວໂມງ
4. ອອກກຳລັງກາຍ
ເຈົ້າອາດຈະຄິດວ່າ ກິນໃຫ້ອິ່ມກ່ອນແລ້ວຄ່ອຍໄປອອກກຳລັງກາຍພາຍຫລັງໄດ້ ຂໍບອກວ່າຜິດ! ເພາະເມື່ອເຮົາຮັບປະທານອາຫານເຂົ້າໄປຢ່າງເຕັມທີ່ ແນ່ນອນວ່າກະເພາະອາຫານຕ້ອງເຕັມແບບບໍ່ມີທີ່ວ່າງ ແລ້ວຢິ່ງຖ້າໄປອອກກຳລັງກາຍ ຈະເຮັດໃຫ້ເກີດອາການສະອຶກ ຄື້ນໃສ້ ແຖມຢັງສ່ຽງຕໍ່ການບາດເຈັບ
ຂໍ້ແນະນຳ : ເຖິງແມ່ນວ່າເຈົ້າຈະບໍ່ສາມາດອອກກຳລັງກາຍໄດ້ທັນພາຍຫລັງຈາກກິນສຳແລ້ວແຕ່ເຈົ້າສາມາດຍ່າງຊ້າໆ ເພື່ອຍ່ອຍອາຫານໄດ້ ຫຼັງຈາກກີນອາຫານໄປແລ້ວ 2 ຊັ່ວໂມງໄປແລ້ວເຈົ້າກໍສາມາດອອກກຳລັງກາຍໄດ້ຕາມປົກກະຕິ
5. ສູບຢາສູບ
ເຈົ້າຮູ້ຫລືບໍ່ວ່າ ເກືອບທຸກລະບົບໃນຮ່າງກາຍມີສ່ວນກ່ຽວຂ້ອງກັບລະບົບຍ່ອຍອາຫານທັງນັ້ນ ຖ້າເຈົ້າສູບຢາສູບຫຼັງຈາກກີນອາຫານແລ້ວ ນິໂຄຕິນໃນຢາສູບຈະດູດຊຶມເຂົ້າຮ່າງກາຍຫລາຍກວ່າປົກກະຕິ ຊຶ່ງເປັນອັນຕະລາຍແລະມີຜົນກະທົບຕໍ່ຮ່າງກາຍເປັນຢ່າງຫລາຍ ນອກຈາກນີ້ທາງການແພດຍັງງພິສູດແລ້ວວ່າ ຢາສູບສາມາດຢັ້ບຢັ້ງຮ່າງກາຍບໍ່ໃຫ້ດູດຊຶມວິຕາມິນແລະແຮ້ທາດຕ່າງໆ ທັງຫມົດເຖິງແຄລຊຽມ ໄດ້ ຊຶ່ງນັ້ນເປັນຜົນເສຍຕໍ່ສຸກຂະພາບ
ความคิดเห็น
แสดงความคิดเห็น