5 ຈຸດແຕກຫັກ ທີ່ເຮັດໃຫ້ຜູ້ຍິງຢາກເລີກ!

5 ຈຸດແຕກຫັກ ທີ່ເຮັດໃຫ້ຜູ້ຍິງຢາກເລີກ!

ໃນເລື່ອງຄວາມຮັກ ຖືວ່າຜູ້ຍິງ ມີຄວາມອົດທົນໄດ້ບໍ່ນ້ອຍ ບໍ່ວ່າຄົນຮັກຈະມີພຶດຕິກຳແບບໃດເຮົາກໍມັກຈະຮັບມືໄດ້ສະເໝີ ແຕ່ວ່າຫາກເຖິງຈຸດທີ່ເກີນຈະອົດທົນແທ້ ໆ ກໍພ້ອມແຕກຫັກໄດ້ເຊັ່ນກັນ ແລະເຊື່ອເລຍວ່າສາວໆຫຼາຍຄົນຄົງເລືອກທີ່ຈະຢຸດຄວາມສຳພັນຢ່າງແນ່ນອນ ມື້ນີ້ຈະມາເຜີຍເຖິງສາເຫດຫຼັກໆທີ່ເຮັດໃຫ້ຜູ້ຍິງໝົດຄວາມອົດທົນເຖິງຂັ້ນເລີກລາ

1. ບໍ່ສົນໃຈກັນ

ໃຜ ໆ ກໍຢາກເປັນຄົນສຳຄັນຂອງຄົົນທີ່ຕົວເອງຮັກທັງນັ້ນ ແຕ່ຫາກໜຸ່ມ ໆ ຍັງເຮັດນິ່ງເສີຍຫລືເຫັນແຟນສາວບໍ່ມີຕົວຕົນຢູ່ເລື້ອຍ ໆ ໃຜລ່ະຈະທົນໄຫວ ຢ່າງນ້ອຍ ໆ ເລີຍກໍຕ້ອງໄຖ່ຖາມສານທຸກສຸກດິບຫລືຟັງສິ່ງທີ່ສາວ ໆ ເວົ້າດ້ວຍ ຫລືຫາເວລາວ່າງມາເຮັດກິດຈະກຳຮ່ວມກັນ ຍິ່ງເວລາທີ່ຜູ້ຍິງເຫັນແຟນໜຸ່ມຂອງຕົວເອງສົນໃຈເລື່ອງອື່ນ ໆ ຫລາຍກວ່າ ຮູ້ຫລືບໍ່ວ່າພວກນາງຈະນ້ອຍອົກນ້ອຍໃຈເທົ່າໃດ

2. ການບໍ່ສື່ສານ

ບໍ່ເຖິງຂັ້ນຕ້ອງບອກທຸກຄວາມເປັນໄປໃນຊີວິດ ພຽງແຕ່ຕ້ອງສື່ສານກັນ ຫລືບໍ່ສາມາດມາສະຫລອງມື້ສຳຄັນຮ່ວມກັນ ຫລືແມ້ກະທັ່ງການກັບບ້ານບໍ່ຖືກເວລາກໍຕາມ ບາງເທື່ອກໍບໍ່ແມ່ນແຕ່ການຫຶງຫວງ ແຕ່ຜູ້ຍິງມັກຈະຄິດໄປໄກເລີຍວ່າແຟນໜຸ່ມຈະປອດໄພຫລືບໍ່ ຈະເກີດອຸບັດເຫດຫຍັງບໍ ຫລືເລື່ອງຮ້າຍຕ່າງ ໆ ຄົົນທີ່ຖືກເປັນຫ່ວງນ່ະບໍ່ຮູ້ດອກວ່າຄົົນທີ່ເປັນຝ່າຍຫ່ວງຈະທຸກໃຈຫລາຍເທົ່າໃດ

3. ອາດຕົວພໍ່

ໃຜວ່າລ່ະວ່າມີແຕ່ສາວ ໆ ເທົ່ານັ້ນທີ່ມີນິໄສເດົາໃຈຍາກ ອາລົມປັ່ນປ່ວນ ບາງເທື່ອກໍຫາເລື່ອງ ບາງເທື່ອກໍນິ່ງເສີຍ ເພາະຜູ້ຊາຍເອງກໍເປັນຄືກັນ ໂດຍສະເພາະຢ່າງຜູ້ຍິງມັກຈະຄາດຫວັງໃຫ້ແຟນໜຸ່ມຈົດຈຳມື້ສຳຄັນໄດ້ເຊັ່ນດຽວກັນກັບພວກນາງ ແຕ່ຖ້າຫາກໜຸ່ມ ໆ ຍັງຕີມຶນລືມຢູ່ເລື້ອຍ ໆ ພ້ອມກັບແຖໄປເລື່ອຍແບບນີ້ ສາວ ໆ ກໍຄົງຕ້ອງຊິ່ງໜີຄືກັນ ແລະບໍ່ວ່າຈະຍຸ່ງຫລືຕິດງານເທົ່າໃດກໍບໍ່ຄວນເຮັດໃຫ້ສາວ ໆ ຕ້ອງຮູ້ສຶກໂດດດ່ຽວໂດຍສະເພາະໃນມື້ສຳຄັນຢ່າງມື້ວັນເກີດຫລືມື້ຄົບຮອມ

4. ຄວາມເບື່ອໜ່າຍ

ຄວາມເບື່ອໜ່າຍເກີດຂຶ້ນໄດ້ຫຼັງຈາກເຂົ້າໂໝດຄວາມຮັກໃນຊີວິດຈິງ ເພາະຕອນນີ້ເປັນເວລາທີ່ການເອົາອົກເອົາໃຈກັນນ້ອຍລົງ ຫລືກະທັ່ງການລົມກັນນ້ອຍລົງກໍຕາມ ແລະແມ່ນຄວາມເບື່ອໜ່າຍເຫຼົ່ານີ້ຈະບໍ່ສາມາດກາລັນຕີໄດ້ວ່າອີກຝ່າຍໝົດຮັກ ແຕ່ມັນກໍເຮັດໃຫ້ສາວ ໆ ຫງຸດຫງິດບໍ່ນ້ອຍ ເພາະຕອນເຂົ້າມາຈີບມາແບບບໍ່ທຳມະດາ ແຕ່ບໍ່ດົນໄປຂໍແຕ່ເປັນຜູ້ຊາຍທຳມະດາຍັງຍາກ ໂດຍສະເພາະຫາກຜູ້ຊາຍໃຊ້ຊີວິແບບຕົວເອງໂສດ ກໍຄົງເປັນເລື່ອງຍາກທີ່ຜູ້ຍິງຈະທົນໄຫວ ທາງທີ່ດີຄວນຫາກິດຈະກຳໃໝ່ ໆ ເຮັດຮ່ວມກັນ ຊີວິດຮັກຈະໄດ້ມີສີສັນຫລາຍຂຶ້ນ

5. ນອກໃຈ

ໜ້າຈະເປັນສາເຫດຮ້າຍແຮງທີ່ສຸດທີ່ເຮັດໃຫ້ສາວ ໆ ຕ້ອງສະລັດຮັກແບບໂນລີເທິນ ເພາະການນອກໃຈຖືເປັນເລື່ອງໃຫຍ່ສຳລັບຜູ້ຍິງ ເພາະນອກຈາກພວກນາງຈະຮູ້ສຶກໂດນຫັກຫຼັງແລ້ວ ມັນຢັງເປັນເລື່ອງຍາກທີ່ຈະໃຫ້ອະໄພອີກດ້ວຍ ສາວ ໆ ສ່ວນໃຫຍ່ຈຶ່ງເລືອກທີ່ຈະເປັນຝ່າຍຢ່າງອອກມາ ຊຶ່ງອັນທີ່ຈິງແລ້ວການນອກໃຈບໍ່ພຽງແຕ່ເຮັດໃຫ້ຄົນຮັກຕ້ອງເສຍໃຈ ແຕ່ເຈົ້າເອງຍັງເຮັດໃຫ້ໃຜອີກຄົນຕ້ອງເສຍໃຈດ້ວຍເຊັ່ນກັນ ທາງທີ່ດີຫາກໝົດຮັກຫລືມີບັນຫາຫຍັງກໍຄວນລົມກັນຕົງ ໆ ດີກວ່າໜີໄປມີຄົນອື່ນ

CR: kiddee88.com

ความคิดเห็น