7 ພະຍາດຮ້າຍເມື່ອນອນບໍ່ພໍ (ອ່ານດ່ວນ)

7 ພະຍາດຮ້າຍເມື່ອນອນບໍ່ພໍ

1.ພະຍາດມະເຮັງລຳໄສ້ ພະຍາດຮິດຂອງຄົນສ່ວນໃຫຍ່ໃນປະຈຸບັນ ເພາະດ້ວຍ ທີ່ຕ້ອງນອນດຶກຕື່ນເຊົ້າ ເພື່ອໄປເຮັດວຽກ ຫລືໄປຮຽນ ອາຫານເຊົ້າບໍ່ຕົກເຖິງທ້ອງເພາະຮີບ ກິນບໍ່ທັນ ນິໄສການກິນເລືອກອາຫານສະດວກຊື້ຊຶ່ງເປັນຜົນເສຍຕໍ່ສຸກຂະພາບ ຢິ່ງໄປກວ່ານັ້ນບໍ່ຄ່ອຍອອກກຳລັງກາຍ ສົ່ງຜົນໃຫ້ລະບົບພາຍໃນຮ່າງກາຍເກີດຄວາມເສື່ອມ ໂດຍສະເພາະລຳໄສ້ ຈົນກາຍເປັນລຳໄສ້ອັກເສບແລະລຸກລາມຈົນກາຍເປັນມະເຮັງລຳໄສ້ໄປໃນທຶ່ສຸດ ຊຶ່ງເຫັນໄດ້ແຈ້ງວ່າຈຸດເລີ່ມຕົ້ນຂອງພະຍາດນີ້ຄື ການນອນດຶກ ມີການສຶກສາແລະວິໄຈວ່າໃນຄົນ 1,240 ຄົນ ມີຄົົນທີ່ນອນນ້ອຍກວ່າ 6 ຊົມ. ເຖິງ 47% ຈະມີອາການຂອງມະເຮັງລຳໄສ້ ຫລາຍກວ່າຄົົນທີ່ນອນຫຼັບຢ່າງນ້ອຍ 7 ຊົມ.ຂຶ້ນໄປ

2.ພະຍາດຫຼອດເລືອດຫົວໃຈ ຖ້ານອນດຶກສານໂປຣຕີນຈະເຂົ້າໄປເກາະທີ່ຫຼອດເລືອດຫັວໃຈ ຈົນເຮັດໃຫ້ເກີດການອຸດຕັນ ມີການວິໄຈໃນກຸ່ມຄົົນທີ່ທົດລອງບໍ່ໄດ້ນອນເປັນເວລາ 88 ຊົມ. ຜົນອອກມາວ່າພວກເຂົາ ມີຄວາມດັນເລືອດທີ່ສູງຫລາຍຜິດປົກກະຕິ ແລະໃນຜູ້ຍິງທີ່ອາຢຸນ້ອຍກວ່າ 60 ປີ ມີຄວາມສ່ຽງເປັນພະຍາດຫັວໃຈເຖິງ 2 ເທົ່າ

3.ພະຍາດເບົາຫວານ ໃນຄົົນທີ່ເປັນເບົາຫວານຖ້ານອນບໍ່ພໍ ລະດັບກຼູໂຄດໃນເລືອດ ເພີ່ມຂຶ້ນຢ່າງວ່ອງໄວ 23% ທັງຫມົດທັງລະດັບອິນຊູລິນໃນເລືອດ ກໍສູງຂຶ້ນຢ່າງວ່ອງໄວເຖິງ 48 % ໃນການວິໄຈບາງສ່ວນພົບວ່າ ຄົົນທີ່ເປັນເບົາຫວານຢູ່ແລ້ວ ຈະເກີດພາວະຮ່າງກາຍດື້ອິນຊູລິນຈາກການນອນບໍ່ພໍອີກດ້ວຍ

4.ລະບົບຮ່າງກາຍລວນ ລະບົບຍ່ອຍອາຫານເຮັດວຽກຜິດປົກກະຕິ ເຮັດໃຫ້ເກີດອາການທ້ອງອືດ, ທ້ອງເຟີ້, ອາຫານຍ່ອຍບໍ່ດີ ຖ່າຍອຸດຈາລະບໍ່ເປັນປົກກະຕິ ບາງເທື່ອທ້ອງເສຍແຕ່ບາງເທື່ອກໍອາດທ້ອງຜູກກະທັນຫັນ ເພາະກະເພາະອາຫານເກີດການລ້າ ເຮັດໃຫ້ຍ່ອຍອາຫານໄດ້ບໍ່ດີເທົ່າປົກກະຕິ

5.ພະຍາດນອນບໍ່ຫຼັບ ໃນບາງຄົນອາດຕ້ອງໃຊ້ເວລາເກີນກວ່າ 30 ນາທີ ເຖິງຈະສາມາດຫຼັບໄດ້ ຫລືອາດຈະຫຼັບ ໆ ຕື່ນ ໆ ທັງຄືນ ຈົນເຮັດໃຫ້ຕື່ນກາງດຶກ ແລ້ວກໍບໍ່ສາມາດຫຼັບອີກເລຍ ພະຍາດນອນບໍ່ຫຼັບ ສົ່ງຜົນໃຫ້ເຂົ້າຫ້ອງນ້ຳເລື້ອຍທັງຄືນ ເພາະຮ່າງກາຍຕ້ອງການດູດຊັບນ້ຳຫລາຍກວ່າຄົນປົກກະຕິ ຫາກໃຜມີອາການແບບນີ້ເກີນ 1 ເດືອນ ເຖິງຈະຮຽກວ່າພະຍາດນອນບໍ່ຫຼັບ

6.ສະມັດຖະພາບທາງເພດເສື່ອມລົງ ເພາະການນອນບໍ່ຫຼັບຈະເຮັດໃຫ້ຮໍໂມນ “ເທດໂທດເທີໂຣນ” ຕ່ຳລົງ ເຮັດໃຫ້ຄວາມຕ້ອງການທາງເພດລຸດລົງໄປດ້ວຍ ຈາກການກວດຂອງແພດ ຈະເຫັນໄດ້ວ່າຜູ້ທີ່ເສື່ອມສັດພາບທາງເພດສ່ວນໃຫຍ່ ມັກຈະມີສາເຫດມາຈາກການພັກຜ່ອນນ້ອຍ ຫລືນອນບໍ່ຫຼັບ

7.ອາລົມປັ່ນປ່ວນງ່າຍ ເມື່ອນອນບໍ່ຄ່ອຍຫຼັບ ຕື່ນເຊົ້າມາຈຶ່ງມີອາການອ່ອນເພຍ ບໍ່ກະປີ້ກະເປົ່າ ຈົນເຮັດໃຫ້ຮູ້ສຶກຫງຸດຫງິດ, ອາລົມເສຍງ່າຍກວ່າບປົກຕິ ແລະຢັງເຮັດໃຫ້ການຕັດສິນໃຈຜິດພາດໄປດ້ວຍ ເນື່ອງຈາກສະຫມອງທີ່ບໍ່ຄ່ອຍໄດ້ພັກຈຶ່ງເຮັດວຽກໄດ້ບໍ່ເຕັມທີ່ ແລະ ເກີດຄວາມຄຽດ

CR: health.campus-star.com

ความคิดเห็น