ອາຫານ 7 ຊະນິດ ທີ່ຖືກປອມແປງຫລາຍທີ່ສຸດ
ເຈົ້າຄິດວ່າອາຫານທີ່ເຈົ້າກິນຢູ່ທຸກມື້ນີ້ ມັນແມ່ນສິ່ງທີ່ເຈົ້າຄິດແທ້ ໆ ຫລືບໍ່? ແນ່ນອນວ່າໂລກແຫ່ງຄວາມເປັນຈິງມັນໂຫດຮ້າຍ ເພາະອາຫານຫຼາຍປະເພດ ເປັນຂອງປອມຢ່າງທີ່ເຈົ້າບໍ່ເຄີຍຮູ້ມາກ່ອນ ແລະນີ້ກໍຄືອາຫານ 7 ຊະນິດ ທີ່ຖືກປອມແປງຫລາຍທີ່ສຸດ
1. ກາເຟຄົ່ວບົດ
ຫຼາຍຄົນອາດບໍ່ຮູ້ວ່າ ກາເຟຄົ່ວບົດບາງແຫ່ງມີການປະສົມເຂົ້າບາເລຄົ່ວແລະບົດລະອຽດເພື່ອນຫຼຸດຕົ້ນທືນການຜະລິດ ຫລືແມ່ນແຕ່ການໃສ່ໄມ້ທີ່ຖືກຍ່ອຍເປັນເຍື່ອໄມ້ ຊຶ່ງຖ້າຫາກເຈົ້າບໍ່ຢາກເຈີກາເຟຄົ່ວບົດຂອງປອມ ຊື້ເມັດກາເຟມາບົດເອງຈະດີທີ່ສຸດ
2. ໝາກພິລາ
ເຖິງແມ່ນໃນລາຍລະອຽດຂ້າງຂວດຈະບອກເຈົ້າວ່າເປັນນ້ຳທັບທິມແລະນ້ຳແຄນເບີຣີ 100% ແຕ່ໃນຄວາມເປັນຈິງແລ້ວ ເຈົ້າບໍ່ຮູ້ດອກວ່ານ້ຳຫມາກໄມ້ບາງເຈົ້າມີການປະສົມນ້ຳແອບເປີ້ນລາຄາຖືກລົງໄປ ຫລືແຕ່ນ້ຳກໍມີ
3. ນ້ຳມັນໝາກກອກ
ເວລາທີ່ເຈົ້າໄປຊື້ນ້ຳມັນໝາກກອກລາຄາແພງ ບາງເທື່ອເຈົ້າອາດໄດ້ນ້ຳມັນປາມຫລືນ້ຳມັນຖົ່ວເຫຼືອງລາຄາຖືກກັັບບ້ານມາແທນ ວິທີທົດສອບນ້ຳມັນໝາກກອກຂອງແທ້ຄືການນຳນ້ຳມັນໃສ່ໃນຕູ້ເຢັນ ຖ້າເປັນນ້ຳມັນໝາກກອກຂອງແທ້ຈະຕົກຕະກອນໃຫ້ເຈົ້າເຫັນ
4. ຊີດ
ນີ້ຄືຂອງກິນທີ່ຖືກປອມແລງຫລາຍທີ່ສຸດຢ່າງໜຶ່ງ ໂດຍຊີດຂອງປອມຈະມີສ່ວນປະສົມຂອງຂີ້ກົບ (ບໍ່ແມ່ນຂີ້ກົບແທ້ ໆ ແຕ່ເປັນເສດໄມ້ທີ່ອອກມາຈາກການ ກົບໄມ້) ຫລາຍເຖິງ 10% ແລະເຈົ້າກໍກິນມັນໄປໂດຍທີ່ບໍ່ຮູ້ຕົວ
5. ນ້ຳເຜິ້ງ
ນ້ຳເຜິ້ງເປັນອາຫານທີ່ມີລາຄາຄ່ອນຂ້າງສູງ ດັ່ງນັ້ນເຮົາຈຶ່ງເຫັນນ້ຳເຜິ້ງຂອງປອມຢູ່ຫລາຍ ໂດຍນ້ຳເຜິ້ງຂອງປອມມັກຈະມີການເຈືອຈາງດ້ວຍນ້ຳເຊື່ອມທີ່ມີປະລິມານນ້ຳຕານຟຸກໂຕດສູງ ດັ້ງນັ້ນຄວນເບິ່ງສ່ວນປະກອບຂອງນ້ຳເຜິ້ງໃຫ້ດີແລະຊື້ຈາກແບນທີ່ໜ້າເຊື່ອຖື ແລະທີ່ສຳຄັນ ນ້ຳເຜິ້ງແທ້ບໍ່ຈຳເປັນຕ້ອງເກັບໄວ້ໃນຕູ້ເຢັນ ຖ້ານ້ຳເຜິ້ງທີ່ໃດມີລາຍລະອຽດບອກວ່າໃຫ້ເກັບໃນຕູ້ເຢັນ ຄືຂອງປອມແນ່ນອນ
6. ຊູຊິ ຊາຊິມິ
ແທ້ ໆ ແລ້ວການເລືອກກິນແຊວມອນ ຖືເປັນທາງເລືອກທີ່ດີທີ່ສຸດທີ່ຈະບໍ່ຕ້ອງເຈີປາປອມ ແຕ່ບາງເທື່ອ ແຊວມອນກໍຖືກອ້າງວ່າເປັນແຊວມອນຈາກທຳມະຊາດ ທັງໆ ທີ່ຈິງແລ້ວພວກມັນມາຈາກຟາມ ສ່ວນປາທູໜ້າເປັນປາທີ່ເຈົ້າມີໂອກາດເຈີຂອງປອມຫລາຍທີ່ສຸດໂດຍທູໜ້າທີ່ເຈົ້າເຫັນມັນອາດເປັນປາ Snapper ແລະທູໜ້າຂາວອາດເປັນປາ Escolar ຝຣັ່ງເຂົາຈຶ່ງແນະນຳກັນວ່າ ຖ້າຢາກກິນປາແທ້ໆໄປກິນສະເຕັກດີກວ່າ
7. ເຂົ້າ
ມີຂ່າວລືກັນມາດົນກ່ຽວກັບເຂົ້າປອມທີ່ເຮັດຈາກພາດສະຕິກ ແຕ່ກໍຍັງບໍ່ມີໃຜທີ່ຈະຢືນຢັນໄດ້ຊັດເຈນວ່າເຂົ້າທີ່ເຮັດຈາກພາດສະຕິກຖືກນຳມາຈຳໜ່າຍແທນເຂົ້າແທ້ ໆ ເນື່ອງຈາກພາດສະຕິກມີຕົ້ນທຸນທີ່ຄ່ອນຂ້າງສູງກວ່າເຂົ້າ ດັ່ງນັ້ນເຮົາຈຶ່ງບໍ່ຕ້ອງຕື່ນຕົກໃຈເລື່ອງເຂົ້າພາດສະຕິກແຕ່ຢ່າງໃດ ສ່ວນໃນຕາດບ້ານເຮົາ ເຂົ້າປອມສ່ວນໃຫຍ່ຄືເຂົ້າທີ່ຕິດວ່າເຂົ້າຫອມມະລິແທ້ 100% ແຕ່ກັບປະສົມເຂົ້າຄຸນນະພາບຕ່ຳ ຫລືເຂົ້າຄົນລະສາຍພັນລົງໄປນັ້ນເອງ
ความคิดเห็น
แสดงความคิดเห็น