8 ເລື່ອງກ່ຽວກັບ 10 ປະເທດໃນອາຊຽນ
ການສຳຫຼວດສະຖິຕິຕ່າງໆ ຂອງແຕ່ລະປະເທດຊ່ວຍໃຫ້ເຂົ້າໃຈແລະເຫັນມຸມມອງມິຕິໃໝ່ໆ ໄດ້ຫລາຍຂຶ້ນ ລອງມາເບິ່ງກັນວ່າສະຖິຕິກ່ຽວກັບ 8 ເລື່ອງຕໍ່ໄປນີ້ຂອງ 10 ປະເທດໃນພູມິພາກເອເຊຍຕະເວັນອອກສຽງໃຕ້ ປະເທດລາວຕິດອັນດັບເລື່ອງຫຍັງແດ່ ບາງເລື່ອງອາດຈະໝັ່ນໃຈວ່າປະເທດຂອງຕົວເອງຕ້ອງເປັນອັນດັບ 1 ແນ່ນອນ ແຕ່ຜົນທີ່ອອກມາອາດຈະເຮັດໃຫ້ແປກໃຈກໍ່ໄດ້
1. ການຈະລາຈອນ
ປະເທດທີ່ຕິດຄັດທີ່ສຸດ: ໄທ, ອິນໂດເນເຊຍ
ເລື່ອງແລກຫຼາຍຄົນອາດຄິດວ່າ ກູງເທບ ຄືອັນດັບ 1 ເມືອງທີ່ມີການຈະລາຈອນຄັດທີ່ທີ່ສຸດໃນອາຊຽນ ຕ້ອງບອກວ່າຈິງທີ່ວ່າຄັດທີ່ແຕ່ບໍ່ແມ່ນທີ່ສຸດ ເພາະຈາກການວັດຈຳນວນຊົ່ວໂມງທີ່ລົດຕິດໃນຊ່ວງເລັ່ງດ່ວນ ປະເທດໄທຢູ່ທີ່ 61 ຊົ່ວໂມງ ແຕ່ອິນໂດນີເຊຍຢູ່ທີ່ 74 ຊົ່ວໂມງ ແລະນັ້ນເຮັດໃຫ້ ຈາກາຕາເປັນເມືອງທີ່ການຈະລາຈອນຄັດທີ່ທີ່ສຸດໃນໂລກ ຕາມມາດ້ວຍ ກຸງເທບ ແລະມະນິລາ
ປະເທດທີ່ດີທີ່ສຸດ: ສິງກະໂປ, ມາເລເຊຍ
ທັງສອງປະເທດມີການ ບໍລິຫານຈັດການທີ່ດີໃນເລື່ອງການຈະລາຈອນ
2. ຄວາມຍາກຈົນ
ປະເທດທີ່ຕິດຄັດທີ່ສຸດ: ມຽນມາ, ຟິລິບປິນສ໌
ຈາກຂໍ້ມູນ ມຽນມາມີປະຊາກອນ 25.6% ມີຖານະຍາກຈົນຕ່ຳກວ່າເກນ ຟິລິບປິນສ໌ ຕາມມາຕິດໆ ທີ່ 25.2% ຕາມດ້ວຍ ລາວ 23.2% ກຳພູຊາ 13.5% ອິນໂດນີເຊຍ 11.2% ໄທ 10.9% ວຽດນາມ 8.4% ແລະມາເລເຊຍ 0.6%
ປະເທດທີ່ດີທີ່ສຸດ: ສິງກະໂປ, ບຣູໄນ
ບໍ່ຕ້ອງສົງໄສທີ່ທັງ 2 ປະເທດ ມີຖານະລວຍທີ່ສຸດໃນພູມິພາກນີ້
3. ຄ່າຄອງຊີບ
ປະເທດທີ່ຕິດຄັດທີ່ສຸດ: ສິງກະໂປ
ສິງກະໂປເປັນໜຶ່ງໃນປະເທດທີ່ມີຄ່າຄອງຊີບແພງທີ່ສຸດ ບໍ່ແມ່ນແຕ່ໃນອາຊຽນເທົ່ານັ້ນ ແຕ່ໝາຍເຖິງລະດັບໂລກ ສ່ວນກຸງເທບ ຕາມມາເປັນອັນດັບສອງແບບຫ່າງໆ (ສິງກະໂປ ຢູ່ອັນດັບ 51 ສ່ວນໄທຢູ່ 133 ຈາກທັ່ວໂລກ)
ປະເທດທີ່ດີທີ່ສຸດ: ມາເລເຊຍ, ຟິລິບປິນສ໌ ແລະບຣູໄນ
ຕາມສະຖິຕິ ກົວລາລຳເປີຣ໌ ມີຄ່າຄອງຊີບຕ່ຳທີ່ສຸດໃນອາຊຽນ ໂດຍເປັນອັນດັບທີ່ 96 ຂອງໂລກ ຕ່ຳກວ່າມະນິລາ ແລະບຣູໄນ ທັງຫມົດເຖິງຈາກາຣ໌ຕາ ພົນມົມປຽນ ແລະໂຮຈິມິນຫ໌ ແຕ່ທັງນີ້ບໍ່ມີຂໍ້ມູນຂອງມຽນມາຣ໌ ແລະ ລາວ
4. ການຊໍ້ໂກງ
ປະເທດທີ່ຕິດຄັດທີ່ສຸດ: ອິນໂດນີເຊຍ, ມຽນມາຣ໌ ແລະວຽດນາມ
ການສຳລວດຄວາມກັງວົນໃຈກ່ຽວກັບການຊໍ້ໂກງ ອິນໂດນີເຊຍ, ມຽນມາຣ໌ ແລະວຽດນາມ ເປັນກຸ່ມປະເທດທີ່ມີຄວາມສ່ຽງສູງໃນການຊໍ້ໂກງ ຕາມມາດ້ວຍລາວ ໄທ ກຳພູຊາ ມາເລເຊຍ ແລະ ຟິລິບປິນສ໌ ຖ້າເບິ່ງຈາກອັນດັບແລ້ວ ລາວກໍຕາມມາເປັນອັນດັບຕິດໆ ກໍຖືວ່າໜ້າເປັນຫ່ວງເຊັ່ນກັນ
ປະເທດທີ່ດີທີ່ສຸດ: ສິງກະໂປ, ບຣູໄນ
ຖືເປັນປະເທດທີ່ມີບັນຫາຄໍຣັບຊັ່ນນ້ອຍທີ່ສຸດ
5. ສິດທິດສະຕີ
ປະເທດທີ່ຕິດຄັດທີ່ສຸດ: ກຳພູຊາ, ມາເລເຊຍ ແລະບຣູໄນ
ມີການລົນນາລົງເລື່ອງສິດທິແລະເສລີພາບຂອງສະຕີຢ່າງຫລາຍ ແຕ່ຫຼາຍປະເທດກໍຍັງມີບັນຫາເລື່ອງນີ້ ກຳພູຊາມີຊ່ອງວ່າງທາງເພດທີ່ໃຫຍ່ທີ່ສຸດໃນດ້ານການເຂົ້າເຖິງທັບຍາກອນແລະໂອກາດຕ່າງໆ ທັງຫມົດເຖິງການເຂົ້າເຖິງດ້ານສຸກຂະພາບ, ການສຶກສາ, ການມີສ່ວນຮ່ວມທາງເສດຖະກິດ ແລະອຳນາດທາງການເມືອງ ໂດຍກຳພູຊາຢູ່ອັນດັບທີ່ 112 ຈາກ 144 ປະເທດ ຕາມມາດ້ວຍມາເລເຊຍ (106) ບຣູໄນ (103) ໄທ (71) ແລະ ວຽດນາມ (65)
ປະເທດທີ່ດີທີ່ສຸດ: ຟິລິບປິນສ໌
ຟິລິບປິນສ໌ ເປັນປະເທດດຽວໃນອາຊຽນທີ່ຕິດທອບ 10 ໂດຍຢູ່ອັນດັບ 7 ຂະນະອັນດັບ 2 ຄື ລາວ ແຕ່ຢູ່ອັນດັບທີ່ 43 ຂອງໂລກ
6. ການທ່ອງທ່ຽວ
ປະເທດທີ່ຕິດຄັດທີ່ສຸດ: ບຣູໄນ
ມີສະຖິຕິກ່ຽວກັບການທ່ອງທ່ຽວທີ່ຕິດຄັດທີ່ສຸດໃນພູມິພາກນີ້ ຕາມມາດ້ວຍມຽນມາຣ໌, ລາວ, ກຳພູລາ, ຟິລິບປິນສ໌ ແລະວຽດນາມ
ປະເທດທີ່ດີທີ່ສຸດ: ໄທ, ມາເລເຊຍ
ເລື່ອງນີ້ບໍ່ຕ້ອງສົງໄສ ໄທ ເປັນປະເທດລະດັບທອບເລື່ອງການທ່ອງທ່ຽວຂອງພູມິພາກນີ້ (ແລະມີອັນດັບດີໃນລະດັບໂລກດ້ວຍ) ໂດຍມີຈຳນວນນັກທ່ອງທ່ຽວຕໍ່ປີສູງທີ່ສຸດ ຕາມມາດ້ວຍມາເລເຊຍ ສິງກະໂປແລະອິນໂດນີເຊຍ
7. ອາດຊະຍາກອນ
ປະເທດທີ່ຕິດຄັດທີ່ສຸດ: ອິນໂດນີເຊຍ, ວຽດນາມ ແລະກຸງເທບ
ຕາມສະຖິຕິ ຈາກາຣ໌ຕາ ເປັນເມືອງທີ່ປອດໄພນ້ອຍທີ່ສຸດໃນເອເຊຍ ຕາມມາດ້ວຍ ໂຮຈິມິນຫ໌, ມຸມໄບ ແລະເດລີ ຂະນະທີ່ກຸງເທບ ຕາມມາເປັນອັນດັບທີ່ 5 ຊຶ່ງການສຳຫຼວດຕົວຊີ້ວັດກວ່າ 40 ປະເພດ ເຊັ່ນ ຄວາມປອດໄພທາງດິຈິຕອນ, ຄວາມປອດໄພທາງສຸກຂະພາບ, ຄວາມປອດໄພດ້ານໂຄງສ້າງພື້ນຖານ ທັງຫມົດເຖິງຄວາມປອດໄພສ່ວນບຸກຄົນ
ປະເທດທີ່ດີທີ່ສຸດ: ສິງກະໂປ
ຖ້າທຽບທັງເອເຊຍ ສິງຄໂປຣ໌ບລອດໄພເປັນອັນດັບ 2 ຕາມຫຼັງໂຕກຽວ
8. ພາດສະປອດ
ປະເທດທີ່ຕິດຄັດທີ່ສຸດ: ມຽນມາ, ລາວ, ວຽດນາມ ແລະກຳພູຊາ
ການວັດພະລັງຂອງພາດສະປອດ ໂດຍການເບິ່ງວ່າພາດສະປອດສາມາດເຂົ້າປະເທດໃດໄດ້ດ້ວຍໂດຍບໍ່ຕ້ອງຂໍວີຊ່າ ຊຶ່ງ ມຽນມາ ເປັນປະເທດທີ່ພາດສະປອດມີພະລັງນ້ອຍທີ່ສຸດ ໂດຍສາມາດເຂົ້າປະເທດໂດຍບໍ່ຕ້ອງຂໍວີຊ່າໄດ້ 41 ປະເທດ ຂະນະທີ່ລາວເຂົ້າໄດ້ 47 ປະເທດ ວຽດນາມແລະກຳພູຊາ 49 ປະເທດ ອິນໂດນີເຊຍ 59 ປະເທດ ຟິລິປິນສ໌ 61 ປະເທດ ແລະໄທ 72 ປະເທດ
ປະເທດທີ່ດີທີ່ສຸດ: ສິງກະໂປ
ສິງກະໂປເປັນປະເທດທີ່ມີພາດສະປອດຊົງພະລັງທີ່ສຸດໃນອາຊຽນ ແລະຊົງພະລັງເປັນອັນດັບ 2 ຂອງໂລກ ໂດຍສາມາດເຂົ້າປະເທດອື່ນ ໂດຍບໍ່ຕ້ອງຂໍວີຊ່າໄດ້ 159 ປະເທດ ຕາມມາດ້ວຍມາເລເຊຍ 156 ປະເທດ ແລະບຣູໄນ 136 ປະເທດ
source: http://www.rappler.com/world/regions/asia-pacific/167530-asean-traffic-crime-rankings
ความคิดเห็น
แสดงความคิดเห็น