8 ນິໄສ ທີ່ຄົນປະສົບຄວາມສຳເລັດລະດັບໂລກມີຄືກັນ (ທ່ານມີບໍ່..ລອງອ່ານເບິ່ງ)

8 ນິໄສ ທີ່ຄົນປະສົບຄວາມສຳເລັດລະດັບໂລກມີຄືກັນ

ການຕັ້ງເປົ້າໝາຍວ່າຢາກປະສົບຄວາມສຳເລັດໃນໄລຍະຍາວກໍ່ລອງນຳ 8 ນິໄສ ທີ່ຄົນປະສົບຄວາມສຳເລັດລະດັບໂລກມີຄືກັນໄປປັບໃຊ້ກັບຕົວເອງເບິ່ງ

1. Busy Busy : ຍູ່ງຢູ່ຕະຫລອດເວລາ

Jeffrey Pfeffer ອາຈານຈາກມະຫາວິທະຍາໄລ Stanford ໄດ້ເຮັດການສຳຫຼວດແລະພົບວ່າ ຄົົນທີ່ປະສົບຄວາມສຳເລັດຢ່າງ Lyndon Baines Johnson ປະທານາທິບໍດີແຫ່ງສະຫະລັດອະເມລີກາຄົນທີ່ 36 ແລະ Robert Moses ນັກວາງຜັງເມືອງທີ່ມີຊື່ສຽງລະດັບໂລກ ເຮັດວຽກກັນເຖິງມື້ລະ 10 ຊັ່ວໂມງ ແລະໃນໜຶ່ງອາທິດຈະຍຸດພັກພຽງໜຶ່ງມື້ເທົ່ານັ້ນ ແຕ່ພວກທ່ານກໍຮູ້ສຶກວ່າມັນເປັນເລື່ອງປົກກະຕິທຳມະດາຂອງຊີວິດ ເພາະການໄດ້ເຮັດວຽກທີ່ຮັກເຮັດໃຫ້ທ່ານສາມາດເຮັດໄປໄດ້ເລື່ອຍໆ ແບບບໍ່ຮູ້ເບື່ອ ແລະຜົນຈາກການທຸ້ມເທເຮັດວຽກໜັກກໍເຮັດໃຫ້ດອກຜົນນັ້ນງອອກງາມສົມຄວາມຕັ້ງໃຈ

2. Just Say No : ປະຕິເສດໃຫ້ເປັນ

Warren Buffett ສຸດຍອດນັກລົງທຸນໃນຕາດຫຸ້ນສາຢາພໍ່ມົດການເງີນ ກ່າວວ່າ “ຄວາມແຕກຕ່າງຂອງຄົົນທີ່ປະສົບຄວາມສຳເລັດທົ່ວໄປກັບຄົົນທີ່ປະສົບຄວາມສຳເລັດຢ່າງສູງຄື ຄົນປະເພດຫຼັງຮູ້ຈັກປະຕິເສດເກືອບທຸກຢ່າງ” ແທ້ ໆ ແລ້ວສິ່ງທີ່ຈຳເປັນສຳລັບຊີວິດເຮົາມີຢູ່ບໍ່ຈັກຢ່າງດອກ ແຕ່ເຮົາມັກຈະຮັບສິ່ງຕ່າງໆ ເຂົ້າມາຈົນຊີວິດລຸງລັງໄປຫມົດ ຫາກຫຼຸດຜ່ອນສິ່ງທີ່ບໍ່ຈຳເປັນລົງໄປດ້ວຍ ແລ້ວນຳແຮງກາຍແຮງໃຈໄປໃຊ້ກັບການພຸ່ງເປົ້າໄປສູ່ຄວາມຕ້ອງການທີ່ແທ້ຈີ່ງ ເສັ້ນທາງສູ່ຄວາມສຳເລັດກໍຄົງບໍ່ໄກເກີນເອື້ອມແນ່ນອນ

3. Know What You Are : ຮູ້ຈັກຕົວເອງ

ເຮົາເປັນໃຜ? ງານແບບໃດທີ່ເຮົາເຮັດໄດ້ດີ? ຈຸດແຂງຂອງເຮົາຄືຫຍັງ? ຖ້າບໍ່ສາມາດຕອບຄຳຖາມເຫຼົ່ານີ້ໄດ້ທັນທີ ຄວນຫາເວລາຢູ່ກັບຕົວເອງງຽບໆ ແລ້ວສຳຫຼວດຕົວເອງເບິ່ງ ຄົົນທີ່ຮູ້ຈັກຕົວເອງເປັນຢ່າງດີ ຈະສາມາດພັດທະນາສັກກະຢະພາບຂອງຕົວເອງໄດ້ຢ່າງຖືກທີ່ຖືກທາງ ແລະເຂົ້າເຖິງຄວາມສຳເລັດໄດ້ໄວກວ່າ

4. Build Networks : ສ້າງເຄືອຂ່າຍ

ໃນທີ່ນີ້ບໍ່ໄດ້ໝາຍເຖິງທຸລະກິດເຄືອຂ່າຍຫລືທີ່ຮຽກກັນວ່າຂາຍຕົງນະຄະ ແຕ່ໝາຍຄວາມວ່າຖ້າຢາກເປັນຄົົນທີ່ປະສົບຄວາມສຳເລັດ ເຮົາຄວນເຮັດຄວາມຮູ້ຈັກກັບຜູ້ຄົນໃຫ້ຫຼາກຫຼາຍ ໝັ່ນເຂົ້າສັງຄົມເລື້ອຍ ໆ ໂດຍສະເພາະກັບກຸ່ມຄົົນທີ່ເຮົາສົນໃຈຈະຮ່ວມງານຫລືຮ່ວມເຮັດທຸລະກິດດ້ວຍ ເປັນຄົນກວ້າງຂວາງ ກໍດີກວ່າຢູ່ຢ່າງໂດດດ່ຽວແນ່ນອນ

5. Create Good Luck : ບໍ່ຕ້ອງລໍຖ້າໂຊກ

ທີ່ບອກວ່າບໍ່ຕ້ອງລໍຖ້າໂຊກ ເພາະເຮົາສາມາດສ້າງໂຊກ ໃຫ້ເກີດຂຶ້ນໄດ້ດ້ວຍຕົວເອງ ບາງຄົນເບິ່ງເປັນຄົນໂຊກດີກວ່າກຄົນອື່ນ ຈັບຫຍັງກໍປະສົບຄວາມສຳເລັດໄປຫມົດ ນັ້ນເປັນເພາະທ່ານໝັ້ນພັດທະນາຕົວເອງຢ່າງສະໝ່ຳສະເໝີ ຂະຫຍັນຄິດໄອເດຍໃໝ່ໆ ແລະແລ່ນເຂົ້າຫາໂອກາດຕະຫລອດເວລາ ຖ້າເຮັດໄດ້ແບບນີ້ໂຊກດີກໍຈະຢູ່ຂ້າງດຽວກັບເຈົ້າເຊັ່ນກັນ

6. Have Grit : ມານະອົດທົນ

ການງານທຸກຢ່າງຈະສຳເລັດໄດ້ ນອກຈາກອາໄສສະຕິປັນຍາເປັນຕົວຊີ້ນຳແລ້ວ ຄວາມມານະອົດທົນກໍເປັນອີກໜຶ່ງປັດໄຈຫຼັກທີ່ສຳຄັນ ຄົົນທີ່ປະສົບຄວາມສຳເລັດຕ່າງຮູ້ດີວ່າຄວາມສຳເລັດບໍ່ມີທາງລັດ ຫາກຢາກໄດ້ມາຊຶ່ງສິ່ງທີ່ຕ້ອງການກໍຕ້ອງແລກດ້ວຍຄວາມທຸ້ມເທ ຢາກເປັນນັກຂຽນກໍຕ້ອງຂຽນທຸກມື້ ຢາກເກັ່ງພາສາອັງກິດກໍຕ້ອງຝຶກຝົນຢ່າງສະໝ່ຳສະເໝີ ກ່ອນຈະຕີເຫຼັກກ້າທ່ານຍັງຕ້ອງນຳໄປເຜົາໄຟໃຫ້ຮ້ອນເສຍກ່ອນ ຄົນເຮົາຈະແຂງແກ່ງໄດ້ກໍຕ້ອງຜ່ານບົດທົດສອບວ່າດ້ວຍຄວາມອົດທົນເຊັ່ນກັນ

7. Make Awesome Mistakes : ຮຽນຮູ້ຈາກຄວາມຜິດພາດ

Thomas Alva Edison ຜູ້ສາມາດປະດິດຫຼອດໄຟໄດ້ສຳເລັດເປັນຄົນແລກຂອງໂລກກ່າວໄວ້ວ່າ “I haven't failed, I've found 10,000 ways that don't work” ຂ້ອຍບໍ່ເຄີຍລົ້ມຫລຽວ ຂ້ອຍເພັງແຕ່ 10,000 ວິທີທີ່ໃຊ້ການບໍ່ໄດ້ເທົ່ານັ້ນ ຖ້າຢາກປະສົບຄວາມສຳເລັດ ທຸກເທື່ອທີ່ລົ້ມຫລຽວຂໍໃຫ້ຮີບລຸກຂຶ້ນໃໝ່ອີກເທື່ອແລ້ວກ້າວຕໍ່ໄປ ຢ່າ ຄ່ຳຄອຍເຖິງຄວາມຜິດພາດທີ່ຜ່ານໄປແລ້ວ ເກັບປະສົບການເຫຼົ່ານັ້ນໄວ້ເປັນບົດຮຽນເພື່ອເຮັດກ້າວຕໍ່ໄປໃຫ້ດີແລະຫມັ້ນຄົງຍິ່ງຂຶ້ນ ແຕ່ຈະໃຫ້ດີກໍຄວນຮຽນຮູ້ຈາກຄວາມຜິດພາດຂອງຜູ້ອື່ນໄວ້ດ້ວຍຈະໄດ້ບໍ່ເຮັດຜິດຊ້ຳ ແລະຄວນຜິດພາດເສຍຕັ້ງແຕ່ອາຍຸຍັງນ້ອຍ ເພາະຍັງມີເວລາໃຫ້ແກ້ຕົວອີກຫຼາຍ

8. Find Mentors : ຫາທີ່ບປືກສາທີ່ດີ

ໂຄ້ດສ່ວນໃຫຍ່ບໍ່ແມ່ນຄົົນທີ່ຫລິ້ນກີລາເກັ່ງກວ່ານັກກີລາ ແຕ່ທ່ານຄືຄົົນທີ່ຮູ້ວ່າຈະດຶງສັກກະຍະພາບສູງສຸດຂອງນັກກີລາອອກມາໄດ້ຈັ່ງໃດ ໃນການໃຊ້ຊີວິດໃຫ້ປະສົບຄວາມສຳເລັດ ການມີໂຄ້ດທີ່ດີຖືເປັນເລື່ອງປະເສິດ ດັ່ງນັ້ນ ການພະຍາຍາມພາຕົວເອງໄປຢູ່ກັບຄົນເກັ່ງ ເພື່ອຊຶມຊັບຮຽນຮູ້ວິທີຄິດວິທີເຮັດວຽກຂອງຄົນເຫຼົ່ານັ້ນ ຈຶ່ງຖືເປັນເລື່ອງສຳຄັນຫລາຍສຳລັບຜູ້ທີ່ໃຝ່ຫາຄວາມສຳເລັດໃນຊີວິດ

CR: TIME.com

ความคิดเห็น