ຕ້ອງລອງເຮັດ! 9 ວິທີບໍລິຫານສະຫມອງ ໃຫ້ມີຄວາມຈຳດີ (ໃຜຮຽນບໍ່ເກັ່ງອ່ານເດີ)

ຕ້ອງລອງເຮັດ! 9 ວິທີບໍລິຫານສະຫມອງ ໃຫ້ມີຄວາມຈຳດີ

ໄວຮຽນ ໄວຮູ້ ສະຫມອງຖືເປັນສິ່ງສຳຄັນຫລາຍໆ ນອກຈາກຈະອອກກຳລັງກາຍ ເລືອກກີນອາຫານທີ່ມີປະໂຫຍດຕໍ່ສະຫມອງ ເຊັ່ນ ໂອເມກ້າ 3 ແລ້ວ ຍັງແນະນຳເພິ່ມເຕິມອີກວ່າ “ການພາຕົນເອງໄປຢູ່ໃນສິ່ງແວດລ້ອມແປກໃໝ່ ທັງຫມົດເຖິງເຮັດກິດຈະກຳຕ່າງໆ ທີ່ບໍ່ເຄີຍເຮັດ ຈະຊ່ວຍກະຕຸ້ນການເຮັດວຽກ ຂອງສະຫມອງທຸກສ່ວນ ທັງໃນສ່ວນຄວາມຈໍາ ປະສາດສຳຜັດ ແລະທັກສະຕ່າງໆ ໄດ້ເປັນຢ່າງດີ ມື້ນີ້ເຮົາມີກິດຈະກຳທີ່ຈະຊ່ວຍບໍລິຫານສະຫມອງມາແນະນຳ

9 ວິທີບໍລິຫານສະຫມອງ ໃຫ້ມີຄວາມຈຳດີ

1.ຝຶກຮຽນຮູ້ສິ່ງໃໝ່ໆ ໃນຊີວິດປະຈໍາວັນ ເຊັ່ນ ປ່ຽນສະຖານທີ່ຊື້ເຄືອງ ທີ່ກິນອາຫານກາງເວັນ ຟັງວິທະຍູລາຍການໃໝ່ໆ ຫລືເດິນທາງທ່ອງທ່ຽວໄປຍັງສະຖານທີ່ທີ່ບໍ່ເຄີຍໄປ

2. ເຮັດງານອະດິເຣກທີ່ບໍ່ເຄີຍເຮັດ ເຊັ່ນ ງານຝີມື ຫຍິບປັກຖັກຮ້ອຍ ຮຽນດົນຕີ ເຕັ້ນລໍາ ຫລິ້ນກີລາ ຫລືຝຶກໂຢຄະ

3. ຫລີ້ນເກມຝຶກສະຫມອງ ເຊັ່ນ ປິດສະນາອັກສອນ ບັນຫາໝາກຮອດ ແລະໝາກລ້ອມ ຫລືຝຶກຝົນຄວາມຈໍາໂດຍພະຍາຍາມຈໍາໜ້າແລະຊື່ຂອງບຸກຄົນສໍາຄັນ ຫລືເປີດພົດຈະນານຸກົມທ່ອງທ່ຽວຄຳສັບໃໝ່ໆ

4.ທໍາສະມາທິແລະຝຶກຕັ້ງສະຕິ ໂດຍກໍາໜົດຈິດໃຫ້ຮູ້ເທົ່າທັນຕົນເອງວ່າຂະນະນີ້ມີອາລົມຄວາມຮູ້ສຶກຢ່າງໃດ ກໍາລັງເຮັດຫຍັງ ຫລືຈະໄປບ່ອນໃດ

5.ນັດພົບເພື່ອນຝູງ ເວົ້າກັນແລກປ່ຽນຄວາມຄິດເຫັນຫລືຂ່າວສານທີ່ເກິດຂື້ນໃນຊີວິດປະຈໍາວັນເພື່ອຝຶກສະຫມອງໃຫ້ຮູ້ຈັກຄິດວິເຄາະ

6.ສະໝັກເຂົ້າຊົມລົມຕ່າງໆ ເຮັດກິດຈະກຳແປກໃໝ່ແລະເຮັດຄວາມຮູ້ຈັກກັບເພື່ອນໃໝ່

7.ປ່ຽນການໃຊ້ປະສາດສຳຜັດທີ່ເຄີຍໃຊ້ເປັນປະຈໍາ ເຊັ່ນ ໃຊ້ມືຂ້າງບໍ່ຖະຫນັດຈັບເຄື່ອງ ຂຽນຫນັງສືແຕ້ມຮູບ ປັ້ນດິນນ້ໍາມັນ ຫລື ກວາດເຮືອນ

8.ຟັງເພງຄາດສິກ ຊ່ວຍກະຕຸ້ນການທໍາງານຂອງສະຫມອງ ເຮັດໃຫ້ມີສະມາທິແລະຄວາມຈໍາດີ

9. ຝຶກຜ່ອນຄາຍສະຫມອງດ້ວຍການເບີ່ງໂລກໃນແງ່ດີ ມີເມດຕາ ນຶກເຖິງແຕ່ປະສົບການດີໆ ຫັດເປັນຄົນຢິ້ມງ່າຍແລະມີອາລົມຂັນ

CR: health.campus-star.com

ความคิดเห็น