ວິທີເບິ່ງແຍງຕີນ ບໍ່ໃຫ້ມີກິ່ນເໝັນອັບ

–ລ້າງຕີນດ້ວຍສະບູ່ເປັນປະຈຳທຸກມື້ ຢ່າລືມເຊັດໃຫ້ແຫ້ງທຸກເທື່ອ ກ່ອນໃສ່ຖົງຕີນ ຫລືຮອງຕີນ

– ສວມໃສ່ຖົງຕີນທີ່ເຮັດຈາກຝ້າຍ ຈະລະບາຍອາກາດໄດ້ດີກວ່າຖົງຕີນໄນລ່ອນ ແລະປ່ຽນຖົງຕີນທີ່ໃສ່ທຸກມື້

– ປ່ຽນຮອງຕີນ ບໍ່ຄວນໃສ່ຮອງຕີນຄູ່ເກົ້າຊ້ຳໆ ທຸກມື້ ໂດຍສະເພາະຮອງຕີນກີລາ ຄວນປ່ອຍໃຫ້ມັນໄດ້ຜຶ່ງແຫ້ງສະນິດຫຼັງຈາກທີ່ເຈົ້າໃສ່ ດ້ວຍການສະລັບໄປໃສ່ຄູ່ອື່ນແທນ

– ຄວນໃສ່ຮອງຕີນທີ່ມີການລະບາຍອາກາດທີ່ດີ ເຊັ່ນ ຮອງຕີນໜັງ ຜ້າໃບ ຫລືຮອງຕີນຊະນິດທີ່ມີຮູລະບາຍອາກາດ

– ຫາກຕ້ອງໃສ່ຮອງຕີນທີ່ປິດຫຸ້ມຕີນທັງໝົດ ເຊັ່ນ ຮອງຕີນກີລາ ຄວນສວມຖົງຕີນດ້ວຍທຸກເທື່ອ

– ຖ້າເປັນໄປໄດ້ ຄວນເລືອກຮອງຕີນທີ່ເຮັດຈາກວັດດຸລະບາຍກິ່ນ ເຊັ່ນ ມີສົ້ນທີ່ເຮັດຈາກຢາງປະສົມຜົງຖ່ານ ຈະຊ່ວຍລະງັບກິ່ນໄດ້ດີຂຶ້ນ

– ຫາກເຮັດຂະໜາດນີ້ຕີນຢັງເກີດກິ່ນຢູ່ອີກ ການໃຊ້ສະເປລະງັບກິ່ນທີ່ຕີນອາດຊ່ວຍໄດ້ດ້ວຍ ທັງຫມົດທັງການໂລຍແປ້ງເພື່ອຊ່ວຍໃຫ້ຕີນແຫ້ງຂຶ້ນລຸດການອັບຊື້ນ

– ແຕ່ຖ້າບໍ່ໄຫວແທ້ ໆ ເຮັດສາລະພັດວິທີແລ້ວຕີນຢັງເກີດກິ່ນ ເຈົ້າອາດຕ້ອງປຶກສາກັບແພດຜິວໜັງ ເພື່ອພິຈາລະນາເຖິງຄວາມຜິດປົກກະຕິອື່ນໆ ທີ່ອາດເກີດຂຶ້ນກັບຮ່າງກາຍ

CR: health.campus-star.com

ความคิดเห็น