ຄົນໃນແຕ່ລະຊ່ວງອາຍຸ ຕ້ອງນອນຫຼັບດົນເທົ່າໃດ ເຖິງຈະພໍ? (ທ່ານຮູ້ແລ້ວບໍ່...)

ການນອນຫຼັບພັກຜ່ອນບໍ່ພຽງພໍ ເປັນສາເຫດໃຫ້ເກີດໂລກໄພຕ່າງໆ ຫລວງຫລາຍ ກັບຮ່າງກາຍ ມື້ມີສາລະຄວາມຮູ້ຈາກມູນນິທິການນອນຫຼັບແຫ່ງຊາດ ໃນສະຫະຣັດອະເມຣິກາ ເລື່ອງການແນະນຳລະຍະເວລາໃນການນອນຫຼັບທີ່ເໝາະສົມ ໂດຍແບ່ງຕາມເກນຊ່ວງອາຍຸຕ່າງໆ ດັ່ງຕໍ່ໄປນີ້ ມາຝາກ ຮູ້ຂໍ້ມູນແລ້ວນຳໄປປະຕິບັດຕາມ

ອາຍຸກັບ ການນອນຫຼັບ ໃຫ້ພຽງພໍ

– ເດັກແລກເກີດ (ອາຍຸ 0-3 ເດືອນ) ຄວນນອນ 14-17 ຊັ່ວໂມງຕໍ່ມື້

– ເດັກເດັກນ້ອຍ (ອາຍຸ 4-11ເດືອນ) ຄວນນອນ 12-15 ຊັ່ວໂມງ

– ເດັກ (ອາຍຸ 1-2 ປີ) ຄວນນອນ 11-14 ຊັ່ວໂມງ

– ໄວອະນຸບານ (ອາຍຸ 3-5 ປີ) ຄວນນອນ 10-13 ຊັ່ວໂມງ

– ໄວປະຖົມ (ອາຍຸ 6-13 ປີ) ຄວນນອນ 9-11 ຊັ່ວໂມງ

– ໄວມັດທະຍົມ (ອາຍຸ 14-17 ປີ) ຄວນນອນ 8-10 ຊັ່ວໂມງ

– ໄວລຸ້ນ (ອາຍຸ 18-25 ປີ): ຄວນນອນ 7-9 ຊັ່ວໂມງ

– ໄວເຮັດວຽກ (ອາຍຸ 26-64 ປີ): ຄວນນອນ 7-9 ຊັ່ວໂມງ ເທົ່າກັບຕອນໄວລຸ້ນ

– ໄວຊະລາ (ອາຍຸ 65 ປີຂຶ້ນໄປ) ຄວນນອນ 7-8 ຊັ່ວໂມງ

ສາມາດ ບວກລົບ 1 ຊັ່ວໂມງໄດ້ດ້ວຍໃນບາງກໍລະນີ ເຊັ່ນ ໄວລຸ້ນ ໄວເຮັດວຽກ ສາມາດນອນໄດ້ 6 ຫລື 10 ຊັ່ວໂມງ ຊຶ່ງບໍ່ໄດ້ຖືວ່ານອນນ້ອຍໄປ ຫລືນອນຫລາຍໄປ

CR: health.campus-star.com

ความคิดเห็น