ຈະລ້ຽງລູກໃຫ້ເປັນເດັກທີ່ສະຫລຽວສະຫລາດໄດ້ແນວໃດ
• ສອນໃຫ້ລູກມີຄວາມຮູ້ສຶກນຶກຄິດໃນເລື່ອງຂອງການຮຽນຮູ້ສິ່ງຕ່າງ ໆ ບໍ່ແມ່ນແຄ່ພຽງຄວາມສາມາດທີ່ຕິດຕົວມາ ໃຫ້ລູກໄດ້ເຂົ້າໃຈເຖິງວ່າຄວາມສົນໃຈໃນການຮຽນຮູ້ສິ່ງຕ່າງ ໆ ທີ່ເກິດຂື້ນອ້ອມຕົວ ຈະກາຍເປັນປະສົບການແລະສ້າງຄວາມສະຫລາດໃຫ້ເກີດຂຶ້ນໄດ້
• ການມຸ້ງເນັ້ນຢູ່ກັບຄວາມສາມາດຫລືສະຕິປັນຍາທີ່ຕິດຕົວມາທີ່ພຽງຢ່າງດຽວນັ້ນ ອາດເປັນສາເຫດໃຫ້ເດັກ ປະສົບກັບຄວາມລົ້ມຫລຽວ ເດັກທີ່ຖືກພໍ່ແມ່ເວົ້າວ່າສະຫລາດຢູ່ສະເໝີ ອາດຈະພົບກັບເລື່ອງຍາກເມື່ອພວກທ່ານຕ້ອງເຈີກັບສິ່ງທີ່ຕ້ອງໃຊ້ຄວາມພະຍາຍາມຫລາຍຂຶ້ນ ຕ້ອງຜະເຊີນກັບບັນຫາທີ່ຍາກລຳບາກແລະບໍ່ສາມາດແກ້ໄຂໄດ້ ເພາະພວກທ່ານຄຸ້ນຊິນຢູ່ກັບຄວາມທີ່ບໍ່ຕ້ອງພະຍາຍາມ ໃນທາງກົງກັນຂ້າມສຳລັບເດັກທີ່ໝັ່ນຫາຄວາມຮູ້ສະໝຳ່ສະເໝີ ຈະຮູ້ຈັກກັບວິທີຈັດການບັນຫາຕ່າງ ໆ ໄດ້ດີຂຶ້ນ ການສອນໃຫ້ລູກຮູ້ວ່າຄວາມລົ້ມຫລຽວນັ້ນເປັນບັນຫາທີ່ຕ້ອງແກ້ໄຂແລະບໍ່ມີອຸປະສັກໃດທີ່ຈະເອົາຊະນະບໍ່ໄດ້ ຄວາມຄິດແບບນີ້ຈະຊ່ວຍສົ່ງເສີມໃຫ້ລູກປະສົບຄວາມສຳເລັດທັງໃນເລື່ອງຮຽນແລະຊີວິດປະຈຳວັນ
• ແນ່ນອນວ່າການຮຽນໜັກພຽງຢ່າງດຽວກໍບໍ່ອາດເຮັດໃຫ້ລູກປະສົບຄວາມສຳເລັດໄດ້ດີ ແຕ່ຫັວໃຈຄືການເປີດໂອກາດໃຫ້ລູກໄດ້ຮູ້ຈັກຄິດດ້ວຍຕັວເອງ ສອນລູກໃຫ້ຮຽນຮູ້ສິ່ງອື່ນສິ່ງອ້ອມຕົວນອກຈາກຫນັງສືຮຽນ ຊຶ່ງຈະເຮັດໃຫ້ພວກທ່ານໄດ້ໃຊ້ຄວາມຄິດຢູ່ຕະຫລອດ ແລະເປັນນິໄສທີ່ລູກຈະນຳຕິດຕັວໄປໄດ້ຈົນໃຫຍ່ ດັ່ງນັ້ນມັນຈຶ່ງເປັນສິ່ງທີ່ດີທີ່ສຸດທີ່ຈະເລີ່ມຕົ້ນຕັ້ງແຕ່ລູກຢັງເປັນນ້ອຍ ໆ
ການລ້ຽງດູລູກໃຫ້ເປັນເດັກທີ່ສະຫລຽວສະຫລາດນັ້ນບໍ່ໄດ້ເປັນສິ່ງທີ່ພໍ່ແມ່ຈະສ້າງໃຫ້ລູກໄດ້ພຽງຊົ່ວຂ້າມຄືນ ແຕ່ການຮຽນຮູ້ນັ້ນເປັນສິ່ງທີ່ບໍ່ມີມື້ຍຸດແລະເກີດຂຶ້ນໄດ້ສະເໝີ ໆ ຕະຫລອດເວລາ ດັ່ງນັ້ນຢາກໃຫ້ລູກເຕີບໂຕມາຢ່າງສະຫລຽວສະຫລາດ ການເລີ່ມຕົ້ນທີ່ຈະລ້ຽງດູລູກໃຫ້ເປັນເດັກທີ່ຮັກໃນການຮຽນຮູ້ ມີຄວາມນຶກຄິດ ແລະຄວາມພະຍາຍາມທີ່ຈະຮຽນຮູ້ໃນທຸກສິ່ງທຸກຢ່າງອ້ອມ ໆ ຕົວໃຫ້ຫລາຍເທົ່າທີ່ລູກຈະເຮັດໄດ້
ความคิดเห็น
แสดงความคิดเห็น