ອອກກຳລັງກາຍຕອນເຊົ້າ ບໍ່ໄດ້ດີຢ່າງຄິດ
ອອກກຳລັງກຳລັງກາຍ ຖືເປັນເລື່ອງທີ່ດີທີ່ຊ່ວຍເຮັດໃຫ້ສຸກຂະພາບຮ່າງກາຍແຂງແຮງ ແຕ່ຫາກອອກບໍ່ຖືກວິທີ ປະຕິບັດບໍ່ເໝາະສົມ ກໍອາດຈະກໍ່ໃຫ້ເກີດຜົນເສຍຕໍ່ຮ່າງກາຍໄດ້ ມື້ນີ້ເຮົາມີສາ]ະຄວາມຮູ້ກ່ຽວກັບຊ່ວງເວລາຂອງການອອກກຳລັງກາຍມາເຜີຍແຜ່ໃຫ້ທຸກຄົນໄດ້ຮູ້ກັນ ເພື່ອນໆ ຮູ້ບໍ່ວ່າຮ່າງກາຍຂອງຄົນເຮົາຄວນອອກກຳລັງກາຍເວລາໃດຈະເປັນຜົນດີີ ຫຼາຍໆ ຄົນຄິດວ່າການອອກກຳລັງກາຍສາມາດອອກຕອນໃດກໍ່ໄດ້ແມ່ນບໍ່ ລອງອ່ານບົດຄວາມຕໍ່ໄປນີ້ຈະເຮັດໃຫ້ເຂົ້າໃຈຫລາຍຂຶ້ນ
ອອກກຳລັງກາຍຕອນເຊົ້າ ຮູ້ບໍ່ຕັບຕ້ອງເຮັດວຽກໜັກຫລາຍ
ການອອກກຳລັງກາຍຕອນເຊົ້າ
ຕັບຕ້ອງເຮັດວຽກໜັກຫລາຍ ເນື່ອງຈາກຕອນທີ່ນອນຫຼັບ ຕັບຈະເຮັດຫນ້າທີ່ປ່ຽນສານອາຫານ ເຊັ່ນ ປ່ຽນນ້ຳຕານເປັນໄນໂຄເຈນ ຫລືໂປຣຕີນ ເປັນຟອດຟາເຈນ ດັ່ງນັ້ນເມື່ອຕື່ນນອນໃນຕອນເຊົ້າເຮົາຈຶ່ງບໍ່ມີພະລັງງານເຫຼືອຢູ່ໃນຫຼອດເລືອດ ຖ້າໄປອອກກຳລັງກາຍຫຼັງຕື່ນນອນ ຕັບກໍຕ້ອງດຶງສານອາຫານທີ່ເກັບໄວ້ເມື່ອຄືນອອກມາໃຊ້ໃໝ່ ຖ້າເປັນຢ່າງນີ້ປະຈຳທຸກມື້ ຕັບຈະຕ້ອງເຮັດວຽກໜັກແລະບໍ່ໄດ້ພັກເລີຍ
ແຕ່ຖ້າຫາກໃຜທີ່ບໍ່ມີເວລາ ສະດວກອອກກຳລັງກາຍແຕ່ຕອນເຊົ້າເທົ່ານັ້ນ ກໍພໍຈະມີທາງອອກຢູ່ຄ່ະ ຄືເຈົ້າຕ້ອງຮັບປະທານອາຫານກ່ອນອອກກຳລັງກາຍລ່ວງໜ້າປະມານ 2 ຊັ່ວໂມງ ແລ້ວຈຶ່ງຈະໄປອອກກຳລັງກາຍໄດ້ໂດຍລຸດຄວາມສ່ຽງທີ່ເປັນຜົນເສຍຕໍ່ຕັບ (ແຕ່ກໍຄົງຈະຍາກໜ່ອຍໜື່ງສຳລັບຄົົນທີ່ຕ້ອງຕື່ນເຊົ້າຫລາຍໆ ເຊັ່ນຖ້າເຈົ້າຕ້ອງໄປອອກຫົກໂມງເຊົ້າ ເຈົ້າກໍຕ້ອງກີນອາການຕອນ 4 ໂມງ ຈະຕື່ນໄຫວ??
ການອອກກຳລັງກາຍຕອນແລງ
ຕັບຈະບໍ່ຕ້ອງເຮັດວຽກໜັກ ຫາກເຮົາອອກກຳລັງກາຍໃນຕອນແລງ ເພາະເນື່ອງມາຈາກຕະຫລອດວັນ ຮ່າງກາຍໄດ້ມີພະລັງງານສະສົມຈາກການກິນເຂົ້າຕອນເຊົ້າ ກາງເວັນແລະຕອນແລງຫລາຍແລ້ວ ຊຶ່ງຢູ່ໃນປະລິມານທີ່ຫລາຍພໍທີ່ຈະສາມາດອອກກຳລັງກາຍໄດ້ທັງໜັກ ແລະເບົາ ແຕ່ການອອກກຳລັງກາຍຕອນແລງມີເຄັດລັບຢູ່ວ່າ ຫຼັງຈາກອອກກຳລັງກາຍຕອນແລງສຳເລັດແລ້ວ ໃຫ້ດື່ມນ້ຳ ໂດຍຄ່ອຍໆ ດື່ມຈົນຮູ້ສຶກອິ່ມ ເມື່ອກັບເຖິງເຮືອນເຮົາຈະບໍ່ຮູ້ສຶກຫິວເທົ່າໃດ ລຸດຄວາມຢາກອາຫານໄດ້ ເມື່ອເຖິງເວລາເຂົ້ານອນຈະເຫຼືອສານອາຫານນ້ອຍທີ່ສຸດ ຕັບບໍ່ຕ້ອງເຮັດວຽກໜັກ ສານອາຫານບໍ່ມີໄປເກັບຕາມທີ່ຕ່າງໆ ຈຶ່ງບໍ່ເຮັດໃຫ້ຕູຸ່ຍ ແລະເປັນວິທີລຸດໄຂມັນທີ່ດີ
ສຳລັບເລື່ອງການອອກກຳລັງຫາຍໃນຕອນເຊົ້າ ຕອນແລງ ຍັງມີຜົນງານວິໄຈໃນຕ່າງປະເທດພົບອີກວ່າ ການອອກກຳລັງກາຍຕອນເຊົ້າຈະເຮັດໃຫ້ພູມຕ້ານທານໃນຮ່າງກາຍລຸດລົງ ສ່ວນການອອກກຳລັງກາຍໃນຕອນແລງ ຈະເຮັດໃຫ້ພູມິຕ້ານທານໃນຮ່າງກາຍເພີ່ມຂຶ້ນ ຮູ້ແບບນີ້ແລ້ວລອງປັບປ່ຽນພຶດຕິກຳ ເບິ່ງ
ເຄັດລັບການດື່ມນ້ຳສຳລັບການອອກກຳລັງກາຍ
ການດື່ມນ້ຳເປັນເລື່ອງທີ່ດີ ແລະເໝາະສົມ ສາມາດດື່ມໄດ້ທັງໃນຊ່ວງທີ່ອອກກຳລັງກາຍ ແລະຫຼັງອອກກຳລັງກາຍ ຂໍ້ດີຄື ຊ່ວຍໃຫ້ອຸນຫະພູມຂອງຮ່າງກາຍຖືກປັບລົງຢ່າງຊ້າໆ ແລະສະໝຳສະເໝີ ໃນທາງກົງກັນຂ້າມຫາກເຈົ້າດື່ມນ້ຳເຢັນ ຈະເຮັດໃຫ້ເຈົ້າອຸນຫະພູມຮ່າງກາຍປັບລຸດໄວເກີນໄປ
ຫາກດື່ມໃນຂະນະອອກກຳລັງກາຍຊຶ່ງຮ່າງກາຍກຳລັງທັງມີຄວາມຮ້ອນ ແລະເສຍເຫື່ອຫລາຍ ຈະສົ່ງຜົນໃຫ້ຮ່າງກາຍເຈົ້າເຮັດວຽກໜັກ ແລະເຮັດໃຫ້ເຈົ້າບໍ່ສະບາຍໄດ້ ແຕ່ຖ້າຫາກໃຜຢ້ານວ່າຕອນອອກກຳລັງກາຍຕອນແລງຈະໝົດແຮງ ກ່ອນໄປອອກກຳລັງກາຍສາມາດກີນຫມາກໄມ້ລ່ວງໜ້າຊັກ 30 ນາທີ – 1 ຊັ່ວໂມງກ່ອນໄດ້
ความคิดเห็น
แสดงความคิดเห็น