ອາຫານທີ່ບໍ່ຄວນອຸ່ນຊ້ຳ ຈາກມີປະໂຫຍດຈະກາຍເປັນໂທດທັນທີ

5 ອາຫານທີ່ບໍ່ຄວນອຸ່ນຊ້ຳ ຈາກມີປະໂຫຍດຈະກາຍເປັນໂທດທັນທີ

ເພື່ອຕອບສະຫນອງຊີວິດທີ່ເລັ່ງດ່ວນໃນຢຸກປະຈຸບັນ ຈຶ່ງມີການເຮັດອາຫານອອກມາເພື່ອຕອບຮັບກັບຄວາມຕ້ອງການ ເຊັນ ອາຫານສຳເລັດຮູບ ແກງຖົງ ເຂົ້າໃສ່ຖົງ ຊຶ່ງຫຼາຍໆ ຄົນ ອາດຈະຊື້ມາແລ້ວກີນບໍ່ໝົດ ຫລືຊື້ມາເຜື່ອມື້ຕໍ່ໆ ໄປ ແລ້ວນຳມາອຸ່ນກິນຊ້ຳ ເພື່ອປະຫຍັດເວລາໃນການໄປ ຈ່າຍຕະຫຼາດ ຮູ້ບໍ່ວ່າອາຫານບາງປະເພດບໍ່ຄວນຈະນຳມາອຸ່ນຊ້ຳເພື່ອຮັບກີນເພາະອາດກໍ່ໃຫ້ເກີດພະຍາດຊຶ່ງເປັນໂທດຕໍ່ຮ່າງກາຍ

ມີປະໂຫຍດກໍມີໂທດ ອາຫານທີ່ບໍ່ຄວນອຸ່ນຊ້ຳ

1. ຜັກໂຂມ

ເປັນຜັກທີ່ມີໂປຕີນສູງ ມີວິຕາມິນ ແລະແຮ້ທາດທີ່ດີຕໍ່ຮ່າງກາຍຫຼາກຫຼາຍຊະນິດ ເຊັ່ນ ແຄລຊຽມ, ທາດເຫຼັກ, ແມກນີຊຽມ, ວິຕາມິນເອ, ວິຕາມິນບີ, ວິຕາມິນເຄ

ຫາກນຳມາອຸ່ນຮ້ອນ ສານໄນເຕດທີ່ຢູ່ໃນຜັກໂຂມ ຈະປ່ຽນເປັນ ສານກໍ່ມະເຮັງແລະອື່ນໆ ໄດ້

2. ເຫັດ

ເຫັດມີຫຼາກຫຼາຍຊະນິດ ຈັດເປັນຜັກທີ່ປາດສະຈາກໄຂມັນ ມີປະລິມານນ້ຳຕານແລະເກືອຄ່ອນຂ້າງຕ່ຳ ແລະຢັງເປັນແຫຼ່ງໂປຣຕີນທີ່ດີອຸດົມໄປດ້ວຍວິຕາມິນ ແລະແຮ້ທາດຫລວງຫລາຍ

ແຕ່ຫາກນຳມາອຸ່ນຊ້ຳ ຈະເຮັດໃຫ້ໂປຣຕີນໃນເຫັດເສື່ອມສະພາບ ແລະກໍ່ໃຫ້ເກີດອັນຕະລາຍຕໍ່ກະເພາະອາຫານ

3. ມັນຝຣັ່ງ

ເປັນອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ແຕ່ຫຼັງຈາກເຮັດໃຫ້ສຸກແລ້ວຖິ້ມໄວ້ໃນອຸນຫະພູມຫ້ອງຫລືເກັບໄວ້ໃນຕູ້ເຢັນ ຈະເຮັດໃຫ້ເກີດເຊື້ອໂບທູລິນຳ ຊຶ່ງເປັນພິດຕໍ່ລະບົບປະສາດ

ຫາກນຳໄປອຸ່ນຊ້ຳກໍຈະເຮັດໃຫ້ເກີດເປັນພິດ ເມື່ອກິນເຂົ້າໄປກໍຈະເປັນອັນຕະລາຍນັ້ນເອງ

4. ຊີ້ນໄກ່

ຊີ້ນໄກ່ໂດຍສະເພາະສ່ວນອົກ ເປັນໜື່ງໃນເມນູຮິດຂອງຄົນອອກກຳລັງກາຍ ເພາະມີໂປຣຕີນສູງ ໄຂມັນນ້ອຍ

ແຕ່ຈະສູນເສຍໂປຣຕີນໄປເລີຍທັນທີ ຫາກນຳຊີ້ນໄກ່ທີ່ສຸກແລ້ວໄປແຊ່ເຢັນແລ້ວນຳມາອຸ່ນຊ້ຳອີກ ໂປຣຕີນຈະແປສະພາບບໍ່ສົມບູນ ແລະເມື່ອກິນເຂົ້າໄປອາດເຮັດໃຫ້ເກີດບັນຫາໃນລະບົບທາງເດີນອາຫານໄດ້

5. ໄຂ່ຕົ້ມ

ໃນໄຂ່ມີໂປຣຕີນ ເກິດບັນຫາເຊັ່ນດຽວກັບໜ້າອົກໄກ່ ຄືຖ້ານຳໄຂ່ມາອຸ່ນໃນອຸນຫະພູມສູງໆ ເມື່ອກິນເຂົ້າໄປ ອາດເຮັດໃຫ້ສົ່ງຜົນເສຍຕໍ່ລະບົບທາງເດີນອາຫານໄດ້

6. ເຂົ້າ

ການອຸ່ນເຂົ້າຊ້ຳ ໆ ກໍ່ສາມາດໃຫ້ເກີດໂທດໄດ້ ເຊັນ ການວາງເຂົ້າສຸກທີ່ກີນບໍ່ໝົດໄວ້ໃນອຸນຫະພູມຫ້ອງ ເມື່ອນຳໄປອຸ່ນຊ້ຳກໍຈະກໍ່ໃຫ້ເກີດສານພິດທີ່ເຮັດໃຫ້ຮາກຫລືທ້ອງເສຍໄດ້

CR: health.campus-star.com

ความคิดเห็น