ເຕືອນດ້ວຍຄວາມຫວັງດີ! ຢ່າເຮັດວຽກໜັກ ເພື່ອຫາເງີນຮັກສາຕົວເອງ ອ່ານກ່ອນສາຍເກີນໄປ
ປະຈຸບັນຄົງປະຕິເສດບໍ່ໄດ້ວ່າທຸກມື້ນີ້ທີ່ເຮົາຢັງຕ້ອງຕັ້ງໜ້າຕັ້ງຕາເຮັດວຽກກັນ ກໍເພາະການແຂ່ງຂັນໃນສັງຄົມທີ່ສູງ ສະພາບເສດຖະກິດທີ່ຜັກດັນໃຫ້ເຮົາຕ້ອງດິ້ນລົນເພື່ອຫາເງີນເຂົ້າບັນຊີຫຼາຍໆ ໄວ້ກ່ອນ ເພາະໃນອະນາຄົດກໍຄົງບໍ່ມີໃຜຕອບໄດ້ວ່າຊີວິດຈະເປັນຈັ່ງໃດ
ຫາກມຸ້ງເຮັດແຕ່ວຽກຈົນລືມຫາເວລາມາເບິ່ງແຍງສຸກຂະພາບຂອງຕົວເອງ ລອງຖາມໃຈເບິ່ງອີກທີນະວ່ານີ້ເຮົາເຮັດວຽກໜັກເພື່ອເກັບເງີນໄປໃຊ້ໃນຫ້ອງ ICU ຢູ່ຫລືບໍ່ ບໍ່ກໍລອງນຶກເຖິງໄວກະສຽນ ວັນທີສຸກຂະພາບເລີ່ມຊຸດໂຊມ ຕອນນັ້ນເງີນທີ່ເກັບໄວ້ກໍຄົງບໍ່ພົ້ນຕ້ອງເອົາມາປິ່ນປົວພະຍາດໄພໄຂ້ເຈັບທີ່ເປັນຢູ່ແນ່ນອນ
ເຮັດວຽກໜັກເກີນໄປ ກໍ່ໃຫ້ເກິດໂລກໄພຫຍັງແດ່ ? ຄົົນທີ່ເຮັດວຽກໜັກຫລາຍໄປ ລອງຫັນກັບມາຖາມຮ່າງກາຍເບິ່ງວ່າເໜື່ອຍບໍ ໄຫວຫລືບໍ່ ເພາະອາການແລກໆ ທີ່ຄົນເຮັດວຽກໜັກໄດ້ພົບເຈີກັນເລື້ອຍໆ ນັ້ນກໍຄືຄວາມອ່ອນເພລຍ ເມື່ອຍລ້າ ຊຶ່ງແປໄດ້ວ່າຮ່າງກາຍກຳລັງອ່ອນແອລົງ ແລະພ້ອມຈະຮັບເຊື້ອພະຍາດທີ່ລ່ອຍລ່ອງຢູ່ຕາມສະພາບແວດລ້ອມໃນທີ່ເຮັດວຽກໄດ້ງ່າຍຂຶ້ນ ຈົນສ່ຽງຕໍ່ພະຍາດແລະອາການເຈັບປ່ວຍຕໍ່ໄປນີ້
1. ພະຍາດຄຽດ
ຍອມຮັບບໍລ່ະວ່າການເຮັດວຽກງານໜັກເຮັດໃຫ້ຮູ້ສຶກຄຽດໄດ້ແທ້ໆ ຍິ່ງຫາກເຈີງານທີ່ມີຄວາມກົດດັນສູງ ຫລືບາງທີເຮົາກໍກົດດັນຕົວເອງໃຫ້ຕ້ອງເຮັດວຽກຫຼາຍໆ ປັດໄຈເຫຼົ່ານີ້ແຫຼະຈະເຮັດໃຫ້ເຈົ້າມີລະດັບຄວາມຄຽດທີ່ເພີ່ມຂຶ້ນ ຊຶ່ງຄວາມຄຽດເຫຼົ່ານີ້ກໍຈະເຮັດໃຫ້ເກີດຜົນກະທົບຕໍ່ຮ່າງກາຍ ເຊັ່ນ ເຈັບຫົວ ອ່ອນລ້າ ຄື້ນໄສ້ ແລະອາລົມບໍ່ດີ ນອກຈາກນີ້ຄວາມຄຽດຍັງເຮັດໃຫ້ປະສິດທິພາບຂອງວຽກລຸດລົງອີກດ້ວຍ ບໍ່ເຊື່ອກໍ່ມາເຮັດເບິ່ງ
ຜົນກະທົບນີ້ ທີ່ເກີດເພາະເຈົ້າຄຽດ
2. ຕຸ່ຍຂຶ້ນ
ຈາກການສຶກສາໃນອອດເຕເລຍພົບວ່າ ການນັ່ງເປັນເວລາດົນຕິດຕໍ່ກັນມື້ລະຫຼາຍຊົ່ວໂມງ ມີຜົນກະທົບຕໍ່ລະບົບການເຜົາຜານອາຫານ ເພາະການເຜົາຜາຍຈະນ້ອຍລົງເມື່ອເຮົານັ່ງ ແລະເປັນສາເຫດສຳຄັນທີ່ເຮັດໃຫ້ຕຸ່ຍແລະບັນຫາສຸກຂະພາບອື່ນ ໆ ຕາມມາອີກຫລວງຫລາຍ ເຊັ່ນ ພະຍາດເບົາຫວານ ພະຍາດຫົວ ໃຈແລະຫຼອດເລືອດ ແຖມຍັງມີການວິໄຈພົບວ່າ ຜູ້ຍິງທີ່ນັ່ງເຮັດວຽກຫລາຍກວ່າມື້ລະ 6 ຊັ່ວໂມງຕໍ່ມື້ ອາດມີອັດຕາສ່ຽງໃນການເສຍຊີວິດສູງກວ່າຜູ້ທີ່ນັ່ງເຮັດວຽກພຽງ 3 ຊັ່ວໂມງຕໍ່ມື້ເຖິງ 40%
3. ອອບຟິດຊິນໂດມ
ນັ່ງດົນ ໆ ຫລືຍືນ ອາການປວດກໍມັກຈະຖາມຫາ ໂດຍສະເພາະເຫຼົ່າມະນຸດເງີນເດືອນທີ່ຕ້ອງນັ່ງເຮັດວຽກໜ້າດຈໍຄອມພິວເຕີໝົດມື້ ບໍ່ແນ່ວ່າບາງທີລັກສະນະການນັ່ງເຮັດວຽກຂອງເຈົ້າອາດຜິດທ່າ ຫລືບໍ່ຖືກຫຼັກສຸກຂະພາບທີ່ດີຈົນອາດສ່ຽງຕໍ່ພະຍາດອອບຟິດຊິນໂດນມກໍໄດ້ ອາດມີອາການປວດຕາມສ່ວນຕ່າງ ໆ ໜັກຫລາຍ ຫລືປວດ ເປັນຕົ້ນ
4. ສາຍຕາພັງ
ການເຮັດວຽກງານໜ້າຄອມພິວເຕີດົນເກີນໄປອາດເຮັດໃຫ້ເກີດພະຍາດຄອມພິວເຕີວິຊັ່ນຊິນໂດມ ຊຶ່ງຈະເຮັດໃຫ້ດວງຕາມີບັນຫາເລື່ອງການເບິ່ງເຫັນ ໂດຍອາການຈະເລີ່ມຈາກການຕາແຫ້ງ ເຈົບຫົວ ຄໍ ແລະໄຫຼ່ ແລະອາດຈະເຮັດໃຫ້ເບິ່ງເຫັນເປັນພາບເບື່ອໆ ວິທີປ້ອງກັນພະຍາດນີ້ກໍຄືການລະສາຍຕາຈາກຄອມພິວເຕີແລ້ວຫັນໄປມອງຕົ້ນໄມ້ໃບຫຍ້າສີ ຂຽວ ໆ ເພື່ອເປັນການຜ່ອນຄລາຍສາຍຕາທຸກ ໆ 20 ນາທີ
5. ຄວາມສຳພັນຫຼຸດລົງ
ມີການສຶກສາຄົ້ນພົບວ່າຜູ້ຍິງກວ່າ 61% ທີ່ເຮັດວຽກພາຍໃຕ້ຄວາມຄຽດແລະຄວາມກົດດັນນັ້ນຈະສົ່ງຜົນຕໍ່ຄວາມສຳພັນ ໃນຂະນະທີ່ຝ່າຍຊາຍນັ້ນມີອັດຕາທີ່ຄວາມຄຽດຈະທຳລາຍຄວາມສຳພັນສູງ ເຖິງ 79%
6. ພະຍາດ Death from Overwork
Death from Overwork ໝາຍເຖິງ ການເສັຍຊີວິດຈາກການເຮັດວຽກງານໜັກ ເວົ້າງ່າຍ ໆ ກໍຄື ເຮັດວຽກໜັກຈົນຕາຍ ຫລືບ້າງານຈົນຕາຍນັ້ນເອງ ແລະໃນຍີ່ປຸ່ນແລ້ວ ອັດຕາການເສຍຊີວິດຈາກພະຍາດນີ້ຄ່ອນຂ້າງສູງຫລາຍ ເບິ່ງໄດ້ຈາກຂ່າວພະນັກງານຊາວຍີ່ປຸ່ນເສຍຊີວິດໂດຍບໍ່ຮູ້ສາເຫດ ທີ່ເຄີຍເກີດຂຶ້ນເລື້ອຍ ໆ ໂດຍບາງຄົນນັ່ງລົດໄຟກັບບ້ານຢູ່ດີ ໆ ກໍເສຍຊີວິດ ທາງການແພດຈຶ່ງຟັນທົງວ່າ ສາເຫດການເສຍຊີວິດໜ້າຈະມາຈາກພະຍາດ Death from Overwork ນີ້ແຫຼະ ທີ່ເກີດຈາກການເຮັດວຽກງານໜັກຫລາຍ ໆ ຈົນຮ່າງກາຍທົນຕໍ່ໄປບໍ່ໄດ້
ນອກຈາກນີ້ ຄົນບ້າງານຫຼາຍ ໆ ຄົນກໍອາດຢັງບໍ່ຮູ້ຕົວວ່າເປັນພະຍາດຄາໂຣຊິ Death from Overwork ແລ້ວ ທີ່ສຳຄັນເມື່ອເຮັດວຽກໜັກ ຄຽດຈາກງານກໍໄປດື່ມແອວກໍຮໍ ຫລືກິນບໍ່ຢັ້ງເພື່ອກາຍຄຽດ ເຮັດໃຫ້ອາດພັກຜ່ອນບໍ່ພຽງພໍ ສ່ຽງພະຍາດໄຂມັນອຸດຕັນ ພະຍາດຄວາມດັນເລືອດສູງ ພະຍາດຫົວໃຈ ພະຍາດມະເຮັງ ຈົນອາດແກງມືລາໂລກໃບນີ້ໄປຢ່າງບໍ່ຮູ້ຕົວໃນທີ່ສຸດ
ສະນັ້ນຄົົນທີ່ເຮັດວຽກໜັກແບບຫາມລຸງຫາມຄ່ຳ ເຮົາຢາກໃຫ້ເຮັດຄວາມຮູ້ຈັກກັບພະຍາດ Death from Overwork ໄວ້ນ້ອຍໜື່ງ ກ່ອນພາດປ່ວຍດ້ວຍພະຍາດນີ້ໄປ
ເຫັນບໍວ່າການເຮັດວຽກຢ່າງໜັກບໍ່ໄດ້ຊ່ວຍໃຫ້ຊີວິດດີຂຶ້ນຢ່າງທີ່ຄາດຝັນໄວ້ ສະເໝີໄປ ແຕ່ອາດນຳພາສຸກຂະພາບພັງໆ ມາເຖິງເຮົາໄດ້ ແລະຫາກຮູ້ຕົວວ່າບ້າງານໜັກຫລາຍ ກໍມາລອງເຊັກອາການດ້ວຍວ່າເຮົາມີຄວາມສ່ຽງຈະປ່ວຍດ້ວຍພະຍາດຕ່າງ ໆ ຫລາຍນ້ອຍເທົ່າໃດ ໂດຍເຊັກໄດ້ຈາກນີ້ເລີຍ
ສັນຍານະນີ້ແຫຼະ ເຮັດວຽກໜັກເກີນໄປແລ້ວ
-ປວດເມື່ອຍຕາມຕົວ ໂດຍສະເພາະບໍລິເວນຫຼັງ ໄຫຼ່ ສາຍຕາ ເຈັບຫົວ ແລະຂໍ້ມື
-ມີອາການຕາມົວ ເບິ່ງເຫັນພາບເບືອໆ ໂດຍສະເພາະຫຼັງຈາກນັ່ງເຮັດວຽກໄປແລ້ວພັກໃຫຍ່ ໆ ເພັງແຕ່ຂະຢັບຕົວກໍຮູ້ສຶກເຈັບ ເພາະເກີດອາການເອັນ ຂໍ້ ຢຶດ ຈາກການນັ່ງເປັນເວລາດົນ ໆ
-ໝົດພະລັງ ເໝືອນຂາດລ່ຽວແຮງຈະລຸກໄປບໍ່ໄດ້
-ໃຫ້ຄວາມສົນໃຈແຕ່ເລື່ອງວຽກ ຄິດຫຍັງກໍເປັນເລື່ອງວຽກໄປໝົດ
-ບ້າງານຈົນບໍ່ມີເວລາໃຫ້ຄອບຄົວ ຄົນໃກ້ຕົວ ຫລືແມ່ນແຕ່ຕົວເອງ
-ມັກຈະຫອບງານກັບມາເຮັດທີ່ບ້ານດ້ວຍສະເໝີໆ
-ເຮັດວຽກຈົນດຶກ ແລະມັກຈະອົດນອນເປັນປະຈຳ
-ຢູ່ວ່າງ ໆ ກໍເຊັກອີເມວເລື່ອງວຽກເປັນປະຈຳ ບໍ່ເວັ້ນແຕ່ຕອນພັກຜ່ອນຢູ່ທີ່ບ້ານ
-ຈັບມືຖືຂອງບໍລິສັດຕິດຕົວຕະຫລອດ ຫລືມັກຈະຄອຍຖ້າຟັງສຽງໂທສັບເພາະຄິດວ່າອາດມີກນຕິດຕໍ່ເລື່ອງງານເຂົ້າມາ
-ຄອຍຖ້າສອດສ່ອງຂ່າວສານກ່ຽວກັບຫນ້າທີ່ການງານ ແລະມັກຈະເປັນຄົນແລກ ໆ ທີ່ໄດ້ຂ່າວສານເລື່ອງງານກ່ອນໃຜ ໆ
-ຍອມໃຊ້ສະມາດໂຟນເພື່ອຈະໄດ້ຕິດຕໍ່ເລື່ອງງານຢ່າງສະດວກຫລາຍຂຶ້ນ ນອກຈາກນັ້ນກໍບໍ່ໄດ້ໃຊ້ປະໂຫຍດຈາກແອບລິເຄຊັ່ນອື່ນ ໆ
-ສູບຢາສູບແລະດື່ມແອວກໍຮໍຫລາຍຂຶ້ນ
-ມີອາການເຈັບປ່ວຍ ຊຶ່ງອາດເປັນອາການເຈັບປ່ວຍນ້ອຍ ໆ ນ້ອຍ ໆ ໃນເບື້ອງຕົ້ນ ເຊັ່ນ ອາການປວດຫົວ ປວດຕາ ຫລືເປັນຫວັດບໍ່ຫາຍຈັກເທືອ
-ມີແນວໂນ້ມດື່ມກາແຟຫລາຍຂຶ້ນທຸກມື້ ໆ
-ບາງຄົນກໍເກິດອາລົມສຸນສຽວໃສ່ເພື່ອນຮ່ວມງານ ໂດຍສະເພາະກັບຄົົນທີ່ເຮົາຄິດວ່າທ່ານເຮັດວຽກໄດ້ບໍ່ເຕັມປະສິດທິພາບຢ່າງທີ່ເຮົາຄາດຫວັງ ໄວ້
-ຫງຸດຫງິດງ່າຍຂຶ້ນ ເບີ່ງຫຍັງກໍບໍ່ສົບອາລົມ ທຸກຢ່າງເບີ່ງກວາງຫູກວາງຕາໄປຫມົດ ເພາະຄຽດກັບງານຫລາຍເກີນໄປ
ຫາກເຊັກສັນຍານແລ້ວພົບວ່າຕົວເອງມີອາການບ້າງານຫລາຍເກີນໄປຢູ່ຫລາຍຂໍ້ ແນະນຳວ່າໃຫ້ຮີບປັບປ່ຽນວິຖີຊີວິດຂອງຕົວເອງເສຍໃໝ່ ຈະໄດ້ບໍ່ເປັນການເຮັດວຽກໜັກເກີນໄປເພື່ອເກັບເງີນເອົາໄວ້ໃຊ້ໃນຫ້ອງ ICU
ความคิดเห็น
แสดงความคิดเห็น