ຖວທ ເມືອງຫຼວງພະບາງ ອອກໜັງສືແຈ້ງການ ຢຸດຕິຂາຍເຂົ້າໜົມສຳເລັດຮູບຂອງຕ່າງປະເທດໃຫ້ແຂກໃສ່ບາດ.
ຫ້ອງການ ຖວທ ເມືອງຫຼວງພະບາງ ອອກແຈ້ງການ ເລກທີ 16/ຖວທມ-ຫຼບ ລົງວັນທີ 22/1/2018 ເຖິງຜູ້ປະກອບການຂາຍເຄື່ອງໃສ່ບາດ 3 ຈຸດ ຂອງເມືອງຫຼວງພະບາງ :
1. ຢຸດຕິການນຳເອົາເຂົ້າໜົມສຳເລັດຮູບຂອງຕ່າງປະເທດທຸກຊະນິດ ມາຂາຍໃຫ້ແຂກໃສ່ບາດ ນັບແຕ່ ວັນທີ 1 ກຸມພາ 2018 ເປັນຕົ້ນໄປ, ແຕ່ອະນຸຍາດໃຫ້ນຳເອົາເຂົ້າໜົມພື້ນເມືອງລາວ ທີ່ຜະລິດປຸງແຕ່ງຢູ່ພາຍໃນມາຂາຍໄດ້ ໂດຍຮັບປະກັນຄຸນນະພາບ (ສະອາດ-ບໍ່ບູດເນົ່າ)
2. ໃຫ້ຢຸດຕິການນຳເອົາເຂົ້າຫຼາມ ມາຂາຍບໍລິການໃຫ້ແຂກທ່ອງທ່ຽວໃສ່ບາດແດ່ພະສົງທີ່ປະຕິບັດກິດຈະວັດ ບິນທະບາດຢ່າງເດັດຂາດ, 3. ເຂົ້າໜຽວທີ່ນຳມາຂາຍໃຫ້ແຂກຕ້ອງມີຄຸນນະພາບ ເປັນເຂົ້າໜຶ້ງໃໝ່ (ໜຶ້ງເຂົ້າມ່າ), ບໍ່ອຸ່ນເຂົ້າເຢັນມາຂາຍໃຫ້ແຂກໃສ່ບາດຢ່າງເດັດຂາດ ແລະ ໃຫ້ຂາຍຕາມນ້ຳໜັກ ແລະ ລາຄາທີ່ກຳນົດໄວ້ຢ່າງຖືກຕ້ອງ (1ກິໂລ = 10.000 ກີບ, 1,5ກລ = 15.000 ກີບ, 2ກລ = 20.000 ກີບ)
ความคิดเห็น
แสดงความคิดเห็น