ປະໂຫຍດຂອງໝາກນາວ ມີຫຼາຍກວ່າທ່ານຄິດ (ອ່ານດ່ວນ)

ປະໂຫຍດຂອງໝາກນາວ ມີຫຼາຍກວ່າທ່ານຄິດ

• ໃບ ໃຊ້ໃບສົດປະມານ 10-15 ກຣາມ ນຳມາຕົ້ມແລ້ວກິນ ໃຊ້ເປັນຢາແກ້ໄອ ລະລາຍເສມຫະ ແກ້ທ້ອງອືດ ທ້ອງເສຍ ຊ່ວຍຂັບລົມ ແລະເຮັດໃຫ້ຈະເລີນອາຫານ

• ໝາກ ໃຊ້ໝາກສົດ ນຳມາຄັ້ນເອົານ້ຳມັນກິນ ຫລືກິນສົດ ເປັນຢາແກ້ກະຫາຍ ແກ້ຮ້ອນໃນ ບຳລຸງທາດ ຈະເລີນອາຫານ ແກ້ເລືອດອອກຕາມແຂ້ວ ແລະຖ່າຍພະຍາດ ຫລືໃຊ້ໝາກດອງເກືອ ຈົນເປັນສີນ້ຳຕານ ໃຊ້ເປັນຢາຂັບເສມຫະ ເຮັດໃຫ້ຊຸ່ມຄໍ

• ເປືອກ ໃຊ້ເປືອກຜົນແຫ້ງ ປະມານ 10-15 ກຣາມ ຕົ້ມເອົານ້ຳກິນເປັນຢາແກ້ຈຸກສຽດແໜ້ນທ້ອງ ແກ້ປວດທ້ອງ ຂັບເສມຫະ ບຳລຸງກະເພາະອາຫານ ຂັບລົມ

• ຮາກ ໃຊ້ຮາກສົດ ປະມານ 15-30 ກຣາມ ນຳມາຕົ້ມໃສ່ນ້ຳກິນ ເປັນຢາແກ້ຟົກຊ້ຳຈາກການຖືກກະແທກ ຫລືຈາກການລົ້ມແກ້ປວດ ແລະແກ້ພິດໝາບ້າກັດ

CR: www.samunpri.com

ความคิดเห็น