ຮູ້ບໍ່! ເດັກນ້ອຍ ອາຍຸຈັກປີ ຮຽນຮູ້ພາສາເວົ້າ ໄດ້ດີທີ່ສຸດ
ເດັກນ້ອຍ ຮຽນຮູ້ພາສາເວົ້າ ໄດ້ດີທີ່ສຸດ ເດັກແລກເກີດເຖີງ 3 ປີ ເປັນຊ່ວງທີ່ພັດທະນາການເລື່ອງພາສາເປັນໄປຢ່າງວ່ອງໄວ ບໍ່ວ່າຈະສອນພາສາຫຍັງເດັກ ຈະຈົດຈຳໄດ້ໝົດ ດັ່ງນັ້ນພໍ່ແມ່ຢ່າງເຮົາຄວນຮູ້ຈັກເວົ້າກັບລູກໃຫ້ຊັດເຈນ ຖືກຕ້ອງເໝາະສົມກັບໄວຂອງລູກ ມາເບິ່ງເຄັດລັບການເວົ້າກັບລູກໃຫ້ໄດ້ຜົນແລະມີປະສິດທິພາບນຳກັນ
8 ເຄັດລັບຝຶກເດັກແລກເກີດເຖິງ 3 ປີ ຮຽນຮູ້ພາສາເວົ້າ ໃຫ້ໄດ້ຜົນ
1.ສົບຕາເມື່ອເວົ້ານຳລຸກ:
ເຈົ້າຄວນນັ່ງໃຫ້ຢູ່ໃນລະດັບສາຍຕາຂອງລູກ ເວລາເວົ້າຄວນເຮັດປາກແລະສະແດງສີໜ້າໃຫ້ຊັດເຈນ ລູກຈະຮຽນແບບແລະອອກສຽງຕາມໄດ້ງ່າຍຂຶ້ນ
2.ສື່ສານ 2 ທາງ:
ເມື່ອເລີ່ມເວົ້າກັບລູກ ຕ້ອງພະຍາຍາມກະຕຸ້ນໃຫ້ລູກເວົ້າຮຽນແບບສຽງຂອງເຮົາດ້ວຍ ຢ່າໃຫ້ລູກເປັນຜູ້ຟັງຢ່າງດຽວ ອາດຈະສະແດງທ່າທາງປະກອບໄປດ້ວຍກໍດີ
3.ໂຕ້ຕອບກັບສະເໝີ:
ເມື່ອລູກເລີ່ມຈະເວົ້າເປັນຄຳອອກມາ ພໍ່ແມ່ຄວນເລີ່ມໂຕ້ຕອບກັບໄປນຳ ອາດຈະເປັນສັບເປັນຄຳ ໆ ໄປ ແຕ່ຕ້ອງຊັດເຈນ ເພາະລູກຈະຈຳຄຳແລກໄດ້ຢ່າງຂຶ້ນໃຈເລີຍ
4.ເວົ້າກັບລູກເລື້ອຍ ໆ:
ການເວົ້າກັບລູກເລື້ອຍ ໆ ຈະເຮັດໃຫ້ພັດທະນາການທາງດ້ານການເວົ້າຂອງລູກໄປໄດ້ໄວແລະຈົດຈຳສິ່ງຕ່າງ ໆ ໄດ້ດີ ເຈົ້າສາມາດເວົ້າກັບລູກໄດ້ໝົດມື້ບໍ່ວ່າຈະເປັນເລື່ອງຫຍັງກໍຊວນລູກເວົ້າໄປ ລູກຈະມັກເມື່ອໄດ້ລົມກັບເຈົ້າ
5.ໃຊ້ພາສາເວົ້າປົກກະຕິ:
ຢ່າໃຊ້ພາສາວິບັດ ຫລື ຄຳແປກ ໆ ຕາມສະໄໝນິຍົມເພື່ອຫຼີກລ້ຽງການຈົດຈຳພາສາທີ່ບໍ່ຖືກຕ້ອງ
6.ເວົ້າຊ້າ ໆ ແຈ້ງ ໆ:
ຖ້າລູກຢັງນ້ອຍຢັງບໍ່ເຖິງ 1 ປີ ຄວນເວົ້າຊ້າໆແລະອອກສຽງແຈ້ງ ໆ ເວົ້າຊ້ຳ ໆ ໄປມາຫຼາຍ ໆ ເທື່ອ ເພື່ອໃຫ້ລູກເລີ່ມຮຽນແບບການເວົ້າຕາມ
7.ງົດການເບິ່ງສື່ທຸກຢ່າງ:
ບໍ່ວ່າຈະເປັນ ໂທທັດ ຊີດີ ວີດີໂອ ສມາດໂຟນ ຫລື ແທັບເລັດ ເພາະສິ່ງເຫລົ້ານີ້ເປັນການສື່ສານທາງດຽວ ແລະບໍ່ມີການເວົ້າຊ້ຳແບບຊ້າ ໆ ໃຫ້ລູກຟັງ ບໍ່ມີການໂຕ້ຕອບກັບລູກ ລູກຈະໄດ້ແຕ່ຟັງຢ່າງດຽວຈະບໍ່ໄດ້ສື່ສານອອກມາ
8.ບາງທີລູກກໍຕ້ອງການຄວາມສະຫງົບ:
ເມື່ອລູກເລີ່ມຈະງຽບສຽງລົງ ເຈົ້າຄວນໃຫ້ເວລາສ່ວນຕັວລູກດ້ວຍບໍ່ຈຳເປັນຕ້ອງເວົ້າໝົດມື້ກໍໄດ້
ສຳລັບເຄັດລັບ 8 ຂໍ້ ໃນການເວົ້າ ກັບລູກ ຢ່າງທີ່ກ່າວໄປຂ້າງຕົ້ນວ່າ ເດັກແລກເກີດ-3 ປີນັ້ນ ສາມາດຝຶກເລື່ອງພາສາໄດ້ດີທີ່ສຸດ ຢິ່ງໄດ້ຮັບການກະຕຸ້ນທີ່ຖືກວິທີຈະເຮັດໃຫ້ເດັກເປັນຄົົນທີ່ເວົ້າໄດ້ຊັດເຈນແລະເຂົ້າໃຈໃນສິ່ງທີ່ພໍ່ແມ່ຕ້ອງການສື່ສານໄດ້
ความคิดเห็น
แสดงความคิดเห็น