ຂອງຂວັນ ຈາກທຳມະຊາດ “ນ້ຳເຜີ້ງ ” ຫວານເປັນຢາ ຖ້າກິນໃຫ້ຖືກວິທີ!!

ຂອງຂວັນ ຈາກທຳມະຊາດ “ນ້ຳເຜີ້ງ ” ຫວານເປັນຢາ ຖ້າກິນໃຫ້ຖືກວິທີ!!

ແທ້ ໆ ເຮົາກິນນ້ຳເຜີ້ງແທນນ້ຳຕານກໍຍັງໄດ້ເລີຍ ເພາະນອກຈາກຈະເຮັດໃຫ້ລົດຊາດຂອງອາຫານດີຂຶ້ນແລ້ວ ຍັງມີປະໂຫຍດກວ່ານ້ຳຕານຊາຍອີກ ຍົກເວັ້ນຄົນທີ່ເປັນພະຍາດເບົາຫວານ ເພາະ ນ້ຳເຜີ້ງຈະເຮັດໃຫ້ລະດັບນ້ຳຕານໃນເລືອດສູງກວ່າການກິນນ້ຳຕານ ແຕ່ຖ້າຄົນທົ່ວໄປກໍກິນໄດ້ປົກກະຕິ ແຕ່ກໍບໍ່ຄວນກິນຫລາຍເກີນໄປ ມື້ນີ້ຈະພາໄປເບິ່ງ ຂອງຂວັນ ຈາກທຳມະຊາດ “ນ້ຳເຜີ້ງ” ຫວານເປັນຢາ ຖ້າກິນໃຫ້ຖືກວິທີ!!

ປະໂຫຍດຂອງນ້ຳເຜີ້ງ ມີຫຍັງແດ່ມາເບີ່ງ

1.ແກ້ໄອ

ກິນປະສົມກັບໝາກນາວ ໃຊ້ນ້ຳເຜີ້ງ 3-4 ສ່ວນ ແລະໃຊ້ນ້ຳໝາກນາວ 1 ສ່ວນ ຄ່ອຍໆ ກີນ ນອກຈາກຈະແກ້ໄອໄດ້ແລ້ວ ຢັງຊ່ວຍແກ້ອາການເບື່ອອາຫານອີກດ້ວຍ

2.ໃຊ້ຮັກສາແຜ

ສາມາດຮັກສາໄດ້ທັງແຜດສົດແລະແຜລເປື່ອຍ ພຽງເຮັດຄວາມສະອາດແຜລໃຫ້ຮຽບຮ້ອຍ (ໃຊ້ນ້ຳເກືອ) ເຊັດດ້ວຍຜ້າສະອາດໃຫ້ແຫ້ງ ຈາກນັ້ນກໍທາແຜລດ້ວຍນ້ຳເຜີ້ງໃຫ້ຊຸ່ມ ແລ້ວໃຊ້ຜ້າພັນແຜປິດແຜ

ເປັນຫຍັງນ້ຳເຜີ້ງເຖິງຮັກສາແຜໄດ້

ເນື່ອງຈາກ ໃນນ້ຳເຜີ້ງມີຄວາມເຂ້ມຂົ້ນຫລາຍ ຊຶ່ງນັ້ນຈະເຮັດໃຫ້ເຊື້ອພະຍາດຕາຍ ໃນທາງທິດສະດີທາງວິທະຍາສາດນັ້ນ ສິ່ງທີ່ມີຄວາມເຂ້ມຂົ້ນ ເຊັ່ນ ນ້ຳເຜີ້ງ ຈະສາມາດດູດສານຕ່າງໆ ຈາກສິ່ງທີ່ເຂ້ມຂົ້ນນ້ອຍກວ່າ ເຊັ່ນ ເຊື້ອພະຍາດ ແຕ່ຖ້າເຈົ້າຄິດວ່າ ການໃຊ້ນ້ຳເຜີ້ງຮັກສາແຜມັນເປືອງກໍ ຈະໃຊ້ເປັນນ້ຳເຊື່ອມແທນກໍໄດ້ ບໍ່ໄດ້ມົ່ວໆ ເລື່ອງນີ້ເຄີຍມີການວິໄຈອອກມາແລ້ວ

CR: health.campus-star.com

ความคิดเห็น