ກ້າກັນບໍ່! ຫ້ອງພັກສຸດລະທຶກ ນອນໃນທ່າມກາງປາສະລາມ ຄວາມເລິກເຖິງ 10 ແມັດ
ກ່າວຂ້າມຄວາມກ້າໄປອີກຂັ້ນໜຶ່ງ ສຳລັບຜູ້ທີ່ຕ້ອງການຈະມາພັກຜ່ອນ ແຕ່ຢາກໄດ້ອາລົມແບບລຸ້ນລະທຶກເຫມືອນຢູ່ໃນບ່ອນພັກກາງຄວາມເປັນຄວາມຕາຍ ຊຶ່ງຖ້າຫາກວ່າເຈົ້າຢັງຄິດບໍ່ອອກວ່າຈະເອົາທີ່ໃດດີ ຕອນນີ້ກໍເລີ່ມມີການເປີດໃຫ້ເປັນທາງເລືອກແກ່ເຈົ້າແລ້ວ ສຳລັບ ພິພິດຕະພັນສັດນ້ຳ Aquarium De Paris ພິພິດຕະພັນລະດັບໂລກທີ່ເປີດສູນທັງຫມົດຂອງສັດນ້ຳນານາຊະນິດ ຊຶ່ງຕັ້ງຢູ່ໃນປະເທດຝຣັ່ງເສດ ໂດຍໃນແຕ່ລະມື້ຈະມີຜູ້ຄົນຫລວງຫລາຍເຂົ້າມາເບິ່ງ ສັດນ້ຳເປັນຈຳນວນຫລາຍ
ແລະທີ່ໜ້າແປກຕາແປກໃຈໄປກວ່າການເຂົ້າຊົມສັດນ້ຳນັ້ນ ກໍຄົງຈະຕອບໂຈດຄວາມທ້າທາຍຂອງຜູ້ທີ່ຢາກຈະມາພັກຜ່ອນໃນຮູບແບບອາລົມໃໝ່ໄດ້ເລີຍ ນັ້ນກໍຄື ການເປີດຫ້ອງກະຈົກທີ່ມີລັກສະນະເປັນເຖິງນ້ຳຂະໜາດໃຫຍ່ໂດຍຢູ່ພາຍໃຕ້ທ້ອງ ທະເລຈຳລອງທີ່ເຕັມໄປດ້ວຍປາສະລາມ ຄວາມເລິກຂອງຫ້ອງແຫ່ງນີ້ຈະຖືກຈັດຢູ່ໃນໂຊນ VIP ເລິກປະມານ 10 ແມັດ ຊຶ່ງເຈົ້າຈະໄດ້ສັມຜັດກັບການແຫວກວ່າຍຂອງເຫຼົ່າສະລາມ ແລະສີນ້ຳອັນສົດໃຈ ຊຶ່ງພາຍໃນຫ້ອງນັ້ນກໍຈະມີອອກຊິເຈນແລະລະບົບປັບແຮງດັນ ແຖມຍັງມີສິ່ງອຳນວຍຄວາມສະດວກຄົບຄັນອີກດ້ວຍ
ເຈົ້າຈະສາມາດເບິ່ງເຫັນໄດ້ອ້ອມດ້ານ 360 ອົງສາ ພາຍນອກຈະມີສະລາມທັງໝົດ 35 ຕັວ ຄອຍຖ້າເຮັດໃຫ້ເຈົ້າລຸ້ນລະທຶກແລະສຽວສັນຫຼັກຢູ່ຕະຫລອດ ແຕ່ມັນກໍມີຄວາມສວຍງາມບໍ່ແມ່ນນ້ອຍ ເໝາະສຳລັບຜູ້ທີ່ມັກຄວາມແປກໃໝ່ແລະທ້າທາຍຄວາມສ່ຽງ ແລະເໝາະສຳລັບຄູ່ຮັກທີ່ຕ້ອງການຢາກຈະປ່ຽນສະຖານທີ່ສະວີດກັນ ກໍສາມາດມາກັນໄດ້ບ່ອນນີ້ ແຕ່ລາຄາອາດຈະແພງໄປໜ່ອຍ ຄົງເໝາະສຳລັບເສດຖີທີ່ຢາກລອງຂອງແປກເທົ່ານັ້ນ ໃຜມັນຈະໄປກ້ານອນໃນຫ້ອງທີ່ມີຄວາມເລິກລະດັບ 10 ແມັດ
ความคิดเห็น
แสดงความคิดเห็น