ຕົ້ນຊາ 1000 ປີ ທິ່ປ່າຊາທຳມະຊາດ ເຂດບ້ານພູສູງ ເມືອງປາກແບງ ແຂວງອຸດົມໄຊ

ຕົ້ນຊາ 1000 ປີ ທິ່ປ່າຊາທຳມະຊາດ ເຂດບ້ານພູສູງ ເມືອງປາກແບງ ແຂວງອຸດົມໄຊ

ຕົ້ນຊາ 1000 ປີ ທິ່ປ່າຊາທຳມະຊາດ ເຂດບ້ານພູສູງ ເມືອງປາກແບງ ແຂວງອຸດົມໄຊ ເປັນຕົ້ນຊາທຳມະຊາດ ທີ່ໄດ້ຮັບການຢັ້ງຍືນຈາກນັກວິຊາການຈີນວ່າມີອາຍຸ1000ປີຫາ 1500ປີ ທີ່ກຳລັງໄດ້ຮັບຄວາມນິຍົມ ຈາກຕ່າງປະເທດ ອະນາຄົດຈະພັດທະນາ ປ່າຊານີ້ໃຫ້ເປັນແຫລ່ງທ່ອງທ່ຽວທຳມະຊາດ ຂອງເມືອງປາກແບງ.

ໃຜສົນໃຈຢາກຊີມລົດຊາດຂອງຊາທຳມະຊາດອາຍຸນັບ1000ປີ ມີຂາຍທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວແຂວງອຸດົມໄຊ ຂ້າງໂຮງແຮມແດນສະຫວັນ ຕໍ່ໜ້າຕິຫລາດລືໄຊ. ຖ້າຢາກໄປທ່ຽວຊົມໄປທີ່ເມືອງປາກແບງ ແຂວງອຸດົມໄຊ ໄປໃນລະດູແລ້ງຈະສະດວກເພາະຍັງເປັນທາງດິນແດງ.

ຂໍ້ມູນ: ທ່ອງທ່ຽວອຸດົມໄຊ

ความคิดเห็น