ສຸດຍອດປະໂຫຍດລ້ວນໆ…!!! 10 ສັບພະຄຸນຂອງເຫັດຫູໜູ ແລະ ປະໂຫຍດໃນການປິ່ນປົວພະຍາດ

1. ສັບພະຄຸນເຫັດຫູໜູມີສານສໍາຄັນເຊັ່ນສານທີ່ມີຊື່ວ່າ ອະດີໂນຊີນ ຊຶ່ງມີສັບພະຄຸນຊ່ວຍຫຼຸດຄວາໜຽວຂຸ້ນຂອງເລືອດ ເຮັດໃຫ້ເລືອດບໍ່ໄປອຸດຕັນເສັ້ນເລືອດຫົວໃຈ, ສະໝອງ ແລະ ໃນອະໄວຍະວະອື່ນໆພາຍໃນຮ່າງກາຍ

2. ມີສັບພະຄຸນຊ່ວຍເຮັດໃຫ້ຮ່າງກາຍມີກໍາລັງ

3. ມີຄຸນສົມບັດຊ່ວຍຄາຍຄວາມຄຽດຂອງຮ່າງກາຍ ສົ່ງຜົນໃຫ້ຮ່າງກາຍສົດຊື່ນ ເຮັດໃຫ້ຜິວພັນສົດໃສມີສຸຂະພາບດີ

4. ເປັນຢາເຢັນຊ່ວຍແກ້ອາການໄອ, ບັນເທົາອາການເຈັບຄໍ, ແກ້ຮ້ອນໃນ ລວມທັງມີສັບພະຄຸນຊ່ວຍແກ້ອາການຮາກເປັນເລືອດ ແລະ ແກ້ເລືອດດັງໄຫຼໄດ້

5. ມີສັບພະຄຸນຊ່ວຍຫຼຸດຄວາມດັນໂລຫິດສູງ, ຊ່ວຍບໍາລຸງເລືອດ, ປິ່ນປົວພະຍາດໂລຫິດຈາງ ເຮັດໃຫ້ເລືອດລົມໃນຮ່າງກາຍໄຫຼວຽນໄດ້ສະດວກ

6. ມີຄຸນສົມບັດເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ, ປ້ອງກັນພະຍາດລິດສີດວງທະວານ, ສາ ມາດຂັບຂອງເສຍອອກຈາກໃນລໍາໄສ້ໄດ້ດີ ເນື່ອງຈາດເຫັດຫູໜູອຸດົມໄປດ້ວຍເສັ້ນໃຍອາຫານ ຊຶ່ງຍັງມີຜົນດີຕໍ່ການຊ່ວຍຄວບຄຸມນໍ້າໜັກ

7. ຊ່ວຍແກ້ອາການຂອງປະຈໍາເດືອນມາຫຼາຍ ຫຼື ມາບໍ່ປົກກະຕິ ລວມທັງປິ່ນປົວອາການລົງຂາວທີ່ຜິດປົກກະຕິ

8. ມີລິດໃນການຊ່ວຍເບິ່ງແຍງ ແລະ ບໍາລຸງອະໄວຍະວະຕ່າງໆໃນຮ່າງກາຍເຊັ່ນ: ຕັບ, ປອດ, ກະເພາະອາຫານ ຫຼື ລໍາໄສ້ໃຫຍ່ ໃຫ້ສົມບູນແຂງແຮງ ສາມາດທໍາງານໄດ່ຢ່າງມີປະສິດທິພາບດີ

9. ເປັນແຫຼ່ງຂອງວິຕາມິນຫຼາຍຊະນິດ ໂດຍສະເພາະວິຕາມິນຊີ ຊຶ່ງມີລິດໃນການຕໍ່ຕ້ານອະນຸມຸນອິດສະຫຼະ ຊ່ວຍປ້ອງກັນ ແລະ ຢັບຢັ້ງບໍ່ໃຫ້ເຊລມະເຮັງຜິດປົກກະຕິຈົນກາຍເປັນເນື້ອຮ້າຍໄດ້

10. ອຸດົມໄປດ້ວຍຟົດສະຟໍຣິກ ຊຶ່ງເປັນແຮ່ທາດທີ່ມີຄວາມສໍາຄັນກັບທຸກເຊລໃນຮ່າງ ກາຍ ມີໜ້າທີ່ຊ່ວຍສົ່ງເສີມການທໍາງານຂອງເຊລມະເຮັງຕ່າງໆ ໃຫ້ທໍາງານໄດ້ຢ່າງເປັນປົກກະຕິ

ນອກຈາກນັ້ນໝາກກ້ຽງຍັງອຸດົມໄປດ້ວຍແຄລຊຽມ ຊ່ວຍບໍາລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ ຈະທໍາງານຮ່ວມກັບຟົດສະຟໍຣິກ ຫຼຸດຄວາມສ່ຽງຈະເກີດພະຍາດກະດູກພ່ອຍໄດ້ ໂດຍສະເພາະໃນກຸ່ມຜູ້ສູງອາຍຸ ແລະ ບັນເທົາອາການເຈັບແຂ້ວ ແລະ ເຈັບເຫງືອກໄດ້

ທີ່ມາ:ສຸຂະພາບ ອັບເດດ | Health Update

ความคิดเห็น