10 ເລື່ອງ ຂອງຜູ້ຊາຍທີ່ຜູ້ຍິງບໍ່ຄ່ອຍຮູ້ ແລະ ບໍ່ຄ່ອຍເຂົ້າໃຈ ຫຼັງຈາກທີ່ເອົາໃຈສາວໆກັນໄປແລ້ວ ມື້ນີ້ເຮົາມາເອົາໃຈໜຸ່ມໆ, ໃນມຸມຂອງຜູ້ຊາຍທີ່ຜູ້ຍິງຄວນຮູ້ໄວ້. ຕໍ່ໄປນີ້ຄື
ຕົວຢ່າງ 10 ຂໍ້ໃນມຸມຂອງຜູ້ຊາຍທີ່ຜູ້ຍິງບໍ່ຄ່ອຍຮູ້ ແລະ ບໍ່ຄ່ອຍເຂົ້າໃຈ.
1. ຜູ້ຊາຍບໍ່ໄດ້ມັກຜູ້ຍິງທີ່ແຕ່ງໜ້າຫຼາຍເກີນໄປ: ຄວາມຈິງຄືຜູ້ຊາຍຈະມັກຍິງທີ່ແຕ່ງໜ້າອອກເປັນທຳມະຊາດຫຼາຍກວ່າ, ຄືແຕ່ງຕອນອອກບ້ານໄປຊື້ເຄື່ອງ, ໄປຍ່າງຫຼີ້ນ ໄປອອກກຳລັງກາຍຫຼາຍກວ່າ ທີ່ຈະແຕ່ງໜ້າອອກເທດສະການຕ່າງໆທີ່ເອົາແບບໝູ່ສະໜິດຈົນບໍ່ຈື່ ແບບນີ້ຮັບບໍ່ໃຫວ.
2. ຜູ້ຊາຍມັກເບິ່ງຜູ້ຍິງທີ່ແຕ່ງໂຕແບບແຊບໆ ເຊັກຊີ່, ແຕ່ຈະຢາກຮູ້ຈັກກັບຜູ້ຍິງທີ່ແຕ່ງໂຕຮຽບຮ້ອຍ ຫວານໆ ຄືແມ່ນຢູ່ທີ່ວ່າຜູ້ຊາຍເຫັນຜູ້ຍິງທີ່ແຕ່ງໂຕແບບເຊັກຊີ່, ແຊບໆ ແລ້ວຈະແນມຕາບໍ່ພັບ, ແຕ່ເລິກໆແລ້ວພາຍໃນຢາກຮູ້ຈັບກັບຜູ້ຍິງທີ່ແຕ່ງໂຕຮຽບຮ້ອຍຫວານໆຫຼາຍກວ່າ(ແຕ່ກໍ່ຂື້ນກັບສະເປັກຂອງໃຜລາວ)
3. (18+) ໜ້າເອິກໃຫ່ຍໆ ບໍ່ແມ່ນປະເດັນທີ່ເຫັນແລ້ວຢາກເປັນຄູ່ຄອງທັນທີ. ແມ່ນຢູ່ວ່າໜ້າເອິກໃຫ່ຍໆຂອງຜູ້ຍິງຈະດຶງດູດຜູ້ຊາຍໄດ້ຫຼາຍ, ແຕ່ຖ້ານິໃສບໍ່ດີ ຫຼື ລົມຫຼາຍຄົນແລ້ວຈະໃຫ້ຄົບເປັນຄູ່ຊີວິດກໍ່ຢາກຍາກ.
4. ຜູ້ຍິງຈີບຜູ້ຊາຍກ່ອນ ບໍ່ແມ່ນເລື່ອງທີ່ແປກ. ຜູ້ຊາຍບໍ່ເຄີຍລັງກຽດຜູ້ຍິງທີ່ເຂົ້າມາຈີບກ່ອນເລີຍ, ແຮ່ງຮູ້ສຶກດີຊ້ຳທີ່ມີຄົນມາຮັກໃນສິ່ງທີ່ເຮົາເປັນຢູ່. ແຕ່ເທົ່າທີ່ເຈິມາ, ມີແຕ່ຜູ້ຍິງທີ່ຄິດໄປເອງວ່າຖ້າເຂົ້າໄປຈີບກ່ອນແລ້ວຈະເບິ່ງບໍ່ດີ
5. ແມ່ນຢູ່ວ່າມິດກ່ອນ, ແຕ່ບໍ່ໄດ້ໝາຍຄວາມວ່າຍອມ. ຫຼາຍຄັ້ງທີ່ຜິດກັນ, ແລ້ວຜູ້ຊາຍມິດໃສ່, ບໍ່ໄດ້ໝາຍຄວາມວ່າຍອມເລີຍ, ພຽງແຕ່ບໍ່ຢາກໃຫ້ເລື່ອງລາວມັນໄປກັນໃຫ່ຍ, ແລະ ບໍ່ຢາກຜິດກັນໄປຫຼາຍກວ່ານີ້ ເພາະຮູ້ດີວ່າຖຽງໄປກໍ່ບໍ່ຊະນະຜູ້ຍິງ ເລີຍຂໍມິດ, ແຕ່ຜູ້ຍິງບາງຄົນເຂົ້າໃຈຜິດວ່າເປັນຄົນຢ້ານເມຍ ຮະຮະ
6. ຜູ້ຊາຍມັກງ່າຍ, ແຕ່ຮັກຍາກ ຄວນເຂົ້າໃຈຄຳວ່າມັກ ກັບ ຮັກ ມັນບໍ່ຄືກັນ, ແມ່ນຢູ່ວ່າເຫັນສາວແຕ່ງໂຕດີໆມາ ແລ້ວ ຜູ້ຊາຍຈະມັກ, ຢາກເຂົ້າໄປລົມແຕ່ກະເປັນພຽງແຕ່ການມັກ ແລະ ກະເປັນການມັກຮູບຮ່າງພາຍນອກຊື່ໆ, ສ່ວນເລື່ອງຮັກນັ້ນເປັນອີກເລື່ອງເລີຍ, ເພາະການທີ່ຜູ້ຊາຍຈະຮັກໄດ້ກະຄຳນຶງເຖິງຫຼາຍປັດໃຈ ເອົາງ່າຍໆຄືຕ້ອງເບິ່ງນິໃສນຳ, ນິແຫຼະ ຄືທີ່ມາຂອງຄຳວ່າຮັກຈາກ 100 ຮອດ 0 ຍ້ອນໄປເຫັນນິໃສ ຫຼື ຄວາມເຂົ້າກັນບໍ່ໄດ້ໃນພາຍຫຼັງ
7. ຜູ້ຊາຍທຸກຄົນບໍ່ໄດ້ຫຼາຍໃຈ ຢ່າງທີ່ຄິດ. ທຸກຄົນມີຄວາມຫຼາຍໃຈ ໃນໂຕ, ເປັນສັນຊາດຕະຍານ, ແຕ່ສິ່ງທີ່ແຕກຕ່າງກັນຄື ຈະຄວມຄຸມໄດ້ດີຊ່ຳໃດ, ບາງຄົນແມ່ນຢູ່ວ່າຫຼາຍໃຈ, ແຕ່ຫຼັງຈາກແຕ່ງງານ ຫຼື ມີແຟນແລ້ວກໍ່ຈະຮັກແຟນຄົນດຽວກໍມີ. ບາງຄົນມີແຟນແລ້ວກໍ່ຄິດເຖິງອານາຄົດເລີຍຢ່າງດຽວ. ສະນັ້ນ ຢ່າເໝົາລວມວ່າຜູ້ຊາຍຫຼາຍໃຈໝົດທຸກຄົນ
8. ຜູ້ຊາຍບໍ່ໄດ່ມັກຜູ້ຍິງຈ່ອຍ ເກີນໄປ ຄຳວ່າຈ່ອຍກັບຫຸ່ນດີມັນຕ່າງກັນ, ຫຸ່ນດີໝາຍເຖິງບໍ່ຈຳເປັນຕ້ອງແອວ 24-25 ເອິກ 32 … ບໍ່ແມ່ນເລີຍ, ຫຸ່ນດີໝາຍເຖິງພໍດິບພໍດີ ກັບຮູບຮ່າງ, ບໍ່ຕຸ້ຍ ແລະ ກະບໍ່ຈ່ອຍຈົນເກີນໄປ. ແຕ່ຜູ້ຍິງຫຼາຍຄົນຫຸ່ນພໍດີກັບຄວາມສູງຢູ່ແລ້ວພັດຍັງຄິດວ່າໂຕເອງຕຸ້ຍ, ຍັງໄປອົດອາຫານ ໄປຫຼຸດນ້ຳໜັກຢູ່
9. ນອກຈາກໜ້າ, ໜ້າເອິກ ແລະ ບັ້ນທ້າຍແລ້ວ, ຍັງມີອີກບ່ອນທີ່ຜູ້ຊາຍມັກເບິ່ງ. ນັ້ນກໍ່ຄືຕົ້ນຄໍ ກັບໄຮຜົມ, ຄື ຜູ້ຊາຍຫຼາຍຄົນຈະມັກເວລາຜູ້ຍິງເອົາຜົມຂື້ນ ແລ້ວ ຫັນຫຼັງໃຫ້, ຖ້າມີຕົ້ນຄໍທີ່ສະອາດ ບວກ ກັບໄຮຜົມທີ່ເປັນຍອຍລົງມາໃສ່ຕົ້ນຄໍມັນເປັນອີ່ຫຍັງທີ່ເປັນຕາໜ້າແນມ, ມີຜູ້ຊາຍຫຼາຍຄົນທີ່ມັກເບິ່ງ.
10. ຜູ້ຊາຍມັກຜູ້ຍິງທີ່ເອົາໃຈ. ແມ່ນຢູ່ວ່າຜູ້ຊາຍມັກເອົາໃຈຜູ້ຍິງ, ແຕ່ຖ້າຜູ້ຍິງກໍ່ເອົາໃຈຜູ້ຊາຍຄືນ, ແບບນີ້ຮັກສຸດໆເລີຍ
ນອກຈາກຕົວຢ່າງ 10 ຂໍ້ທາງເທິງ ບາງທີຜູ້ຊາຍກະວາງໂຕບໍ່ຖືກ ເພາະບາງຄັ້ງສາຍຕາຜູ້ຍິງກະເບິ່ງຜູ້ຊາຍແບບບໍ່ເຂົ້າໃຈຄື:
=> ຮັກສາຜິວ, ແຕ່ງໂຕດີໆໜ້ອຍໜຶ່ງ: ສົງໃສຈະແມ່ນເກ ລາວຄືຈະບໍ່ມັກຜູ້ຍິງດອກ ຮະຮະ (ບາດທີດາຣາ ເກົາຫຼີ, ແຕ່ງໜ້າທາລິບ, ໄປສັນຍາກຳມາ ພັດວ່າຫຼໍ່, ໜ້າຮັກ.. )
=> ຜູ້ຊາຍສັກລາຍ : ສົງໃສຈະເປັນຂີ້ຢາ,ນັກເລງໃຫ່ຍ (ບາດພວກ ດາຣາ,ນັກຮ້ອງ ສັກເຕັມ ກະຍັງບອກວ່າ ເທ້)
=> ຜູ້ຊາຍຈ່ອຍ: ຈ່ອຍຂີ້ແຫ້ງ, ລົມພັດກະຄືຊິປິວ ຄືຈະບໍ່ມີແຮງເຮັດຫຍັງດອກ ຮະຮະ (ຈະໃຫ້ເຮັດແນວໃດ ແນວກິນເທົ່າໃດມັນກະບໍ່ຕຸ້ຍເດ, ຈ່ອຍລ້າໆແຕ່ແຮງດີເດີ້)
=> ໄປຫຼີ້ນກ້າມ ມາ, ກ້າມເປັນມັດໆ : ກ້າມໃຫ່ຍປານກ້າມປູ, ເປັນຕາຢ້ານ (ເອົາ, ບໍ່ມີກ້າມກະເວົ້່າໃຫ້, ກ້າມໃຫ່ຍກະເວົ້າໃຫ້)
=> ນຸ່ງສົ້ງສັ້ນໆ ຂານ້ອຍໆຂາວໆ : ກະເທີຍ ຮະຮະ (ບໍ່ຈັກ ຊິເຮັດແນວໃດ)
=> ງຽບ, ບໍ່ມັກປາກ: ເບິ່ງລາວຄືຊິຍິ່ງ, ຫຼືບໍ່ກະບໍ່ມັກຜູ້ຍິງຕິເບາະ ບໍ່ເຫັນເຂົ້າມາລົມ (ເອົາ!! ມັນເປັນບຸກຂະລິກເດະ, ກູຄົນຂີ້ອາຍ, ໂອເຄເນາະ)
=> ຝອຍເກັ່ງ, ຢອກສາວເກັ່ງ: ໝໍນີ້ ຄືຊິເປັນຄົນຫຼາຍໃຈ (ງຽບກະເວົ້າ, ຢອກເກັ່ງກະເວົ້າບາດນິ) …..
ທັງໝົດນັ້ນເປັນພຽງຕົວຢ່າງທີ່ຍົກຂື້ນມາເວົ້າສູ່ຟັງ, ມັນເປັນພຽງສຽງສ່ວນໃຫ່ຍຈາກຜູ້ຊາຍ. ອາດຈະບໍ່ຖືກກັບບາງຄົນ, ຜິດພາດປະການໃດຕ້ອງຂໍໂທດ ຂໍອະໄພ ມານະໂອກາດນີ້ດ້ວຍ.
cr:www.heyhar.com
ความคิดเห็น
แสดงความคิดเห็น