10 ນິໄສຂອງແຟນຫນຸ່ມຜູ້ແສນດີ ຖ້າເຈີແບບນີ້ຢ່າປ່ອຍໃຫ້ຫລຸດມື

10 ນິໄສຂອງແຟນຫນຸ່ມຜູ້ແສນດີ ຖ້າເຈີແບບນີ້ຢ່າປ່ອຍໃຫ້ຫລຸດມື

ທ່ານຜູ້ຊາຍທັງຫລາຍ ຢາກເປັນແຟນທີ່ດີຂອງຜູ້ຍິງຫລືບໍ່ ມາເບີ່ງ 10 ນິໄສເລົ່ານີ້ ຖ້າເຮັດໄດ້ ແຟນຂອງທ່ານຈະຮັກທ່ານຫລາຍຂຶ້ນນກວ່າເກົ່າອີກ.

1. ເຮັດໃຫ້ແຟນຮູ້ສຶກເປັນຄົນພິເສດ

ດີຕໍ່ແຟນເຫມືອນທີ່ເຈົ້າກຳລັງພະຍາຍາມຈີບລາວ ແລະ ຕະຫລອດໄປ.

2. ນັບຖືລາວໃນຖານະມະນຸດຄົນຫນຶ່ງ

ຈື່ໄວ້ວ່າລາວບໍ່ແມ່ນພຽງແຕ່ແຟນເຈົ້າ ເຈົ້າບໍ່ໄດ້ເປັນເຈົ້າຂອງລາວ ແລະ ບໍ່ຄວນຄາດຫວັງໃຫ້ລາວເຮັດຕາມ ເພາະລາວຮັກເຈົ້າ ເຈົ້າກໍ່ຄວນຮັກລາວ ແລະ ນັບຖືລາວເຊັ່ນກັນ.

3. ຈື່ວັນສຳຄັນໄດ້

ເຈົ້າບໍ່ເຄີຍລືມວັນເກິີດຂອງຕົວເອງແມ່ນບໍ່ ເພາະສະນັ້ນເຈົ້າບໍ່ຄວນລືມວັນເກີດຂອງລາວນຳ, ແລ້ວກໍ່ວັນຄົບຮອບອີກ. ຜູ້ຊາຍທີ່ລືມວັນສຳຄັນຕ່າງໆເບິ່ງຄືຍີ່ງ ແລະ ບໍ່ມີນ້ຳໃຈຫລາຍ ການຈົດຈຳວັນສຳຄັນຂອງແຟນ ແລະ ຂອງເຮົາ ເປັນການບອກໃຫ້ຮູ້ວ່າແຟນສຳຄັນກັບເຮົາແທ້.

4. ເອົາໃຈໃສ່ ແລະ ຮັກແຟນ

ສຳລັບຜູ້ຊາຍ ສິ່ງສຳຄັນຂອງຜູ້ຊາຍຄືການສະແຫວງຫາທາງກາຍ ແລະ s-e-x ສຳລັບຜູ້ຍິງ s-e-x ກໍ່ເປັນເລື່ອງສຳ ຄັນເຊັ່ນກັນ ແຕ່ພວກຜູ້ຍິງກໍ່ມັກສະແດງຄວາມຮັກອອກທາງອື່ນເຊັ່ນ: ການກອດ, ການຈັບມື ແລະ ຈູບ ມັນສະແດງເຖິງຄວາມຮັກ ໄດ້ດີກວ່າ s-e-x ອີກ.

5. ຢ່າລະເລີຍແຟນ

ຖ້າລາວນວດໃຫ້ ຫລື ເຮັດແນວກິນໃຫ້ ກໍ່ຢ່າຄິດວ່າມັນເປັນພຽງຫນ້າທີ່ຂອງລາວ ເຈົ້າຕ້ອງເຂົ້າໃຈວ່າລາວທຸ້ນເທ ເພື່ອຄວາມຮັກ ຫລືພຽງແຕ່ການສະແດງອອກບໍ່ຫລາຍ ກໍ່ບໍ່ຄວນເມີນເສີຍ ຄວນສະແດງອອກເຖີງການຂອບໃຈບໍ່ວ່າຈະເປັນການກະທຳພຽງເລັກນ້ອຍກໍ່ຕາມ.

6. ສະຫນັບສະຫນູນເວລາທີ່ລາວຕ້ອງການ.

ເຮົາທຸກຄົນລ້ວນແລ້ວແຕ່ຕ້ອງການຄວາມຊ່ວຍເຫລືອເປັນຄັ້ງຄາວ ບໍ່ຈຳເປັນຕ້ອງເກາະຕິດກັນ ແຕ່ເວລາລາວຂໍຄຳແນະນຳ ຫລື ຄວາມເຊື່ອເຫລືອ ກໍ່ຢູ່ຂ້າງລາວສະເຫມີ.

7. ຮູ້ຈັກຂໍໂທດ.

ມັນອາດເຮັດໃຫ້ເສຍຫນ້າ ແຕ່ມັນກໍ່ເປັນຄວາມໃຈກວ້າງ ແລະ ຖ່ອມຕົວພໍທີ່ຈະຮັບຜິດຕໍ່ແຟນຂອງຕົວເອງ. ມັນຈະດີໃນສາຍຕາຜູ້ຍິງ ແລະ ຊ່ວຍໃຫ້ບັນຍາກາດດີຂຶ້ນ ແລະ ສື່ສານກັນໄດ້ດີຂຶ້ນ.

8. ຮັບຟັງສິ່ງທີ່ລາວຕ້ອງການ

ລອງເຂົ້າໃຈຄວາມຮູ້ສຶກຂອງລາວ ຮັບຮູ້ວ່າຜູ້ຍິງ ແລະ ຜູ້ຊາຍຕ່າງກັນ ພະຍາຍາມເຂົ້າໃຈຄວາມຄິດ ແລະ ອາລົມຂອງລາວ ແລະ ຢ່າຕອບກັບລາວດ້ວຍອາລົມຄວາມຫງຸດຫງິດແບບດຽວກັນ.

9. ຢ່າພະຍາຍາມບັງຄັບ ແລະ ຄວບຄຸມລາວ.

ຜູ້ຊາຍມັກຄວບຄຸມແຟນ ອາດຈະເລີ່ມຈາກເລື່ອງນ້ອຍໆເຊັ່ນ: ເລື່ອງໄປເບິ່ງຫນັງ ຫລືບໍ່ໃຫ້ແຟນຄົບກັນບາງຄົນ ແຕ່ຄວາມຮັກບໍ່ແມ່ນການເປັນເຈົ້າຂອງຫລືຄວບຄຸມ ແລະ ຖ້າເຈົ້າພະຍາຍາມປ່ຽນແປງໃຜມັນບໍ່ແມ່ນຄວາມຮັກແຕ່ມັນເປັນຄວາມບໍ່ມັນຄົງຂອງເຈົ້າຫລາຍກວ່າ.

10. ຊຸກຍູ້ລາວໃຫ້ດີຂຶ້ນ.

ເຈົ້າຮູ້ຈັກແຟນດີກວ່າຄົນອື່ນ ຊ່ວຍລາວໃນການແກ້ໄຂ ແລະ ເອົາຊະນະຂໍ້ບົກພ່ອງຂອງຕົວເອງ, ໃຫ້ກຳລັງໃຈລາວ, ຮຽນຮູ້ໄປນຳກັນ ແລະ ເຕີບໃຫຍ່ໄປນຳກັນ.

ທີ່ມາ http://skapbpb.com

ความคิดเห็น