ມີປະໂຫຍດຫຼາຍຢ່າງແລ້ວຍັງໃຫຍ່ທີ່ສຸດໃນໂລກອີກ!!10 ຄຸນປະໂຫຍດຂອງຜັກກະຖິນ ແລະ ຕົ້ນຜັກກະຖິນທີ່ໃຫຍ່ທີ່ສຸດໃນໂລກ
ເມື່ອເວົ້າເຖິງຜັກກະຖິນ (ຫຼື ຊື່ຝຣັ່ງວ່າ Leucaena leucocephala de Wit) ຫຼາຍຄົນຄຸ້ນເຄີຍກັນດີເພາະເປັນຜັກພື້ນບ້ານທີ່ຢູ່ຄູ່ຄົນລາວມາດົນນານ ແຖມຍັງເປັນສະໜຸ່ນໄພຮັກສາພະຍາດນໍາອີກ ໂດຍຕໍາລາຢາພື້ນເມືອງລາວຍັງນໍາໃຊ້ປະໂຫຍດຈາດຜັກກະຖິນໃນຂະບວນການຢາຮັກສາພະຍາດ.ມື້ນີ້ ພາທຸກທ່ານມາຮູ້ຈັກ 10 ຄຸນປະໂຫຍດຂອງ
ຜັກກະຖິນທີ່ຫຼາຍຄົນອາຄິດບໍ່ເຖິງ:(1) ຍອດ ແລະ ໝາກອ່ອນກະຖິນ ກິນເປັນຜັກສົດ, ຊ່ວຍລົດລະດັບນໍ້າຕານໃນເລືອດ, ບຳລຸງຕັບ, ຢາຂັບຖ່າຍພະຍາດ, ລົດລະດັບຄວາມດັນເລືອດສູງ, ຂັບປະຈຳເດືອນໃຫ້ປົກກະຕິ, ຂັບລົມ, ສະໝານແຜ ແລະ ອື່ນໆ;
(2) ຈາກຜົນການວິໃຈທາງດ້ານເຄມີ, ຍອດອ່ອນຜັກກະຖິນ 100 g ແມ່ນປະກອບດ້ວຍ:1. ໃຫ້ພະລັງງານຕໍ່ຮ່າງກາຍ 80,7 Kcal,
2. ສານເສັ້ນໄຍ 8,3 g,
3. ທາດແຄນຊຽມ (Ca) 137 mg,
4. ທາດຟົດສະຟໍຣັດ (P) 11 mg,
5. ທາດເຫຼັກ (Fe) 9,2 mg,
6. ວີຕາມິນບີໜື່ງ (B1) 0,33 mg,
7. ວີຕາມິນບີສອງ (B2) 0,09 mg,
8. ວີຕາມິນຊີ (C) 8 mg,
9. ວີຕາມິນເອ (A) 7,88 mg,
10. ທາດໄນອາຊີນ 1,7 mg.
ໃນເດືອນກາງປີ 2017 ຜ່ານມານີ້ ອົງການ Guinness World Record ໄດ້ຂື້ນທະບຽນຕົ້ນຜັກກະຖິນທີ່ໃຫຍ່ທີ່ສຸດໃນໂລກແມ່ນ ຕົ້ນກະຖິນຢູ່ຫ້ອງການສຳນັກງານອົງການສະຫະປະຊາຊາດປະຈຳ ສປປ ລາວ
ທີ່ມາ:https://outknowledge.net
ความคิดเห็น
แสดงความคิดเห็น