ຂໍ້ທີ່ຄວນປະຕິບັດໃນຊ່ວງເປັນປະຈຳເດືອນ
ໂດຍທົ່ວໄປ ເດັກຜູ້ຍິງຈະເລີ່ມມີປະຈຳເດືອນເມື່ອອາຍຸປະມານ 12 ປີ ທຸກເດືອນ ປະຈຳເດືອນຈະມາປະມານ 4-5 ມື້ຮອບຂອງປະຈຳເດືອນ ຈະປະມານ 28 ມື້ ຜູ້ຍິງຮ່າງກາຍຈະອ່ອນແອໃນຊ່ວງເປັນປະຈຳເດືອນ ແຕ່ຖ້າຮູ້ຈັກຮັກສາໂຕເອງ ກໍສາມາດມີຄວາມສຸກໄດ້ໃນມື້ນັ້ນຂອງເດືອນ
ອາບນ້ຳທຸກມື້ໃຫ້ສະອາດ, ໃສ່ໂສ້ງຊ້ອນໃນທີ່ແຫ້ງ, ປ່ຽນຜ້າອະນາໄມທຸກ 6 ຊົ່ວໂມງ, ລ້າງອະໄວຍະວະເພດໃຫ້ສະອາດ, ທາງທີ່ດີຢ່າໃຊ້ຜະລິດຕະພັນທຳຄວາມສະອາດກັບບໍລິເວນນັ້ນໂດຍບໍ່ລະວັງ
ຊ່ວງມີປະຈຳເດືອນຄວນຫ້າມເຮັດສິ່ງເຫຼົ່ານີ້:
1.ພະຍາຍາມຢ່າສະຜົມ ຖ້າຈຳເປັນຕ້ອງເປົ່າໃຫ້ແຫ້ງທັກທີ.
2.ຕ້ອງເຮັດຮ່າງກາຍໃຫ້ອົບອຸ່ນ ໃນເວລາຢູ່ຫ້ອງແອ.
3.ຢ່າດື່ມນ້ຳເຢັນ ເພາະຈະເຮັດໃຫ້ເລືອດບໍ່ສາມາດໄຫຼອອກມາສະດວກ.
4.ສາມາດກິນຫວານໄດ້ ແຕ່ຕ້ອງກິນໃນປະລິມານທີ່ເໝາະສົມ.
5.ຢ່າເຮັດວຽກໜັກ ເພາະຈະເຮັດໃຫ້ໄລຍະຂອງປະຈຳເດືອນຍາວຂຶ້ນ ເສຍເລືອດຫຼາຍຂຶ້ນ.
6.ຢ່າອາລົມຂຶ້ນໆລົງໆຫຼາຍຈົນເກີນໄປ.
7.ຢ່າແຊ່ນ້ຳ ມັນເປັນສາເຫດຂອງການຕິດເຊື້ອ.
8.ຕ້ອງດູແລທຳຄວາມສະອາດຜິວໜ້າໃຫ້ດີໆ ເພາະເປັນຊ່ວງທີ່ຮູຂຸມຂົນຂະຫຍາຍ ສາມາດເຮັດໃຫ້ເກີ
9.ແຊ່ຕີນໃສ່ນຳ້ອຸ່ນ ເຮັດໃຫ້ລະບົບໝຸນວຽນເລືອດທຳງານດີຂຶ້ນ ອາການປວດຈະລົດລົງ.
10.ດູແລອະໄວຍະວະໃຫ້ສະອາດ
ຂໍຂອບໃຈຂໍ້ມູນດີໆຈາກ:ແຊຣ໌ຕໍ່sharetors
ความคิดเห็น
แสดงความคิดเห็น