ສີ່ງດີໆທີ່ຄວນຮູ້..!! 10 ສູດໝັກໜ້າ !! ເຮັດແລ້ວສີວບໍ່ຂື້ນອີກ ?? ບໍ່ຄວນເລື່ອນຜ່ານ..

10 ວິທີສູດໝັກໜ້າທີ່ຈະບໍ່ມີບັນຫາສິວມາລົບກວນອີກຕໍ່ໄປ ເປັນການຮັກສາຜິວໜ້າອີກທາງໜຶ່ງທີ່ດີຄື:

1. ຜັກໜອກ: ຕຳໃບຜັກໜອກໃຫ້ລະອຽດແລ້ວໃສ່ນໍ້າລົງໄປໜ້ອຍໜຶ່ງຄົນໃຫ້ເຂົ້າກັນຈາກນັ້ນນຳມາພອກໜ້າ ປະໄວ້ປະມານ 10-15 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ຜັກໜອກຈະຊ່ວຍຮັກສາອາການອັກເສບຂອງສິວເຮັດໃຫ້ສິວແຫ້ງ ແລະ ຍຸບໄວ້ອີກຍັງບຳລຸງຜິວໜ້າໃຫ້ອ່ອນກວ່າເກົ່າອີກ.

2. ຫວ່ານຫາງແຂ້: ຜູ້ທີ່ມີປັນຫາຜິວແຫ້ງ, ເກີດຝ້າ, ສິວ ແລະ ຈຸດດ່າງດຳ ພຽງແຕ່ນຳວຸ້ນຫາງແຂ້ມາທາບ່ອນທີ່ເປັນສິວເປັນປະຈຳກໍ່ຈະຊ່ວຍຫຼຸດອາການດັ່ງກ່າວໄດ້ຢ່າງເປັນທຳມະຊາດຖືວ່າເປັນສູດໜ້າໃສທີ່ເຮັດໄດ້ງ່າຍແບບບໍ່ຕ້ອງລົງທຶນຫຼາຍ.

3. ຫອມບົວແດງ: ເນື່ອງຈາກຫອມບົວແດງມີຊັບພະຄຸນຊ່ວຍຂ້າເຊື້ອແບັກທີເລຍຈາກຜິວໜັງ ພຽງຊອຍຫອມບົວແດງເປັນປ່ຽງແລ້ວທຸບໜ້ອຍໜຶ່ງເພື່ອໃຫ້ມີນໍ້າອອກມານໍານໍ້າຫອມບົວແດງມາທາຫົວສິວ ແລະ ບ່ອນທີ່ມີຮອຍສິວກໍ່ຈະຊ່ວຍຮັກສາສິວໃຫ້ຫາຍໄວ້ຂືຶ້ນ ແລະ ຊ່ວຍຫຼຸດເລືອນຮິ້ວລອຍກໍ່ຈະຊ່ວຍຮັກສາໃຫ້ສິວເຊົາໄວຂຶ້ນ.

4. ກະທຽມ: ຝານກະທຽມອອກເປັນປ່ຽງແລ້ວນໍາໄປທາບ່ອນທີ່ເປັນສິວປະໄວ້ປະມານ 5-10 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດຊັບພະຄຸນຈາກກະທຽມຈະເຮັດໃຫ້ໜ້າຢັງຢັ້ງ ແລະ ຂ້າເຊື້ອແບັກທີເລຍ ຈຶ່ງຊ່ວຍຫຼຸດອາການອັກເສບຂອງສິວ, ລົດລິ້ວລອຍ ແລະ ຊ່ວຍໃຫ້ສິວເຊົາໄວຂຶ້ນ.

5. ໝາກເລັ່ນ ແລະ ໝາກນາວ: ນຳໝາກເລັ່ນປະມານ 1-2 ໜ່ວຍໄປປັ່ນໃຫ້ລະອຽດປະສົມນໍ້າໝາກນາວເຄິ່ງປ່ຽງຄົນໃຫ້ເຂົ້າກັນ ຈາກນັ້ນໃຫ້ນຳມາພອກໜ້າປະໄວ້ປະມານ 20 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ສູດນີ້ຈະຊ່ວຍກຳຈັດເຊື້ອແບັກທີເລຍປ້ອງກັນການເກີດສິວໃໝ່ ແລະ ຊ່ວຍເຮັດໃຫ້ສິວທີ່ມີຢູ່ຍຸບໄວ້ຂຶ້ນ, ເຮັດໃຫ້ຮອຍດຳຮອຍແດງຈາກສິວຈາງລົງໄດ້ງ່າຍອີກ.

6. ໂຍເກີດລົດທຳມະຊາດ: ສູດນີ້ງ່າຍຫຼາຍພຽງແຕ່ນຳໂຍເກີດລົດທຳມະຊາດທີ່ແຊ່ເຢັນນຳມາພອກໜ້າ ນວດເບົາໆແລ້ວປະໄວ້ປະມານ 30 ນາທີ ຈາກນັ້ນລ້າງອອກດ້ວຍນໍ້າສະອາດ ສູດນີ້ສາມາດເຮັດໄດ້ທຸກມື້ສິວສ່ຽນຫຼືສິວຕຸ້ມນ້ອຍໆຈະຄ່ອຍຫາຍໄປ ແລະ ຍັງຊ່ວຍກຳຈັດເຊື້ອແບັກທີເລຍຫຼຸດສາເຫດຂອງການເກີດສິວໄດ້ອີກ.

7. ຂີ້ມິ່ນ ແລະ ນໍ້າເຜິງ: ຂີ້ມິ່ນ ແລະ ນໍ້າເຜິງຄົນໃຫ້ເຂົ້າກັນແລ້ວນຳມາພອກໜ້າທິ້ງໄວ້ປະມານ 15-20 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ຫຼັງຈາກພອກໜ້າແລ້ວຈະຮູ້ສຶກວ່າໜຸ່ມນວນຂຶ້ນ.

8. ນໍ້າເຜິງ, ໝາກນາວ: ນຳນໍ້າເຜິງປະມານ 1 ບ່ວງໃຫຍ່ ມາປະສົມກັບນໍ້າໝາກນາວ 1 ບ່ວງນ້ອຍ ຄົນໃຫ້ເຂົ້າກັນ ຈາກນັ້ນໃຫ້ນຳມາພອກໜ້າປະໄວ້ປະມານ 30 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ສູດນີ້ເຮັດຕະຫຼອດຊ່ວຍໃຫ້ສິວແຫ້ງຮອຍສິວຈາງລົງ ແລະ ຊ່ວຍປ້ອງກັນສິວໃໝ່ທີ່ຈະເກີດຂຶ້ນໄດ້.

9. ໝາກຂາມປຽກ ແລະ ນົມສົດ: ນຳໝາກຂາມປຽກ ແລະ ນົມສົດພໍໃຫ້ໄດ້ເນື້ອຂຸ້ນໆບໍ່ແຫຼວຈົນເກີນໄປ ຈາກນັ້ນໃຫ້ນຳມາພອກໜ້າປະໄວ້ປະມານ 10-15 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດ ສູດນີ້ສາມາດເຮັດໄດ້ໜຶ່ງອາທິດລະ 1-2 ເທື່ອ ຈະຊ່ວຍຫຼຸດສິວໄດ້ທຸກປະເພດບໍ່ວ່າຈະເປັນສິວອັກເສບ, ສິວອຸດຕັນ, ສິນສ່ຽນ, ສິວຫົວດຳ ແລະ ລີ້ວລອຍກໍ່ຈາງລົງ.

10. ໄຂ່ຂາວ ແລະ ນໍ້າໝາກນາວ: ນຳໄຂ່ມາທັບໃສ່ຖ້ວຍຈາກນັ້ນແຍກເອົາໄຂ່ແດງອອກ ( ໃຊ້ແຕ່ໄຂ່ຂາວ ) ປະສົມກັບນໍ້າໝາກນາວປະມານ 1 ບ່ວງນ້ອຍຕີໃຫ້ເຂົ້າກັນເປັນຟອງແລ້ວເອົາສຳລີແຜນບາງໆມາຊຸບແລ້ວແປະລົງໜ້າປະໄວ້ຈົນໄຂ່ຂາວແຫ້ງແລ້ວຄ່ອຍລອກແຜ່ນສຳລີອອກ ຈາກນັ້ນລ້າງໜ້າດ້ວຍນໍ້າອຸ່ນຕາມດ້ວຍນໍ້າເຢັນໃຫ້ສະອາດ ສູດນີ້ຈະຊ່ວຍກະຊັບຮູຂຸມຂົນ, ຫຼຸດສິວສ່ຽນ, ສິວຫົວດຳ ແລະ ຊ່ວຍໃຫ້ໜ້າມັນນ້ອຍລົງອີກດ້ວຍ.

ທີ່ມາ ສຸຂະພາບ ອັບເດດ | Health Update

ความคิดเห็น