ແຂ້ວເປັນອະໄວຍະວະທີ່ຢູ່ໃນຊ່ອງປາກທີ່ເຮົາຕ້ອງໄດ້ເບີ່ງແຍງເອົາໃຈໃສ່ ໃຜທີ່ມີສຸຂະພາບແຂ້ວທີ່ດີຍ່ອມມີຄວາມໝັ່ນໃຈແຕ່ບໍ່ແມ່ນວ່າທຸກຄົນຈະມີສຸຂະພາບແຂ້ວທີ່ດີສະເໝີໄປ ຫຼາຍໆຄົນກໍ່ມີບັນຫາເລື່ອງຂອງແຂ້ວ ເຊັ່ນ: ແຂ້ວບໍ່ແຂງແຮງ, ແຂ້ວຜຸ, ແມງກີນແຂ້ວ, ແຂ້ວຫຼົ່ມ, ແຂ້ວອ່ຽງ, ແລະ ອາການປວດແຂ້ວນັ້ນຄົງຮູ້ກັນດີເລີຍວ່າເຈັບສຸດໆເຊັ່ນກັນ ທາງແກ້ຄືກີນຢາແກ້ປວດ ແລະ ໄປພົບໝໍແຂ້ວ ແຕມື້ນີ້ແອັດມີນມີອີກວິທີທີ່ຈະຊ່ວຍຫຼຸດອາການເຈັບແຂ້ວດ້ວຍຢາສະໝູນໄພມາຝາກ:
* ສາເຫດຂອງການເຈັບແຂ້ວ*
ອາການເຈັບເປັນການຮັບຮູ້ຂອງຮ່າງກາຍທີ່ມີຕໍ່ການທຳລາຍຂອງເນື້ອເຍື້ອ ແລ້ວສົ່ງຜ່ານໄປຍັງສະໝອງເພື່ອແປຜົນເປັນຄວາມເຈັບປວດອອກມາ ເຊີ່ງສາເຫດຫຼັກທີ່ກໍ່ໃຫ້ເກີດອາການເຈັບແຂ້ວນັ້ນມີຫຼາຍສາເຫດໄດ້ແກ່:
– ແຂ້ວຜຸເຊີ່ງຈະພົບໄດ້ຫຼາຍຄວາມຮຸນແຮງຈະຂື້ນຢູ່ກັບລະດັບຂອງການຜຸ.
– ການອັກເສບຂອງເນື້ອເຍື້ອໃນໂພງປະສາດ.
– ຮາກແຂ້ວອັກເສບ.
– ເຫືອກອັກເສບ.
– ແຂ້ວໄດ້ຮັບບາດເຈັບຈາກການກະທົບ ເຊັ່ນ: ແຂ້ວແຕກ ຫຼືແຂ້ວລ້າວ.
– ແຂ້ວຊາວ.
– ການອັກເສບຂອງເສັ້ນປະສາດສະໝອງຄູ່ທີ່ 5 ເຊີ່ງເປັນເສັ້ນປະສາດຂອງເຫືອກ ແລະ ແຂ້ວ.
ສະໝູນໄພແກ້ອາການເຈັບແຂ້ວ:
1. ຫວ່ານຫາງແຂ້: ອີກຫນື່ງສະໝູນໄພແກ້ເຈັບແຂ້ວທີ່ຄ່ອນຂ້າງຫາໄດ້ງ່າຍຫຼາຍ ເນື່ອງຈາກຫວ່ານຫາງແຂ້ຈະມີສັບພະຄຸນໃນການທຳລາຍເຊື້ອໂລກ ແລະ ສະຫຼາຍສານຜິດ (Neutralization) ຂອງເຊື້ອໂລກ ວິທີໃຊ້ກໍ່ງ່າຍໆ ພຽງແຕ່ຫັ່ນຫວ່ານຫາງແຂ້ເປັນທ່ອນໆ ຍາວປະມານ 2-3 ຊັງຕີແມັດ ແລ້ວນຳມາເໜັບໃສ່ທີ່ຊ່ອກແຂ້ວບໍລິເວນທີ່ເຈັບກໍ່ຈະຊ່ວຍບັນບັນເທົາອາການໄດ້.
2. ແກ່ນຫອມປ້ອມ: ນຳເອົາແກ່ນຫອມປ້ອມໄປຕົ້ມກັບນຳ້ ແລ້ວນຳມາບ້ວມປາກຕະຫຼອດຈະຊ່ວຍບັນເທົາອາການເຈັບແຂ້ວໄດ້ອີກດ້ວຍ.
3. ດອກດາວເຮືອງ: ດອກດາວເຮືອງທີ່ເຮົາຄຸ້ນເຄີຍນຳເອົາດອກແຫ້ງ 7-8 ດອກໄປຕົ້ມກັບນຳ້ໃນປະລິມານທີ່ພໍດີແລ້ວເອົາມາຈິບໆກໍ່ສາມາດຫຼຸດອາການເຈັບແຂ້ວໄດ້ໂດຍບໍ່ຕ້ອງເພີ່ງຢາແກ້ປວດ ອີກທັງຍັງສາມາດຂັບຮ້ອນໃນຮ່າງກາຍໄດ້ອີກ.
4. ນຳ້ມັນກ້ານພູ: ຫາກເຈັບແຂ້ວຫຼາຍນຳ້ມັນກ້ານພູ ເປັນສະໝູນໄພທີ່ຊ່ວຍລະງັບອາການເຈັບແຂ້ວໄດ້ດີທີ່ສຸດພຽງອົມນຳ້ມັນການພູໄວ້ປະມານ 5 ນາທີ ຈະເຮັດໃຫ້ຮູ້ສືກມືນຢ່າງໄວວາ ແຕ່ມີສິດຢູ່ໄດ້ດົນແຕ່ປະມານ 90 ນາທີເທົ່ານັ້ນ.
5. ຜັກບົ້ງນາ: ນອກຈາກຈະໃຊ້ໃນການປະກອບອາຫານແລ້ວ ຜັກບົ້ງນາຍັງມີສັບພະຄຸນຊ່ວຍຫຼຸດອາການເຈັບແຂ້ວໄດ້ ພຽງແຕ່ນຳເອົາຮາກສົດໆຂອງຜັກບົ້ງນາປະມານ 10 ກະລຼາມ ຕຳໃຫ້ລະອຽດແລ້ວຄັ້ນເອົາແຕ່ນຳ້ປະສົມກັບນຳ້ສົ້ມສາຍຊູອົມໄວ້ 5 ນາທີ ແລ້ວບ້ວນອອກດ້ວຍນຳ້ສະອາດ.
6. ໝາກໄສ້: ສູດນີ້ນິຍົມກັນມາຕັ້ງແຕ່ສະໄໝໂບຮານແລ້ວ ພຽງນຳເອົາຮາກສົດໆຂອງຕົ້ນໝາກໄສ້ມາຕຳພໍແຫລກຈາກນັ້ນກໍ່ນຳໄປພອກບໍລິເວນແຂ້ວເຫຼັມທີ່ເຈັບໂດຍໃຊ້ລີ້ນກົດໄວ້ບືດ1 ຈາກນັ້ນອາການເຈັບແຂ້ວກໍ່ຈະຄ່ອຍໆຫາຍໄປ.
7. ໃບຊາ: ໃບຊາມີຄຸນສົມບັດທີ່ບໍ່ຄວນເບີ່ງຂ້າມນັ້ນກໍ່ຄື ຊ່ວຍຫຼຸດອາການອັກເສບ ແລະ ຫຼຸດອາການເຈັບແຂ້ວໄດ້ ພຽງແຕ່ນຳໃບຊາແຫ້ງໄປແຊ່ໃນນຳ້ຮ້ອນປະມານ 20ນາມທີ ແລ້ວຖ້າຈົນກ່ວານຳ້ຈະເລີ່ມອຸ່ນຈາກນັ້ນເອົາບ້ວນປາກທຸກມື້ ແລ້ວຕາມດ້ວຍນຳ້ສະອາດບ້ວນອີກເທື່ອໜື່ງຈະຊ່ວຍໃຫ້ເຈັບແຂ້ວຫຼຸດລົງ.
8.ຂ່າ ກັບ ເກືອ : ພຽງນຳເອົາຂາແກ່ທີ່ກຳລັງສົດໆ ຕຳໃຫ້ລະອຽດ ຈາກນັ້ນໃສ່ເກືອລົງໄປເລັກນ້ອຍເມື່ອໄດ້ແລ້ວນຳໄປອັດແຂ້ວທີ່ຜຸ ຫຼື ເປັນຮູ ຫຼື ນຳໄປພອກບໍລິເວນແຂ້ວທີ່ເຈັບກໍ່ຈະຊ່ວຍໃຫ້ອາການເຈັບຄ່ອຍໆດີຂື້ນ.
9. ນຳ້ຫົວກະທຽມ : ພຽງແຕ່ໃຊ້ສຳລີຊຸບນຳ້ຫົວກະທຽມ ແລ້ວນຳມາທາບໍລິເວນທີ່ເຈັບແຂ້ວ ຈະຊ່ວຍບັນເທົາອາການເຈັບໄດ້ດີ.
10. ນຳ້ມັນລະຫຸ່ງ: ນຳນຳ້ມັນລະຫຸ່ງມາອຸ່ນ ແລ້ວໃຊ້ຜ້າຈຸບນຳ້ມັນທີ່ອຸ່ນມາປະຄົບບໍລິເວນທີ່ມີອາການເຈັບນຳ້ມັນລະຫຸ່ງຈະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດທີ່ໄປຂັງຢູ່ກັບເຊື້ອຈຸລີນຊີ ໃນກໍລະນີທີ່ເກີດການຕິດເຊື້ອ ຫຼື ການເຈັບຮາກແຂ້ວຊ່ວຍໃຫ້ລະງັບອາການເຈັບແຂ້ວໄດ້ດີ.
ທີ່ມາ:ສຸຂະພາບ ອັບເດດ | Health Update
ความคิดเห็น
แสดงความคิดเห็น