10 ປະເທດ ຄ່າແຮງຂັ້ນຕ່ຳສູງທີ່ສຸດໃນໂລກ

10 ປະເທດ ຄ່າແຮງຂັ້ນຕ່ຳສູງທີ່ສຸດໃນໂລກ

ເປີດ 10 ປະເທດທີ່ຈ່າຍຄ່າແຮງຂັ້ນຕ່ຳຫລາຍທີ່ສຸດໃນໂລກ ພົບອອດລະເຕເລຍຈ່າຍຄ່າແຮງຂັ້ນຕ່ຳ ຊົ່ວໂມງລະ 340.08 ບາດ ໃນຂະນະທີ່ຍີ່ປຸ່ນ - ເກົາຫຼີໃຕ້ ຈ່າຍຄ່າແຮງຂັ້ນຕ່ຳຫຼັງຈາກຫັກພາສີ ຊົ່ວໂມງລະປະມານ 200 ບາດ

ເມື່ອວັນທີ 20 ສິງຫາ 2558 ອົງການເພື່ອຄວາມຮ່ວມມືທາງເສດຖະກິດແລະການພັດທະນາ ຫລື OECD ໄດ້ໂພດຂໍ້ຄວາມເທິງ twitter @OECD ເພື່ອເປີດເຜີຍກ່ຽວກັບຄ່າແຮງຂັ້ນຕ່ຳໃນແຕ່ລະປະເທດ ຊຶ່ງ 10 ອັນດັບແລກນັ້ນ ລ້ວນແລ້ວແຕ່ເປັນປະເທດໃນຍຸໂຣບ ສ່ວນປະເທດໃນເອເຊຍຢ່າງ ເກົາຫຼີໃຕ້ ແລະຍີ່ປຸ່ນ ເປັນພຽງ 2 ປະເທດທີ່ຢູ່ໃນໂຜນີ້ ຕິດອັນດັບທີ່ 12 ແລະ 13 ຕາມລຳດັບ

ສຳລັບ 10 ປະເທດທີ່ມີຄ່າແຮງຂັ້ນຕ່ຳສູງທີ່ສຸດໃນໂລກ ຫຼັງຈາກຫັກພາສີແລ້ວ ໄດ້ແກ່

1. ອອດສະເຕເລຍ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 340.08 ບາດ

2. ລັກເຊມເບິກ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 329.39 ບາດ

3. ເບວຢຽມ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 304.43 ບາດ

4. ໄອຣ໌ແລນດ໌ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 301.58 ບາດ

5. ຝຣັ່ງເສດ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 293.74 ບາດ

6. ເນເທີແລນດ໌ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 292.31 ບາດ

7.ນິວຊີແລນດ໌ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 269.14 ບາດ

8. ເຍລະມັນ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 256.31 ບາດ

9. ແຄນາດາ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 255.95 ບາດ

10. ສະຫະລາດອານາຈັກ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 251.67 ບາດ

ໃນສ່ວນຂອງປະເທດເກົາຫຼີໃຕ້ນັ້ນ ຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 208.54 ບາດ ແລະຍີ່ປຸ່ນຈ່າຍຄ່າແຮງຂັ້ນຕ່ຳຊົ່ວໂມງລະ 196.78 ບາດ

ໃນຕະຕາລາງດັ່ງກ່າວ 3 ປະເທດທີ່ຈ່າຍຄ່າແຮງຂັ້ນຕ່ຳນ້ອຍທີ່ສຸດຄື ຊິລີ ທີ່ຊົ່ວໂມງລະ 79.14 ບາດ ລັດເວຍທີ່ 52.05 ບາດ ແລະເມັກຊິໂກທີ່ 36 ບາດ

ພາບຈາກ twitter @OECD

ความคิดเห็น