10 ບົດຮຽນດີ ໆ ທີ່ໄດ້ຈາກຄວາມຜິດພາດ
ຄວາມຜິດພາດຈະນຳຄວາມເສຍໃຈແລະຄວາມຜິດຫວັງມາສູ່ຄວາມຮູ້ສຶກຂອງເຮົາ ແຕ່ຫາກເຮົາກ້າວຂ້າມຄວາມຮູ້ສຶກເຫຼົ່ານັ້ນໄປໄດ້ ເຮົາຈະໄດ້ບົດຮຽນແລະແງ່ຄິດທີ່ດີໃນຊີວິດຄືນມາສະເໝີ ເຊິ່ງບົດຮຽນດີ ໆ ຈາກຄວາມຜິດພາດເຫຼົ່ານັ້ນບໍ່ຈຳເປັນຕ້ອງເປັນເລື່ອງທີ່ຍິ່ງໃຫຍ່ ຫາກແຕ່ເປັນເລື່ອງທຳມະດາ ໆ ທີ່ຊຸກຊ່ອນຢູ່ໃນຊີວິດປະຈຳວັນຂອງເຮົາ ແຕ່ກັບຖືກເບິ່ງຂ້າມ ຈົນເຮົາພາດໂອກາດດີ ໆ ໄປ ຢ່າງຄາດບໍ່ເຖິງ ເຫດນີ້ເຮົາຈຶ່ງຂໍຍົກ 10 ບົດຮຽນດີ ໆ ຈາກຂໍ້ຜິດພາດທີ່ເຮົາບໍ່ຄວນພາດທີ່ຈະຮຽນຮູ້ໄປນຳກັນ…
1. ການຕື່ນສ່ວຍ ຄື ການຂາດທືນ
ຫຼາຍຄົນອາດເບິ່ງວ່າການຕື່ນສ່ວຍເປັນເລື່ອງປົກກະຕິ ແຕ່ການຕື່ນຊ້າກວ່າຄົນອື່ນ ໆ ເຮັດໃຫ້ເຮົາມີເວລາທີ່ຈະວາງແຜນຕໍ່ການກຳນົດເປົ້າໝາຍຂອງມື້ຫຼຸດລົງ ຊຶ່ງຄ້າຍກັບ CEO ລະດັບໂລກຫຼາຍຄົນ ທີ່ແມ່ນຈະມີພາລະຫລວງຫລາຍທັງການປະຊຸມ ແລະການຕັດສິນໃຈຕໍ່ເລື່ອງໃຫຍ່ ໆ ແຕ່ພວກທ່ານກໍບໍລິຫານຈັດການໄດ້ເປັນຢ່າງດີ ພຽງແຕ່ບໍລິຫານເວລາດ້ວຍການຕື່ນເຊົ້າມາອອກກຳລັງກາຍ ດື່ມກາເຟ ຕິດຕາມຂ່າວສານ ແລະຕັ້ງເປົ້າໝາຍທີ່ຈະເຮັດ ການຕື່ນເຊົ້າຈຶ່ງເປັນການລົງທຸນທີ່ໃຫ້ຜົນກຳໄລທີ່ດີທີ່ສຸດໃນຍຸກທີ່ເຕັມໄປດ້ວຍຄວາມວ່ອງໄວ
2. ສື່ສິ່ງພິມຍັງບໍ່ມີ Out
ແມ່ນເຮົາຈະຢູ່ໃນຍຸກ Internet of Thing ແຕ່ການປະຕິເສດໂລກອອນໄລໄປເສຍທັງໝົດກໍຄົງເປັນການຕັດສິນໃຈທີ່ໄວເກີນໄປ ໂດຍສະເພາະສື່ສິ່ງພິມທີ່ຄົນລຸ້ນໃໝ່ອາດເບິ່ງວ່າເປັນສິ່ງບໍ່ຈຳເປັນ ແຕ່ສິ່ງໜຶ່ງທີ່ສື່ສິ່ງພິມມອບຄວາມແຕກຕ່າງແລະຍັງຢູ່ໄດ້ນັ້ນ ຄື ການຄິດວິເຄາະຫາຈາກຄໍລຳນິດທີ່ເຮັດໄດ້ດີແລະແຕກຕ່າງຈາກທີ່ຫາໄດ້ໃນອິນເທີເນັດທີ່ປາດສະຈາກການກວດສອບຂໍ້ເທັດຈິງ ນັ້ນຄືສິ່ງທີ່ເຮັດໃຫ້ເຮົາມີຄວາມຄິດທີ່ແຕກຕ່າງຈາກການອ່ານເພື່ອການຮັບຮູ້ຈາກຄົນທົ່ວໄປ
3. ການເດິນທາງ ຄື ບົດຮຽນທີ່ບໍ່ມີສອນ
ເຮົາອາດຫາຄວາມຮູ້ຫລວງຫລາຍຈາກການອ່ານໄດ້ ແຕ່ໃນແງ່ຂອງປະສົບການແລ້ວ ການເດິນທາງ ຄື ຄຳຕອບທີ່ຈະເພີ່ມມຸມມອງ ຄວາມຮູ້ ແລະຂໍ້ລະມັດລະວັງໃໝ່ ໆ ໃຫ້ແກ່ຊີວິດ ໂດຍສະເພາະຢ່າງຍິາງຄົນໄວໜຸ່ມສາວທີ່ມີເວລາແລະພະລະກຳລັງທີ່ກຄົນໄວອື່ນ ໆ ບໍ່ມີ ຄື ຕົ້ນທຸນທີ່ສຳຄັນຕໍ່ການສ້າງຄວາມໄດ້ປຽບທີ່ຈະອອກໄປຜະເຊີນໂລກ ເພື່ອຮຽນຮູ້ບົດຮຽນໃໝ່ ໆ ທີ່ໃນຫ້ອງຮຽນບໍ່ມີສອນ
4. ໂມໂຫງ່າຍ ເສຍເວລາຫລາຍ
ການຄວບຄຸມອາລົມເປັນບັນຫາສຳລັບຄົນຍຸກໃໝ່ທີ່ຢູ່ກັບເທກໂນໂລຢີຊຶ່ງຄອຍຖ້າກະຕຸ້ນຕະຫລອດເວລາ ຊຶ່ງການໂມໂຫສາມາດເກີດຂຶ້ນໄດ້ພາຍໃນ 1 ນາທີ ແຕ່ກວ່າອາລົມໂມໂຫຈະໝົດລົງຕ້ອງໃຊ້ເວລາຢ່າງນ້ອຍເຖິງ 6 ຊັ່ວໂມງ ເມື່ອເປັນເຊັ່ນນີ້ ເຮົາຄວນເອົາເວລາທີ່ຈະມານັ່ງໂມໂຫໄປເຮັດຢ່າງອື່ນທີ່ມີປະໂຫຍດອີກຫລວງຫລາຍດີກວ່າ
5. ຂາດແຜນການເງີນ ຂາດໂອກາດໄຊຊະນະ
ປະຕິເສດບໍ່ໄດ້ວ່າເຮົາຢູ່ໃນຍຸກທຸນນິຍົມທີ່ມີສື່ກາງຢ່າງ ‘ເງີນ’ ເປັນຕົວແປຣສຳຄັນແຖມຍັງເປັນດັດສະນີຊີ້ເຖິງຄວາມມັ່ງຄັ່ງຂອງຊີວິດ ເງີນຈຶ່ງເປັນສິ່ງທີ່ເຮົາຕ້ອງການຫາມັນມາໃຊ້ຈ່າຍເພື່ອຍົກລະດັບຄຸນນະພາບຊີວິດໃຫ້ດີຂຶ້ນ ແຕ່ການຫາມາໄດ້ກໍຄວນຕ້ອງວາງແຜນການໃຊ້ຈ່າຍແລະການເກັບເພື່ອຕົວເຮົາແລະຄົນຄຽງຂ້າງໃນອະນາຄົດ ເພື່ອນຳໄປໃຊ້ຕໍ່ຍອດດ້ວຍການລົງທືນສ້າງກິດຈະການນ້ອຍ ໆ ຫລືຊື້ກອງທືນເພື່ອໃຫ້ເງີນເຮັດວຽກຄົບຄູ່ກັບເວລາທີ່ໄປຢູ່ທຸກນາທີ ແຕ່ນີ້ເຮົາກໍເພີ່ມໂອກາດໃຫ້ແກ່ຊີວິດຂຶ້ນມາໄດ້
6. ພາສາຕ່າງປະເທດ ຄື ວີຊາຂອງຊີວິດ
ເຖິງແມ່ນຈະບອກວ່າການໃຊ້ພາສາຕ່າງປະເທດຈະສ້າງຄວາມຮູ້ສຶກເຂີນອາຍແລະບໍ່ໝັ່ນໃຈທຸກເທື່ອເມື່ອເວົ້າພາສາຕ່າງປະເທດຜິດ ໆ ຖືກ ໆ ກັບເຈົ້າຂອງພາສາກໍຕາມ ແຕ່ເຊື່ອເລີ່ຍວ່າການໃຊ້ຄວາມກ້າ ເລີ່ມເຝິກຝົນໃນມື້ນີ້ ຈະສົ່ງຜົນດີີຕໍ່ມື້ໜ້າແນ່ນອນ ເພາະພາສາຕ່າງປະເທດຈະເປັນໃບເບີກທາງໃຫ້ຊີວິດໄດ້ພົບເຈີຫຍັງໃໝ່ ໆ ຫລາຍຂຶ້ນ
7. ບໍ່ຈົດບັນທຶກ ຄື ການຫຼົງລືມອະດີດ
ການບໍ່ຈົດບັນທຶກ ຄື ຈຸດເລີ່ມຕົ້ນຂອງການຫຼົງລືມລາຍລະອຽດຕ່າງ ໆ ໃນຊີວິດທີ່ສຳຄັນ ໂດຍສະເພາະການບັນທຶກຄ່າໃຊ້ຈ່າຍ ແມ່ນມື້ນີ້ອາດຈະເບິ່ງບໍ່ເຫັນຄວາມສຳຄັນ ແຕ່ຫາກເຮົາຕ້ອງການກວດສອບລາຍຈ່າຍທີ່ຫາຍໄປ ການບັນທຶກຄ່າໃຊ້ຈ່າຍຈະເຮັດໃຫ້ເຮົາເບິ່ງເຫັນລາຍລະອຽດແລະພາບທັງຫມົດຂອງພຶດຕິກຳການໃຊ້ຈ່າຍທີ່ຕ້ອງປັບປຸງແລະແກ້ໄຂກ່ອນທີ່ຈະສາຍເກີນແກ້
8. ການເສັງຕົກ ຄື ການຮຽນຮູ້ຄວາມຜິດຫວັງ
ການເສັງຕົກຫລືເສັງເຂົ້າມະຫາວິທະຍາໄລບໍ່ໄດ້ນັ້ນ ແມ່ນຈະສ້າງຄວາມຜິດຫວັງໃຫ້ແກ່ເຮົາ ແຕ່ຫາກເບີ່ງອີກມຸມໜຶ່ງ ຄື ການເປີດໂອກາດໃຫ້ເຮົາມີອິດສະຫລະທີ່ຈະເລືອກຮຽນຄະນະທີ່ເຮົາມັກ ຊຶ່ງຄວາມຜິດຫວັງໃນອະດີດຈະຊ່ວຍເຕີມປະສົບການທາງຄວາມຮູ້ສຶກໃຫ້ເຮົາສາມາດຮັບມືກັບເຫດການທີ່ບໍ່ຄາດຄິດຫລືຄວາມຜິດຫວັງທີ່ເກິດຂື້ນໃນບາງຊ່ວງຂອງຊີວິດໄດ້ຢ່າງເຂັ້ມແຂງ
9. ສຸກຂະພາບບໍ່ດີ ຊັບສິນຫາຍ
ຮ່າງກາຍ ຄື ສ່ວນປະກອບທີ່ສຳຄັນຕໍ່ການຂັບເຄື່ອນຄວາມຝັນໃຫ້ເປັນຈິງ ຫາກຮ່າງກາຍປ່ວຍໄຂ້ຂຶ້ນມາ ເຮົາຄົງໄດ້ນອນຊົມຢູ່ເທິງບອນນອນຢ່າງດຽວແທ້ ໆ ນອກຈາກຈະເສຍເວລາຮັກສາແລ້ວ ຢັງເສຍຊັບສິນທີ່ສະສົມມາ ການເບິ່ງແຍງສຸກຂະພາບຈຶ່ງເປັນແນວທາງທີ່ເຮົາຕ້ອງໝັ່ນໃສ່ໃຈເບິ່ງແຍງທັງການກິນ ການນອນ ແລະການອອກກຳລັງກາຍ ໃຫ້ເກີດຄວາມສົມດຸນໄປນຳກັນ
10. ການເຫັນແກ່ຕົວ ຄື ການປິດໂອກາດ
ການເຫັນແກ່ຕົວເລື້ອຍ ໆ ຈະເຮັດໃຫ້ເຈົ້າເບິ່ງບໍ່ເຫັນໂອກາດແລະແນວທາງຂອງຊີວິດທີ່ຈະກ້າວຕໍ່ໄປຂ້າງໜ້າ ເພາະຄຳນຶງເຖິງຄວາມຕ້ອງການຂອງຕົວເອງຫລາຍເກີນໄປ ແລະເຮັດໃຫ້ຊີວິດບໍ່ຮູ້ຈັກຄຳວ່າ ‘ການໃຫ້’ ຢ່າງແທ້ຈິງ ຊຶ່ງຄວາມຈິງແລ້ວການເປັນຜູ້ໃຫ້ ຄື ຈຸດເລີ່ມຕົ້ນຂອງການເປັນຜູ້ຮັບໂອກາດແລະສິ່ງດີ ໆ ທີ່ຈະເຂົ້າມາໃນຊີວິດອີກຫລວງຫລາຍ
CR: updatetoday.in.th
ความคิดเห็น
แสดงความคิดเห็น