ບໍ່ຄວນຖືເບົາ…!!! ລິດແອວກໍຮໍທຳລາຍ10 ອະໄວຍະວະ ຫຍັງແດ່ ?? ທີ່ທ່ານຍັງບໍ່ທັນຮູ້ ??

1. ຕັບ : ເປັນອະໄວຍະວະທຳອິດທີ່ ຜູ້ຄົນສ່ວນໃຫຍ່ຮູ້ດີວ່າ ດື່ມແອວກໍຮໍຫຼາຍໆ ແລ້ວຈະເກີດໂລກຕັບແຂງ ເພາະຕັບຈະຮັບຊ່ວງຕໍ່ລຳໄສ້ ທຳລາຍແອວກໍຮໍ ແຕ່ຫາກຫຼາຍເກີນໄປເລື້ອຍໆຕັບຈະເລີ່ມບວມຕາມເຊວຂອງຕັບຖ້າບໍ່ຢຸດດື່ມກໍ່ກາຍເປັນຕັບແຂງໃນທີ່ສຸດ

2. ຕັບອ່ອນເພຍ : ເມື່ອດື່ມແອວກໍ່ຮໍ່ຫຼາຍເກີນຂອບເຂດ ແອວກໍຮໍຈະໄປກະຕຸ້ນຕັບໃຫ້ລັ່ງນ້ຳຍ່ອຍອອກມາໃຫ້ຫຼາຍຂື່ນ ເຮັດໃຫ້ຕັບເກີດອາການອັກເສບຈົນເກີດອາການປວດທ້ອງຢ່າງຮຸນແຮງ ມີໄຂ່ຂື້ນສູງ ແລະບາງເທື່ອອາດອັນຕະລາຍເຖີງຊີວິດໄດ້ເຊັ່ນກັນ

3.​ ກະເພາະອາຫານ : ແອວກໍຮໍທຳລາຍເຍື່ອຫຸ່ມກະເພາະອາຫານກະຕຸ້ນກະເພາະໃຫ້ຜະລິດນ້ຳຍ່ອຍອອກມາຫຼາຍຂື້ນກ່ວາເດີມ ຈົນເປັນເຫດເຮັດໃຫ້ກະເພາະອາຫານອັກເສບ ເປັນແຜໃນກະເພາະ ມີອາການເຈັບທ້ອງຫຼືຫາກເຖີ່ງຂັ້ນຮຸນແຮງອາດຈະຮາກເປັນເລືອດໄດ້

4. ໂລກຫົວໃຈ : ແອວກໍຮໍເຮັດໃຫ້ຫົວໃຈເຮັດວຽກບໍ່ປົກກະຕິ ຈັງຫວະເຕັ່ນໄວຂື້ນ ຫົວໃຈບີບຕົວຫຼາຍຂື້ນ ລວມໄປເຖີງການເຮັດວຽກຂອງກ້າມເນື້ອຫົວໃຈ ທີ່ບໍ່ໄດ້ປະສິດຕິພາບ

5. ຫຼອດເລືອດ : ແອວກໍຮໍເຮັດໃຫ້ຫຼອດເລືອດຂະຫຍາຍຕົວແລະເຮັດໃຫ້ໄຂມັນໃນເສັ່ນເລືອດສູງຂື້ນ ເສັ່ນເລືອດກໍ່ຈະແຂງຕົວໄດ້ງ່າຍແລະຈະເກີດອາການເສັ່ນເລືອດໃນສະໝອງແຕກໄດ້ງ່າຍຄືກັນ

6.​ ເມັດເລືອດ : ຈະເຮັດໃຫ້ການເຮັດວຽກຂອງເມັດເລືອດແດງເສຍ ຈົນອາດຢູ່ໃນພາວະເລືອດຈາງຂາດສານໂຟລິກ ລວມໄປເຖີງການຜະລິດເມັດເລືອດຂາວກໍ່ຈະໜ່ອຍລົງຄວາມຕ້ານທານຕໍ່ເຊື່ອໂລກຕ່າງໆລຸດລົງຖ້າບາດເຈັບເລືອດອອກເລືອດອາດຈະຢຸດຍາກເນື່ອງຈາກເມັດເລືອດໃນຮ່າງກາຍເຮັດໜ້າທີ່ບໍ່ດີຈື່ງເຮັດໃຫ້ຕົກເລືອດງ່າຍ

7. ລະບົບປະສາດ : ເມື່ອລະບົບປະສາດສ່ວຍປາຍອັກເສບ ຈາກລີດຂອງແອວກໍຮໍກໍ່ຈະເກີດອາການ ມືນ ຊາ ຕາມປາຍນີ້ວມືນີ້ວຕີນ

8. ສະໝອງ : ອາດເຮັດໃຫ້ສະໝອງຕື່ນຕົວ ຫຼືບາງຄົນອາດຈະຮູ້ສືກຢາກນອນ ແລະຈະເລີ່ມມີອາການຄວາມຈຳເສືອມ ຄວາມຄິດເຫຼິເລືອນ ເຊວຂອງສະໝອງອາດຈະນ້ອຍລົງ ຈົນເກີດອາການປ່ຽນແປງ ຕໍ່ບຸກຄະລີກພາບເຊັ່ນ ບໍ່ສົນໃຈໃຜ ເສົ້າຊືມ ຫຼືປະສາດຫຼອນ

9. ລະບົບຂັບຖ່າຍແລະອະໄວຍະວະສືບພັນ : ການດື່ນແອວກໍຮໍໜັກແບບຊຳເຮື່ອຜູ້ຊາຍອາດມີຄວາມຕ້ອງການທາງເພດລຸດລົງ ຂະໜາດຂອງອັນທະນ້ອຍລົງແລະຜູ້ຍີງກຳລັງຕັ້ງທ້ອງອາດແທ້ງໄດ້

10. ອະໄວຍະວະຕ່າງໆພາຍໃນສ່ຽງຕໍ່ມະເຮັງ : ນອກຈາກອາການທີ່ກ່າວມາຂ້າງເທີງແລ້ວ ຍັງເປັນສາເຫດອັນດັບຕົ້ນໆຂອງຫຼາຍໂລກມະເຮັງໃນຮ່າງກາຍຜູ້ທີ່ກີນແອວກໍຮໍຊຳເຮື້ອສ່ຽງຕໍ່ການເປັນໂລກຕ່າງໆຫຼາຍກ່ວາຄົນທົ່ວໄປເຖີງ10ເທົ້າ

ທີ່ມາ ສຸຂະພາບ ອັບເດດ | Health Update

ความคิดเห็น