10 ປະໂຫຍດຂອງໝາກແຕງ ດ້ານຄວາມສວຍຄວາມງາມ ບອກເລີຍ ເຈົ້າຕ້ອງງຶດ!
ສະກິນແຄທີ່ມີອາດແພງ ແລະ ດີ໊ດີ ແຕ່ຖ້າພໍມີເວລາກໍຈັບຂອງໃນຕູ້ເຢັນທີ່ລ້ຳຄ່າຄືໝາກແຕງ ອອກມາເປັນຕົວຊ່ວຍຈະແຮງດີ ເພາະໝາກແຕງນັ້ນເຕັມໄປດ້ວຍຄຸນຄ່າເພື່ອຜິວພັນ ແລ້ວຍັງເປັນຜັກທີ່ມີນ້ຳຫຼາຍ ຄົງຈະຄິດພາບກັນອອກວ່າ ເອົາມາໃຊ້ເຮັດຫຍັງກັນໄດ້ອີກດ້ວຍນອກຈາກຝານແລ້ວວາງໂປະໆ ລົງເທິງຜິວໜ້າ…ຄິດອອກ ແຕ່ຄິດບໍ່ໝົດດອກ ເພາະມັນຫຼາຍ
ປະໂຫຍດທີ່ 1 ກຳຈັດຖົງໃຕ້ຕາ
ງ່າຍໆ ເລີຍຄືຝານໝາກແຕງບາງໆແລ້ວວາງໄວ້ເທິງເປືອກຕາ (ຫຼັບຕາພ້ອມ) ຖືໂອກາດພັກສາຍຕາ ຖິ້ມໄວ້ດົນໆເລີຍ
ປະໂຫຍດທີ່ 2 ທາຜິວຫຼັງແດດເຜົາ
ແມ້ຈະທາກັນແດດແລ້ວ ແຕ່ການທານ້ຳໝາກແຕງຫຼັງແດດເຜົາເທິງໃບໜ້າແລະຜິວໜັງ ຈະຊ່ວຍປົກປ້ອງຜິວບໍ່ໃຫ້ໄໝ້ໄດ້ດີ
ປະໂຫຍດທີ່ 3 ເປັນສ່ວນປະສົມຊ່ວຍເປີດຫົວສິວ
ປະສົມນ້ຳໝາກແຕງ ກັບແອັບເປີ້ນໄຊເດີ ຫວ່ານຫາງແຂ້ ແລະ ຊີ້ນມັນຝຮັ່ງ ໃຊ້ສະຄັບເທິງຜິວໜ້າເບົາໆ ກ່ອນລ້າງໜ້າໃຫ້ສະອາດ ຈະໃຊ້ສະເພາະນ້ຳໝາກແຕງກໍໄດ້ຄືກັນ
ປະໂຫຍດທີ່ 4 ກຳຈັດເຊລລູໄລ
ແມ່ນແລ້ວນ້ຳໝາກແຕງຊ່ວຍກຳຈັດເຊລລູໄລທີ່ບໍ່ປະສົງ ຕ້ອງປະສົມນ້ຳໝາກແຕງກັບກາກກາເຟ ແລະ ນ້ຳເຜິ້ງ ໃຊ້ຖູບໍລິເວນທີ່ມີເຊລລູໄລ ເຮັດເປັນປະຈຳ ຊ່ວຍໃຫ້ຜິວດີ
ປະໂຫຍດທີ່ 5 ກຳຈັດຮອຍຄ້ຳອ້ອມດວງຕາ
ເບິ່ງຈະເປັນງານເບສິກຂອງໝາກແຕງ ແທ້ໆໃຊ້ສະເພາະນ້ຳທາອ້ອມດວງຕາກໍໄດ້ ຫຼື ຈະຝານບາງໆ ເອົາວາງໄວ້ເທິງດວງຕາກໍໄດ້ຄືກັນ ງ່າຍກວ່າ
ປະໂຫຍດທີ່ 6 ຊ່ວຍຜັດເຊລຜິວ
ໃຊ້ໝາກແຕງ ໂຢເກິດ ນ້ຳເຜິ້ງ ເຈວຫວ່ານຫາງແຂ້ ປັ່ນທັງໝົດເຂົ້ານຳກັນ ຄວນເລືອກກຣີກໂຢເກິດຈະດີທີ່ສຸດ ແຕ່ຖ້າບໍ່ມີກໍ່ໃຊ້ໂຢເກິດລົດທຳມະຊາດທີ່ຫາໄດ້ນັ້ນແຫຼະ ເມື່ອປັ່ນທັງຫມົດກັນແລ້ວ ນຳມາມາກໜ້າຖິ້ມໄວ້ 15 ນາທີ ລ້າງອອກດ້ວຍນ້ຳອຸ່ນ ແລະ ຕາມດ້ວຍນ້ຳເຢັນ
ປະໂຫຍດທີ່ 7 ຊ່ວຍຄືນຜິວເກົ່າຫຼັງຈາກພໍແລ້ວກັບສີແທນ
ໃຜນິຍົມເຮັດຜິວສີແທນ ແລ້ວຢາກກັບມາຂາວ ໃຫ້ໃຊ້ນ້ຳໝາກແຕງທີ່ປັ່ນແລ້ວເອົາໄປກອງ ນຳມາທາໃບໜ້າຫຼັງເຮັດຄວາມສະອາດຜິວໜ້າແລ້ວ ຖິ້ມເອົາໄວ້ໄດ້ເລີຍ
ປະໂຫຍດທີ່ 8 ຜິວອ່ອນເຍົາຂຶ້ນ
ປະສົມນ້ຳໝາກແຕງກັບນ້ຳໝາກນາວ ມາກຜິວໜ້າ ຖິ້ມໄວ້ບຶດໜຶ່ງຈຶ່ງລ້າງອອກ ຈະຊ່ວຍໃຫ້ຜິວອ່ອນເຍົາຂຶ້ນ
ປະໂຫຍດທີ່ 9 ຈັດການກັບຮອຍດຳຄ້ຳ
ປະສົມນ້ຳໝາກແຕງກັບເຂົ້າໂອ໊ດ ມາກໜ້າຖິ້ມໄວ້ແລ້ວລ້າງອອກດ້ວຍນ້ຳອຸ່ນ ຕາມດ້ວຍນ້ຳເຢັນ ເຮັດເປັນປະຈຳຮອຍດຳຄ້ຳເທິງຜິວໜ້າຈະຫາຍໄປ
ປະໂຫຍດທີ່ 10 ຫຼຸດຮອຍຕີນກາ
ຮິ້ວຮອຍຕາມໄວໃຜວ່າຕ້ອງປ່ອຍໄປຕາມສະຖາກຳ ມີສະກິນແຄຫຼາຍຕົວຊ່ວຍໄດ້ ແລະ ໃຊ້ໝາກແຕງເປັນຕົວຊ່ວຍໄດ້ອີກ ໂດຍຝານບາງໆວາງໄວ້ຄືກັບການກຳຈັດຮອຍຄ້ຳອ້ອມດວງຕານັ້ນແຫຼະ
ນອກຈາກຈະດີຕໍ່ຜິວໜ້າແລ້ວ ຍັງໃຊ້ຊະໂລມເສັ້ນຜົມໃຫ້ເບິ່ງເປັນປະກາຍເງົາງາມອີກດ້ວຍ ຫຼື ຈະໃຊ້ໝັກຜົມກໍຮັກສາຜົມຫຼົ່ນໄດ້ອີກ ດີຫຼາຍຢ່າງ ແບບນີ້ກິນດ້ວຍ ເອົາມາສວຍດ້ວຍດີກວ່າ
ທີ່ມາ http://skapbpb.com
ความคิดเห็น
แสดงความคิดเห็น