15 ສິ່ງທີ່ຄວນຢຸດເຮັດ ເມື່ອອາຍຸເລີ່ມເຂົ້າເລກ 3 (ອາຍຸເກີນ 30 ໄປກໍອ່ານໄດ້ເດີ)
ສຳລັບຜູ້ໃຫຍ່ໄວເຮັດວຽກ ທີ່ອາຍຸປະມານ 30 ມື້ນີ້ເຮົາເອົາເລື່ອງດີໆທີ່ບໍ່ຄວນພາດມາຝາກ ເພາະເປັນເລື່ອງທີ່ນ່າສົນໃຈຫລາຍ ທ່ານອາດຈະໄດ້ຂໍ້ຄິດດີໆກໍໄດ້ ໄປເບິ່ງກັນເລີຍ
1.ຢຸດການໃຊ້ຈ່າຍເງີນຢ່າງຟູມເຟືອຍ ຕ້ອງເລີ່ມຄິດກ່ຽວກັບການໃຊ້ເງີນ ຄວນເລີ່ມເກັບເງີນເພື່ອເອົາໄວ້ໃຊ້ໃນອະນາຄົດໄດ້ແລ້ວ ຄິດເຖິງຕອນທີ່ທ່ານກະສຽນອອກຈາກການແດ່ ວ່າຕອນນັ້ນຈະເອົາເງີນໃສໃຊ້ ຖ້າບໍ່ເລີ່ມເກັບຕັ້ງແຕ່ຕອນນີ້ ເພາະພຽງແຕ່ເງີນບຳເໜັດບຳນາຍຄົງຈະບໍ່ພໍກິນດອກ…
2.ຢຸດລັງເລກ່ຽວກັບການເຮັດວຽກ ແລະ ການຫາວຽກໃໝ່ ເມື່ອອາຍຸເລີ່ມເຂົ້າ 30 ທ່ານຄວນຈະມີວຽກງານທີ່ຫມັ້ນຄົງ ແລະ ເປັນວຽກທີ່ຮັກແທ້ໆໄດ້ແລ້ວ ເພາະຖ້າຍັງລັງເລກັບວຽກທີ່ເຮັດຢູ່ ແລະ ຮູ້ສຶກວ່າມັນບໍ່ແມ່ນພາຍຫລັງມັນຈະສາຍເກີນໄປທີ່ຈະໄປເລີ່ມເຮັດວຽກອື່ນໃໝ່
3.ຢຸດການຫລິ້ນອິນເຕີເນັດທີ່ຫລາຍເກີນໄປ ຄວນເລີ່ມເຮັດຫຍັງທີ່ເປັນຊິ້ນເປັນອັນ ແລະ ມີຄຸນຄ່າດີກວ່າ ຢຸດຈົມກັບການຫລິ້ນໂຊຊຽວ ຫລິ້ນໄດ້ແຕ່ຕ້ອງມີຂອບເຂດ ເພາະສິ່ງເຫລົ່ານີ້ລ້ວນເຮັດໃຫ້ເສຍເວລາ ແລະ ບໍ່ໄດ້ປະໂຫຍດຫຍັງຈາກມັນເລີຍ
4.ຢຸດການໂພດຕ໌ຫຍັງແບບໂງ່ໆລົງ Facebook ໄດ້ແລ້ວ ໃນກໍລະນີທີ່ ທ່ານໄປສະໝັກວຽກ ແລະ ແນ່ນອນວ່ານາຍຈ້າງຕ້ອງເຊັກປະຫວັດເທິງ Facebook ຂອງທ່ານແນ່ນອນ ດັ່ງນັ້ນໄປກວດເບິ່ງວ່າຕົນເອງໄດ້ໂພດຕ໌ຫຍັງທີ່ບໍ່ດີຫຼືບໍ່ ແລະ ລົບມັນອອກຊາ!
5.ຢຸດຄິດເຖິງຄວາມລົ້ມເຫຼວໃນອາດີດທີ່ຜ່ານມາ ເພາະການຄິດເຖິງແຕ່ເລື່ອງຮ້າຍໆທີ່ຜ່ານມາ ຈະເຮັດໃຫ້ຄວາມສຸກທີ່ຄວນຈະໄດ້ຮັບໃນປະຈຸບັນຫາຍໄປ ອີກຢ່າງມັນບໍ່ໄດ້ຊ່ວຍໃຫ້ທ່ານໄດ້ເຮັດວຽກດີໆທີ່ຝັນໄວ້ດອກເດີ!! ລືມມັນໄປຊາ! ແລ້ວມາເລີ່ມຊີວິດໃຫມ່ກັນ!
6.ຢຸດການຫລິ້ນມືຖືຂະນະຂັບລົດ ພຶດຕິກຳນີ້ເປັນພຶດຕິກຳຂອງພວກຄົົນທີ່ອາຍຸຕ່ຳກວ່າ 30 ເຂົາເຮັດກັນ!! ທ່ານຖືວ່າມີອາຍຸຫລາຍແລ້ວ ສຳລັບເລື່ອງຄວາມຮັບຜິດຊອບ ຖ້າເຮັດໄດ້ ຈະຊ່ວຍຫລຸດບັນຫາການຈາລະຈອນ ແລະ ອຸບັດຕິເຫດໄດ້
7.ຢຸດນິໄສການນອນໃນມື້ພັກເສົາອາທິດ ບາງຄົນອາດຈະຄິດວ່າການນອນໃນຊ່ວງມື້ພັກຈະຊ່ວຍຊົດເຊຍຊ່ວງເວລາທີ່ບໍ່ຄ່ອຍໄດ້ນອນຕອນເຮັດວຽກ ແຕ່ນັກວິຊາການອອກມາບອກວ່າ ມັນບໍ່ໄດ້ຊ່ວຍຊົດເຊຍເລີຍແຖມຍັງເຮັດໃຫ້ເພຍຍິ່ງກວ່າເກົ່າ ແທນທີ່ຈະນອນຢູ່ແບບນັ້ນ ອອກມາເຮັດກິດຈະກຳອື່ນໆດີກວ່າ
8.ຢຸດກິນເຫຼົ້າຈົນເມົາຄ້າງ ການເມົາຄ້າງເປັນຫຍັງທີ່ເສຍເວລາຫລາຍ ແທນທີ່ຈະໄດ້ອອກໄປເຮັດວຽກ ຫລື ໄປນອກ ກັບຕ້ອງມາຈົມຢູ່ກັບອາການວຽນຫົວນີ້ໂດຍບໍ່ໄດ້ເຮັດຫຍັງເລີຍ ສະນັ້ນບໍ່ຄວນກິນຈົນເມົາຂະໜາດນັ້ນ ແລະ ຄວນດື່ມນ້ຳຫຼາຍໆ
9.ຢຸດການສ້າງມິດຕະພາບຈອມປອມ ເຖິງເວລາທີ່ຄວນຈະມີເພື່ອນທີ່ດີ ແລະ ຈິງໃຈກັບທ່ານແທ້ໆແລ້ວ ຄົົນທີ່ມາພຽງເພື່ອຈະເອົາປະໂຫຍດຈາກຕົວທ່ານ ຫລື ເອົາປຽບ ຕັດພວກເຂົາອອກໄປຈາກຊີວິດຊາ ບໍ່ຕ້ອງແຄຣ໌!!
10.ຢຸດແກ້ໂຕກ່ຽວກັບເລື່ອງການອອກກຳລັງກາຍ ຫຼາຍໆຄົນຄົງຈະບໍ່ມັກ ແລະ ລ່ຽງການອອກກຳລັງກາຍມາຕັ້ງແຕ່ຍັງເປັນໜຸ່ມສາວແລ້ວ ແຕ່ເມື່ອອາຍຸເຂົ້າເລກ 3 ໝາຍຄວາມວ່າຮ່າງກາຍກຳລັງຈະລ່ວງໂລຍແລ້ວ ດັ່ງນັ້ນຄວນຫັນມາໃສ່ໃຈກັບການອອກກຳລັງກາຍແທ້ໆເສຍທີ
11.ຢຸດພຶດຕິກຳການກິນອາຫານຂີ້ເຫຍື້ອ ອາຍຸຂະໜາດນີ້ແລ້ວ ກໍຄວນຈະຮູ້ຈັກການເຮັດອາຫານກິນເອງໄດ້ແລ້ວ ເພາະການກິນອາຫານຂີ້ເຫຍື້ອມັນບໍ່ດີຕໍ່ຮ່າງກາຍເລີຍ ແລະ ຍິ່ງອາຍຸຫລາຍຂຶ້ນຍິ່ງຄວນເບິ່ງແຍງສຸຂະພາບຫລາຍຂຶ້ນນະ
12.ຢຸດປິດກັ້ນຈິດໃຈຕົນເອງທີ່ຈະຮຽນຮູ້ສິ່ງໃໝ່ໆ ຊ່ວງເວລາທີ່ຜ່ານມາ ທ່ານອາດຈະພາດຫຍັງຫຼາຍໆໄປເພາະການປິດໃຈຕົນເອງໄວ້ ພຽງແຕ່ລອງເປີດໃຈແລະ ຮຽນຮູ້ ທ່ານຈະພົບວ່າໂລກມັນກວ້າງກວ່າທີ່ທ່ານຄິດ
13.ຢຸດການຂັບລົດຢ່າງບໍ່ລະມັດລະວັງ ຢ່າງທີ່ບອກໄປກ່ອນນີ້ແລ້ວວ່າ ອາຍຸຫລາຍຂຶ້ນຍິ່ງຕ້ອງມີຄວາມຮັບຜິດຊອບຫລາຍຂຶ້ນ ຄວນໃສ່ໃຈ ແລະ ຂັບລົດຢ່າງລະມັດລະວັງໄດ້ແລ້ວ ເພື່ອບໍ່ໃຫ້ເກີດອັນຕະລາຍຕໍ່ຕົນເອງແລະຜູ້ອື່ນ ຍັງບໍ່ສາຍເກີນໄປທີ່ຈະຄິດໄດ້
14.ຢຸດນິໄສຕິດເກມຕະຫລອດເວລາ ເກມເປັນກິດຈະກຳທີ່ຊ່ວຍຂ້າເວລາ ແລະ ຄາຍຄຽດໄດ້ດີ ແຕ່ຖ້າຫລິ້ນຫລາຍໄປ ແລະ ຫລິ້ນຕະຫລອດເວລາ ມັນບໍ່ແມ່ນເລື່ອງທີ່ດີເລີຍ
15.ຢຸດການເພີ່ມຮອຍສັກໃຫ້ໂຕເອງ ທ່ານອາດເກີດອາການອາຍ ແລະ ຕ້ອງເຊື່ອງຮອຍສັກຂອງທ່ານໄວ້ເມື່ອຕ້ອງເຮັດວຽກໃນບໍລິສັດໃຫຍ່ທີ່ເຂັ້ມງວດ ຮອຍສັກທີ່ມີຕັ້ງແຕ່ທຳອິດສະໄໝໄວລຸ້ນອາດຈະບໍ່ເປັນຫຍັງ ແຕ່ຈະອະທິບາຍແນວໃດ ຖ້າຫົວໜ້າພົບຮອຍສັກອັນໃໝ່ທີ່ຫາກໍ່ໄປເຮັດມາ ຕອນເຈົ້າອາຍຸ 30 ນີ້
ທີ່ມາ http://skapbpb.com
ความคิดเห็น
แสดงความคิดเห็น