ໂດຍທີ່ເລື່ອງດັ່ງກ່າວນີ້ ແມ່ນມີຢູ່ວ່າ: ໄດ້ມີຊາຍໄວ ກາງຄົນຄົນໜຶ່ງ ທີ່ອາໄສຢູ່ທີ່ເຂດ ເມືອງແຫ່ງໜຶ່ງ ຂອງປະເທດ( ອິນໂດເນເຊຍ )ເຊິ່ງໄດ້ເຮັດອາຊີບ ເປັນຄົນ
ຂັບລົດໂດຍສານ , ແຕ່ມີມື້ໜຶ່ງ ເລື່ອງທີ່ບໍ່ ຄາດຝັນກໍເກີດຂຶ້ນກັບຊາຍຄົນນີ້ ໂດຍທີ່ລາວໄດ້ປະສົບ ກັບອຸບັດຕິເຫດ ພາໃຫ້ລົດ ທີ່ລາວຂັບນັ້ນຕ້ອງພິກຂ້ວມ , ຈາກນັ້ນ ຈຶ່ງເປັນສາເຫດຕ້ອງພາໃຫ້ ລາວເປັນອຳມະພາດ ມາຮອດທຸກມື້ນີ້ ເປັນເວລາເຖິງ 24 ປີ
ເຊິ່ງຊາຍຄົນ ດັ່ງກ່າວນີ້ ນອກຈາກທີ່ຈະ ບໍ່ສາມາດເຄື່ອນໄຫວ ຮ່າງກາຍຂອງຕົນເອງໄດ້ແລ້ວ ຍັງພາໃຫ້ແຂນຂາ ຂອງລາວນັ້ນຕ້ອງເຈັບປວດໄປນຳ , ເຊິ່ງລາວໄດ້ພະຍາຍາມ ທີ່ຈະຫາທາງຮັກສາ ທາງການແພດ ແຕ່ກໍບໍ່ສາມາດ ທີ່ຈະຮັກສາ ພະຍາດດັ່ງກ່າວທີ່ລາວເປັນນີ້ໄດ້ ຈຶ່ງໄດ້ລໍຖ້າ ປະຕິຫານຈົນມາ ຮອດທຸກມື້ນີ້.
ທັງໝົດນີ້ກໍ ເປັນເລື່ອງລາວ ຂອງຊາຍໄວກາງຄົນ ທີ່ເປັນອຳມະພາດ ຕ້ອງໄດ້ລໍຖ້າປະຕິຫານ ເຖິງ 24 ປີຢູ່ປະເທດ ( ອິນໂດເນເຊຍ ) ທີ່ທາງທິມງານ (
ວາລະສານ ໜ້າຮັກ )ນຳມາຕ້ອນ ມາຝາກ ໃຫ້ແກ່ທຸກທ່ານ ໄດ້ຮັບຮູ້ກັນ ກ່ຽວກັບ ເລື່ອງຈິງ ເລື່ອງດັ່ງກ່າວນີ້ ຂໍຂອບໃຈ. ຂໍຂອບໃຈ ຂໍ້ມູນ ແລະ ຮູບພາບ ຈາກ:
ความคิดเห็น
แสดงความคิดเห็น