* 5 ສູດກຳຈັດຝ່າດ້ວຍການໃຊ້ໝາກນາວ..
1. ກຳຈັດຝ່າດ້ວຍໝາກນາວສົດ ວີທີນີ້ພຽງຝານໝາກນາວເປັນແຜ່ນບາງໆ ແລ້ວມາຖຸໃສ່ໜ້າບໍລິເວນທີ່ມີຝ່າແລະຈຸດດ່າງດຳ ເຮັດຕໍ່ເນື້ອງເປັນປະຈຳຢ່າງນ້ອຍ 1 ເດືອນ ທ່ານຈະເຫັນຝ່າເທີງໜ້າຂອງທ່ານດີຂື້ນ.
2. ກຳຈັດຝ່າດ້ວຍໝາກນາວປະສົມນ້ຳເຜີ່ງ ນຳນ້ຳໝາກນາວມາ 2 ບ່ວງໂຕ໊ະ ມາປະສົມກັນກັບນ້ຳເຜີ່ງ ແລ້ວເອົາມາພອກໜ້າ ປະໄວ້ປະມານ 10-15 ນາທີ ທ່ານຈະໄດ້ເຫັນໃບໜ້າຂອງທ່ານກ້ຽງນຸ່ມນວນຂື້ນ.
3. ກຳຈັດຝ່າດ້ວຍໝາກນາວປະສົມໂຍເກິດ ນຳໝາກນາວແລະໂຍເກິດ ໃນອັດຕາສ່ວນເທົ້າກັນມາປະສົມກັນຈາກນັ້ນພອກໜ້າປະໄວ້ປະມານ 10-15 ນາທີ ແລ້ວລ້າງອອກ ວິຕາມິນ ຊີ ໃນນ້ຳໝາກນາວ ຈະຊ່ວຍໃຫ້ໃບໜ້າກະຈາງໃສແລະໂຍເກິດຈະມີເອັນໄຊ໌ຊ່ວຍບຳລຸງຜີວໜ້າໃຫ້ນຽງນຸ່ມຂື້ນ.
4. ກຳຈັດຝ່າດ້ວຍໝາກນາວແລະດີນສໍພອງ ນຳດີນສໍພອງ 5-6 ເມັດ ບົດປະສົມກັບນ້ຳໝາກນາວໃຫ້ກາຍເປັນເນື້ອດຽວແຫຼວໆ ຈາກນັ້ນນຳມາພອກໜ້າປະໄວ້ປະມານ 10-15 ນາທີ ຈະເຮັດໃຫ້ຜີວໃສຂື້ນ.
5. ກຳຈັດຝ່າດ້ວຍໝາກນາວ+ນ້ຳມັນໝາກກອກ+ເກືອ ນຳນ້ຳໝາກນາວ 1 ບ່ວງຊາ ນ້ຳມັນໝາກກອກ 1 ບ່ວງຊາແລະເກືອເຄີ່ງບ່ວງຊາ ມາປະສົມກັນຈາກນັ້ນນຳມາທາໜ້າ ເກືອຈະຊ່ວຍລອກເຊວຜີວທີ່ຕາຍແລ້ວ ນ້ຳມັນໝາກກອກໃຫ້ຄວາມຊຸ່ມຊື້ນ ສ່ວນນ້ຳໝາກນາວກໍ່ມີລິດໃນການຄັດເຊວຜີວເຮັດໃຫ້ໜ້າຂາວໃສຂື້ນ.
ນອກຈາກນ້ຳໝາກນາວຈະມີຄຸນສົມບັດໂດດເດັ່ນໃນເລື່ອງການຮັກສາຝ່າແລ້ວ ຍັງມີຄຸນສົມບັດຊ່ວຍເລື່ອງສີວໄດ້ເປັນຢ່າງດີ ເຊີ່ງນັບວ່າມີປະໂຫຍດຢ່າງມະຫາສານ
ທີ່ມາ:ສຸຂະພາບ ອັບເດດ | Health Update
ความคิดเห็น
แสดงความคิดเห็น