ສູດເຄື່ອງດື່ມ..! ຊ່ວຍຫຼຸດ ” ໄຂມັນໜ້າທ້ອງ ” ໄດ້ເຖີງ 5 ກິໂລ ໃນພຽງເວລາ 3 ວັນ ແຖມຍັງແຊບອີກດ້ວຍ..!!!

ສ່ວນປະສົມເຄື່ອງດື່ມຫຼຸດໄຂມັນ

1. ນ້ຳບໍລິສຸດ 2 ຖ້ວຍ

2. ໝາກນາວ 1 ໜ່ວຍ

3. ກ້ານຜັກເຊີຣລີ

ວິທີເຮັດເຄື່ອງດື່ມ

1. ຫັ່ນກ້ານຜັກເຊີຣລີເປັນຊີ່ນນ້ອຍໆ

2. ໃສ່ລົງໄປເຄື່ອງປັ່ນ+ນ້ຳແລະໝາກນາວລົງໄປ

3. ຈາກນັ້ນປັ່ນປະສົມໃຫ້ເຂົ້າກັນເປັນເນື້ອດຽວ

ວິທີດື່ມ

1. ດື່ມເຄື່ອງດື່ມນີ້ທັນທີ່ເມື້ອເຮັດສຳເລັດແລະຄວນດື່ມໃນຕອນເຊົ້າຂະນະທ້ອງວ່າງ

2. ເຮົາຂໍແນະນຳໃຫ້ທ່ານດື່ມເຄື່ອງດື່ມນີ້ 5 ວັນຕິດຕໍ່ກັນຈາກນັ້ນໃຫ້ຫຍຸດ 10 ວັນ

ປະໂຫຍດອາຫານທີ່ຈະໄດ້ຮັບ

1. ຜັກເຊີລີອຸດົມໄປດ້ວຍວິຕາມິນ A ; B , C

2. ຊ່ວຍເລັ້ງການເຜົາຜານອາຫານ ແລະ ຊ່ວຍເພີ່ມການເຮັດວຽກຂອງລະບົບຍ່ອຍອາຫານ

3. ນອກຈາກນີ້ຍັງຊ່ວຍຫຼຸດນ້ຳໜັກແລະຊ່ວຍຈັດການກັບບັນຫາປະຈຳເດືອນມາບໍ່ປົກກະຕິ ແລະ ຍັງຊ່ວຍລ້າງສານຜິດໃນຮ່າງກາຍໄດ້ເປັນຢ່າງດີ ເຊີ່ງ ຈະສົ່ງຜົນຕໍ່ການເຮັດວຽກຂອງຫົວໃຈໄດ້ດີຍີ່ງຂື້ນ

4. ແກ່ນມີສັບພະຄຸນຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ຫຼຸດຄວາມດັນເລືອດ ດ້ວຍການໃຊ້ແກ່ນແຫ່ງ 7.5 ກຼາມນຳມາແຊ້ກັບນ້ຳຮ້ອນປະມານ 5-10 ນາທີ ດື່ມກ່ອນອາຫານ ເຊົ້າ-ແລງ(ແກ່ນ)

5. ທັງຕົ້ນແລະແກ່ນມີລົດເຜັດຮ້ອນ ມີກີ່ນຫອມ ໃຊ້ເປັນຢາຂັບຂີ່ກະເທີ້ແລະນ້ຳລາຍໄດ້ດີ(ແກ່ນ;ທັງຕົ້ນ)

6. ຊ່ວຍແກ້ອາການຄື້ນໄສ້ປວດຮາກ(ແກ່ນ;ທັງຕົ້ນ)

7. ມີສັບພະຄຸນເປັນຢາແກ້ອາການສະເອິກ(ໃບ)

8. ມີສັບພະຄຸນເປັນຢາຊ່ວຍຂັບລົມໃນທ້ອງ ແກ້ອາການຈຸກສ່ຽບ ແລະ ຊ່ວຍໃນການຍ່ອຍອາຫານ(ແກ່ນ;ທັງຕົ້ນ)

9. ໃຊ້ເປັນຢາຂັບປັດສະຫວະ(ແກ່ນ;ທັງຕົ້ນ)

10. ຊ່ວຍເຮັດໃຫ້ມົດລູກຂອງຜູ້ຍິງຫຼັງເກີດລູກເຂົ້າອູ່ໄວຂື້ນ(ແກ່ນ;ທັງຕົ້ນ)

11. ຊ່ວຍບັນເທົາອາການເຈັບປວດຕາມຄໍ້(ແກ່ນ;ທັງຕົ້ນ

ຂະໜາດແລະວິທີໃຊ້: ຕົ້ນແຫ່ງປະມານ 10-20 ກຼາມ ສ່ວນຕົ້ນສົດໃຫ້ໃຊ້ 30-50 ກຼາມ ແລະ ແກ່ນໃຫ້ໃຊ້ 5- 10 ກຼາມ ນຳມາຕົ້ມກັບນ້ຳແລ້ວດື່ມ ຫຼື ໃຊ້ຮ່ວມກັບຕົວຢາອື້ນໆໃນຕຳລັບຢາຕາມຕ້ອງການ

ທີ່ມາ:ສຸຂະພາບ ອັບເດດ | Health Update

ความคิดเห็น