ອ່ານດ່ວນ !! ຜັກ 5 ຊະນິດ ຊ່ວຍເພີ່ມຄວາມສູງໄດ້ ເປັນພືດໃກ້ຄົວ !!!
1. ຜັກກາດນາ: ມີປະໂຫຍດຊ່ວຍເພີ່ມຄວາມສູງໄດ້ ເພາະໃນໃບຜັກກາດນາມີແຄວຊຽມສູງ ຊ່ວຍເຮັດໃຫ້ກະດູກ ແລະແຂ້ວແຂງແຮງ ປ້ອງກັນການເກີດພະຍາດກະດູກພ່ອຍ ແລະຍັງຊ່ວຍເພີ່ມປະລິມານສາຣະອິເລັກໂທຣໄລຕ໌ໃນຮ່າງກາຍ ເຮັດໃຫ້ລະບົບການທໍາງານທີ່ກ່ຽວຂ້ອງກັບແຄວຊຽມ ແລະເຫຼັກທໍາງານໄດ້ຢ່າງມີປະສິດທິພາບເຊັ່ນ ການທໍາງານຂອງລບົບຮອກໂມນ, ກ້າມຊີ້ນ ແລະລະບົບກະດູກ ດັ່ງນັ້ນຜັກກາດນາຈຶງຊ່ວນເພີ່ມຄວາມສູງ ແລະເສີມສ້າງຄວາມແຂງແຮງໃຫ້ກະດູກ ແລະແຂ້ວ
2. ຜັກບົ້ງ: ອຸດົມໄປດ້ວຍວິຕາມິນ ແລະແຮ່ທາດທີ່ສໍາຄັນຕ່າງໆ ໂດຍສະເພາະແຄວຊຽມ ແລະຟົດສະຟໍຣິກ ທີ່ເປັນແຮ່ທາດສໍາຄັນຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງ ແລະຈໍາເປັນຕໍ່ລະບົບການສ້າງພະລັງງານໃນຮ່າງກາຍ ນອກຈາກຈະບໍາລຸງສາຍຕາ ຍັງເປັນຜັກຊ່ວຍເພີ່ມຄວາມສູງ
3. ຍອດດອກແຄ: ມີໂປຣຕີນເຖິງຮ້ອຍລະ 36 ທັງຍັງໃຫ້ທາດເຫຼັກ, ວິຕາມິນຊີ ແລະແຄວຊຽມທີ່ສູງ ຊ່ວຍບໍາລຸງ ແລະເສີມສ້າງກະດູກ ແລະແຂ້ວ ນອກຈາກນີ້ວິຕາມິນຊີໃນຍອດດອກແຄຍັງຊ່ວຍຕໍ່ຕ້ານ ແລະຢັບຢັ້ງການເກີດພະຍາດມະເຮັງ ເພາະມີສານຢັບຢັ້ງການກໍ່ກາຍພັນ ຫຼຸດຄວາມສ່ຽງການເກີດມະເຮັງໄດ້
4. ຜັກອີ່ເລີດ: ຊ່ວຍເສີມສ້າງກະດູກ ແລະແຂ້ວ ແລະຊ່ວຍປ້ອງກັນພະຍາດກະດູກພ່ອຍໄດ້ ( ຂໍມູນຈາກສໍານັກໂຄສະນາການອະນາໄມ)
5. ໃບໝາກຍໍ: ມີປະລິມານແຮ່ທາດ ແຄວຊຽມສູງເຖິງ 469 ມິນລິກຼາມ ສາມາດປ້ອງກັນພາວະກະດູກພ່ອຍໄດ້ ໃບໝາກຍໍຈຶ່ງເປັນຜັກຊ່ວຍເພີ່ມຄວາມສູງ (ຂໍ້ມູນຈາກສະຖານັບການແພດໄທ)
ທີ່ມາ: http://www.laopost.com
ความคิดเห็น
แสดงความคิดเห็น