ແຊຣເກັບໄວ້ອ່ານ!! ວິທີຊ່ວຍສະໝອງໃຫ້ແຂງແຮງຂື້ນ 5 ນາທີຕໍ່ມື້ ຕ້ອງເຮັດແນວໃດແດ່??
ຈາກຜົນການວິໄຈທີ່ຜ່ານມາຂອງ Dr. Florian Kurth ສາສະດາຈານຈາກສາຂາວິຊາປະສາດວິທະຍາ ຂອງມະຫາວິທະຍາໄລ UCLA ເປີດເຜີຍວ່າ ເມື່ອເຂົ້າສູ່ໄວກາງຄົນ ສະໝອງຄົນເຮົາຈະເລີ່ມຫົດ ແລະ ສູນເສຍປະສິດທິພາບໃນການເຮັດວຽກ ແລະ ເຮົາກໍເກືອບຈະບໍ່ທັນສັງເກດ ຈົນອາການຫລົງໆລືມໆເລີ່ມເກີດຂຶ້ນ.
ທີມງານຂອງລາວ ເຊິ່ງນຳໂດຍ Dr. Eileen Luders ໄດ້ທົດລອງກັບກຸ່ມຄົນທີ່ນັ່ງສະມາທິເປັນປະຈຳ ແລະ ບໍ່ເຄີຍນັ່ງສະມາທິເລີຍ ຈຳນວນ 100 ຄົນ ພົບວ່າ ຈາກຮູບພາບສະແກນສະໝອງຂອງກຸ່ມຄົນທີ່ນັ່ງສະມາທິມີມວນສະໝອງຫລາຍກ່ວາກຸ່ມຄົນທີ່ບໍ່ນັ່ງສະມາທິ.
ເພື່ອສຸຂະພາບສະໝອງທີ່ດີ ທ່ານຄວນຈະເລີ່ມນັ່ງສະມາທິໂດຍເລີ່ມຈາກຂັ້ນຕອນງ່າຍໆດັ່ງນີ້ :
1. ການຝຶກສະມາທິໃນແບບທີ່ມັກ ແລະ ເຮັດໃຫ້ຕິດເປັນນິໄສ : ລາວໄດ້ກ່າວວ່າ ການນັ່ງສະມາທິມີຜົນຊ່ວຍໃຫ້ຂະບວນການຮັບຮູ້ພັດທະນາຂຶ້ນ ແລະ ຍັງຊ່ວຍໃນເລື່ອງການຫລຸດຄວາມເຄັ່ງຄຽດ. ນອກຈາກນີ້ ການນັ່ງສະມາທິສາມາດຊ່ວຍຫລຸດຄວາມເສື່ອມໂຊມຂອງສະໝອງ ເຊິ່ງຈະເຫັນຜົນໄດ້ຈະແຈ້ງຈາກຄົນຝຶກສະມາທິ ແລະ ລາວຍັງໄດ້ແນະນຳວ່າເຮົາຄວນຫາວິທີຝຶກສະມາທິທີ່ເໝາະສົມກັບໂຕເອງ ເຊິ່ງອາດຈະໃຊ້ວິທີ MBSR (ການຕັ້ງສະຕິ) ຫລື ໂຢຄະ ແລະ ເຮັດທຸກໆມື້, ມື້ລະ 5 – 10 ນາທີຈົນຕິດເປັນນິໄສ.
2. ຈັດຕາຕະລາງເວລາ : ຫາກຫຍຸ້ງວຽກຫລາຍຈົນກັງວົນວ່າຈະບໍ່ມີເວລາຝຶກສະມາທິ ໃຫ້ຄິດວ່າການຝຶກສະມາທິເປັນວິທີ ຍືດອາຍຸການໃຊ້ງານຂອງສະໝອງ ຄືກັນກັບທີ່ເຮົາຕ້ອງຖູແຂ້ວທຸກມື້ເພື່ອບໍ່ໃຫ້ເປັນແຂ້ວແມງ ດັ່ງນັ້ນ ລອງຈັດຕາຕະລາງສະຫລະເວລາບໍ່ເທົ່າໃດນາທີໃນລະຫ່ວາງນັ່ງເຮັດວຽກ ຫລື ເວລາຢູາໃນລົດໃຫ້ສະໝອງໄດ້ພັກຜ່ອນແດ່.
3. ເລີ່ມອອກກຳລັງກາຍແບບງ່າຍໆ : ນັກໂຢຄະ ແລະ ຜູ້ໃຫ້ຄຳປຶກສາເລື່ອງການຝຶກສະມາທິ ທ່ານ ອະເລັກຊິສ ພຽສ ໄດ້ແນະວ່າ : ການກຳນົດລົມຫາຍໃຈຊ່ວຍໃຫ້ສະໝອງເຮົາຝຶກສະມາທິຢູ່ຕະຫລອດເວລາ ແລະ ເຮັດໃຫ້ເຮົາມີສະຕິຮັບຮູ້ ເຊິ່ງຫລຸດຄວາມເຄັ່ງຄຽດ ເຮັດໃຫ້ເຮົາພົບຄວາມສະຫງົບ ແລະ ເຕັກນິກການຝຶກສະມາທິເຫລົ່ານີ້ກໍໃຊ້ເວລາບໍ່ເຖິງ 5 ນາທີ ຖ້າພ້ອມແລ້ວລອງໄປເຮັດນຳກັນເລີຍ.
– ກຳນົດລົມຫາຍໃຈແບບຮູບ ໂຕ V : ຫລັບຕາລົງ ແລະ ເລັງຈິດໄປຫາຈຸດກາງລະຫວ່າງຕາທັງສອງເບື້ອງ, ຈິນຕະນາການເຖິງລົມທີ່ເຄື່ອນທີ່ກ້ຽວເຂົ້າອອກເປັນຮູບໂຕ V, ຈິນຕະນາການໃຫ້ມັນເຄື່ອນທີ່ຂຶ້ນໄປເທິງໜ້າຜາກເມື່ອທ່ານຫາຍໃຈເຂົ້າ ແລະ ໃຫ້ມັນກັບມາບ່ອນເກົ່າເມື່ອທ່ານຫາຍໃຈອອກ ເຮັດແບບນີ້ກ້ຽວໄປກ້ຽວມາເລື້ອຍໆ ການເຮັດແບບນີ້ຈະຊ່ວຍຜ່ອນຄາຍສະໝອງເບື້ອງໜ້າ ເຊິ່ງມີບົດບາດໃນການຕັດສິນໃຈສິ່ງຕ່າງໆ, ການສືບເອົາອົກຊີແຊນເຂົ້າໄປຈະຊ່ວຍຜ່ອນຄາຍສະໝອງເບື້ອງນີ້ໃຫ້ເຮັດວຽກໄດ້ດີຂຶ້ນ.
– ຫາຍໃຈແບບ 3 ຂັ້ນຕອນ : ຫລັບຕາລົງ ແລະ ສືບຫາຍໃຈເຂົ້າເລິກໆໃຫ້ເຕັມປອດ ຈາກນັ້ນ ກັ້ນຫາຍໃຈໄວ້ຈັກໜ້ອຍ ແລ້ວຈຶ່ງຄ່ອຍໆປ່ອຍລົມຫາຍໃຈອອກມາ 3 ຈັງຫວະ ໄລຍະລະໜ້ອຍໆ ເລີ່ມຈາກໃນໄລຍະເອິກເທິງ, ເອິກລຸ້ມ ແລະ ທ້ອງ. ການຫາຍໃຈອອກແບບນີ້ທ່ານຈະຮູ້ສຶກໄດ້ເຖິງລົມທີ່ຜ່ານອອກມາຈາກຊ່ອງເອິກ ແລະ ທ້ອງຂອງທ່ານ ຫາກລອງເຮັດແບບນີ້ປະມານ 2 – 3 ນາທີ ທ່ານຈະຮັບຮູ້ໄດ້ເຖິງຄວາມຜ່ອນຄາຍ ແລະ ຮ່າງກາຍທີ່ເບົາລົງ ຄ້າຍຄືກັບຄວາມຮູ້ສຶກຂອງຄື້ນນ້ຳທີ່ກະທົບຝັ່ງຢູ່ຕະຫລອດເວລາ.
ຂໍຂອບໃຈຂໍ້ມູນດີໆຈາກ:ທັນໃຈ
ความคิดเห็น
แสดงความคิดเห็น