ຮູ້ໄວ້ໄດ້ປະໂຫຍດ !! 5 ອາຫານ ບຳລຸງເລືອດ ແລະ ປ້ອງກັນ ເລືອດຈາງ ????

ຮູ້ໄວ້ໄດ້ປະໂຫຍດ !! 5 ອາຫານ ບຳລຸງເລືອດ ແລະ ປ້ອງກັນ ເລືອດຈາງ ????

* ໃຜທີ່ເປັນເລືອດຈາງ ນອກຈາກຈະບໍ່ແຂງແຮງແລ້ວຍັງເມື້ອຍງ່າຍ ແລະ ວິນຫົວງ່າຍຍັງບໍລີຈາກເລືອດບໍ່ໄດ້ນຳອີກເພາະນັ້ນເຮົາຄວນບຳລຸງຮ່າງກາຍແນວໃດໄປເບີ່ງນຳກັນເລີຍ

1. ຜັກຊະນິດໃບຂຽວເຂັ່ມ

ອີກໜື່ງທາງເລືອກຂອງຄົນທີ່ກີນອາຫານພືດຜັກແມ້ວ່າແຮ່ທາດຈະບໍ່ຫຼາຍເທົ້າກັບຊີ້ນສັດແຕ່ກໍ່ຄວນກີນກ່ອນທີ່ຈະຢູ່ໃນພາວະຂາດແຮ່ທາດຜັກທີ່ແນະນຳໄດ້ແກ້:ຜັກກາດ ຜັກຫຸມ ດອກຜັກ ຜັກບົ່ງ ໜໍ່ໄມ້ຝຮັງ

2. ໄຂ່

ເປັນອີກໜື່ງອາຫານທີ່ເຕັມໄປດ້ວຍສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ ສ່ວນໃຫຍ່ຄືໂປຼຕີນແຕ່ກໍ່ຍັງມີປະລິມານຂອງແຮ່ທາດທີ່ຊ່ວຍບຳລຸງເລືອດຂອງເຮົາໃຫ້ມີສຸຂະພາບທີ່ດີໄດ້ຄືກັນໂດຍສະເພາະໄຂ່ແດງຈະມີແຮ່ທາດສູງກ່ວາໄຂ່ຂາວ

3. ທັນຍາພືດຕ່າງໆ

ຖົ່ວຊະນິດຕ່າງໆ ເຊັ່ນ ຖົ່ວດຳ ຖົ່ວແດງ ລວມໄປຮອດເຂົ້າ ແລະຈະມູກເຂົ້າສາລີກໍ່ເປັນແຫຼ່ງອາຫານທີ່ດີນອກຈາກມີໂປຼຕີນທີ່ດີຕໍ່ຮ່າງກາຍແລ້ວຍັງເສີມສ້າງໃຫ້ແຂງແຮງມີແຮ່ທາດທີ່ຊ່ວຍສ້າງເມັດເລືອດແດງແລະບຳລຸງເລືອດອີກດ້ວຍ

4. ອາຫານທະເລ

ອາຫານທະເລໂດຍສະເພາະ ປາ ກຸ້ງ ປາມືກ ປູ ອຸດົມໄປດ້ວຍໂປຼຕີນແລະແຮ່ທາດຕ່າງໆ ຫຼາກຫຼາຍລວມໄປຮອດແຮ່ທາດເຫຼັກທີ່ບຳລຸງເລືອດໄດ້ດີອີກດ້ວຍແຕ່ຢ່າກີນຫຼາຍເກີນໄປ ເພາະອາຫານທະເລ ມັກມາພ້ອມກັບປະລິມານແຄຣຣໍຣີ ຄໍເຣດສະເຕີລອນທີ່ຫຼາຍນຳມາດ້ວຍ

5. ເລືອດສັດ ຕັບສັດແລະຊີ້ນສັດຕ່າງໆ

ອາຫານປະເພດນີ້ຈະມີແຮ່ທາດເຫຼັກຢູ່ນຳຫຼາຍເຊີ່ງແຮ່ທາດເຫຼັກນີ້ແຫຼະທີ່ຈະຊ່ວຍບຳລຸງເລືອດແລະລຳໄສ້ຈະດູດຊືມໄປໃຊ້ໄດ້ຫຼາຍກ່ວາແຮ່ທາດທີ່ມາຈາກພືດ ດັ່ງນັ້ນເມື່ອກີນເຂົ້າໄປແດ່ກໍ່ດີ

Cr: ສຸຂະພາບ ອັບເດດ | Health Update

ความคิดเห็น